28.9.15

ສະ​ໝາມ​ບິນ​ໝອງ​ຄ້າງ​ ຍືດ​ເວ­ລາ​ການ​ກໍ່­ສ້າງ​ໄປ​ສຳ­ເລັດ​ກາງ​ປີ​ໝ້າ

       ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນ​ໜອງ​ຄ້າງ ພາຍ­ຫຼັງ​ທີ່​ໄດ້​ເລີ່ມ​ລົງ­ມື​ຈັດ​ຕັ້ງ​ປະ­ຕິ­ບັດ​ມາ​ເປັນໄລ­ຍະ​ເວ­ລາ 2 ປີ ເຫັນ​ວ່າ​ໂຄງ­ການ​ດັ່ງ­ກ່າວ​ມີຄວາມ​ຊັກ​ຊ້າ ແລະ​ບໍ່​ສຳ­ເລັດ​
ຕາມ​ແຜນ​ກຳ­ນົດໄດ້ ຊຶ່ງ​ເຮັດ​ໃຫ້​ບໍ­ລິ­ສັດ​ຜູ້​ຮັບ​ເໝົາ​ຕ້ອງ​ຂໍ​ຍືດ​ເວລາ​ການ​ກໍ່­ສ້າງ​ອອກ​ໄປ​ເປັນ­ກາງ​ປີ­ໜ້າ​ຈິ່ງ​ຈະ​ສາມາດ​ປະ­ຕິ­ບັດ​ໂຄງ­ການ​ໃຫ້​ສຳ­ເລັດ 100% ໄດ້ 
ບໍ່​ດົນ​ມາ​ນີ້ ທ່ານ ໂກ​ແມັກ ແກ້ວ​ຈຳ­ປາ ຫົວໜ້າ​ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນ​ໜອງ​ຄ້າງ ເປີດ­ເຜີຍ​ໃຫ້​ຮູ້​ວ່າ: ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນໜອງ​ຄ້າງ​ໄດ້​ເລີ່ມ​ຈັດ​ຕັ້ງ​ປະ­ຕິ­ບັດ​ມາ​ແຕ່​ວັນ​ທີ 7 ຕຸ­ລາ 2013 ຕາມ​ສັນ­ຍາ​ແມ່ນ​ຮອດ​ວັນທີ 7 ຕຸ­ລາ 2015 ໃຫ້​ສຳ­ເລັດ ແຕ່​ເນື່ອງ​ຈາກການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ພົບ​ຄວາມ​ຫຍຸ້ງຍາກ ແລະ​ບໍ່​ເປັນ​ໄປ​ຕາມ​ແຜນ­ການ​ກໍ່­ສ້າງ​ທີ່​ໄດ້ກຳ­ນົດ​ໄວ້​ເບື້ອງ​ຕົ້ນ ສະ­ນັ້ນ ບໍ­ລິ­ສັດ​ຜູ້​ຮັບ​ເໝົາໂຄງ­ການ​ຈິ່ງ​ໄດ້​ສະ­ເໜີ​ຍືດ​ໄລ­ຍະ​ເວລາ​ການ​ກໍ່ສ້າງ​ອອກ​ໄປ​ຈົນ​ເຖິງ​ເດືອນ​ມິ­ຖຸ­ນາ 2016 ໂດຍໄດ້​ດັດ­ແກ້ ແລະ​ປັບ­ປຸງ​ແຜນ­ການ​ກໍ່­ສ້າງ​ເພື່ອໃຫ້​ແທດ­ເໝາະ​ກັບ​ໄລ­ຍະເວລາ​ດັ່ງ­ກ່າວ ແລະ ໄດ້​ປ່ຽນ​ແທນ​ແຜນ­ການ​ກໍ່­ສ້າງ​ສະ­ບັບ​ເກົ່າ​ນັບແຕ່​ເດືອນ​ກໍ­ລະ­ກົດ​ເປັນ­ຕົ້ນ​ມາ.

    ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນ​ໜອງ​ຄ້າງ ແມ່ນ​ມີ​ມູນ​ຄ່າ​ການ​ກໍ່­ສ້າງ​ທັງ​ໝົດ 592 ຕື້​ກວ່າກີບ ຫຼື ປະ­ມານ 74 ລ້ານ​ກວ່າ​ໂດ​ລາ​ສະ­ຫະລັດ ເປັນ​ທຶນ​ກູ້​ຢືມ​ຈາກ​ບໍ­ລິ­ສັດ​ຮຸ້ນ​ສ່ວນ​ຮວ່າງ​ແອງຢາ​ລາຍ ຊຶ່ງ​ຜູ້​ຮັບ​ເໝົາ​ແມ່ນ​ບໍ­ລິ­ສັດ​ພັດ­ທະ­ນາ​ກະສິ​ກຳ​ຮວ່າງ​ແອງ​ອັດ​ຕະ​ປື ຈຳ­ກັດ ຮອດ​ວັນ​ທີ 31 ສິງ­ຫາ 2015 ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງການ​ສຳ­ເລັດ 31,81% ຕາມ​ແຜນ­ການ​ດັດ­ແກ້ໃໝ່ ປະ­ກອບ​ມີ­ໜ້າ​ວຽກ​ກໍ່­ສ້າງ​ສະ­ໜາມ​ບິນ​ປະຕິ​ບັດ​ໄດ້ 13,7%, ຂົນ​ວັດ​ສະ​ດຸ​ດິນ​ຖົມ 5,37%, ກໍ່­ສ້າງ​ລານ​ຈອດ​ລົດ​ສະ­ໜາມ​ບິນ 4,03% ແລະວຽກ​ອື່ນໆ​ກໍ​ມີ​ຄວາມ​ຄືບ​ໜ້າ​ຕາມ​ລຳ­ດັບ​ເປັນຕົ້ນ​ແມ່ນ​ການ​ກໍ່­ສ້າງ​ລະ­ບົບ​ລະ­ບາຍ​ນ້ຳ, ສ້າງອາ­ຄານ​ຜູ້­ໂດຍ­ສານ, ທາງ​ເຂົ້າ​ສະ­ໜາມ​ບິນ ແລະ​ຫຼາຍ​ໜ້າ​ວຽກ​ກຳ­ລັງ​ໄດ້​ຮັບ​ການ­ຈັດ­ຕັ້ງປະ­ຕິ­ບັດ​ຢ່າງ​ຂຸ້ນ­ຂ້ຽວ​ໃນ​ຂະ­ນະ​ນີ້.
      ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນ​ໜອງ​ຄ້າງແມ່ນ​ໂຄງ­ການ​ໜຶ່ງ​ຂອງ​ລັດ­ຖະ­ບານ ເພື່ອເປັນ​ການ​ຮອງ​ຮັບ​ເຮືອ­ບິນ​ຈາກ​ສາຍ​ການ­ບິນພາຍ​ໃນ ແລະ​ຕ່າງ­ປະ­ເທດ​ໃນ​ອະ­ນາ­ຄົດ​ຈຸດ​ປະສົງ ເພື່ອ​ຊຸກ­ຍູ້​ສົ່ງ­ເສີມ​ການ​ພັດ­ທະ­ນາ​ເສດ​ຖະກິດ-ສັງ­ຄົມ, ການ­ທ່ອງ­ທ່ຽວ​ຂອງ​ແຂວງ​ຫົວພັນ​ກໍ​ຄື​ພາຍ​ໃນ​ປະ­ເທດ ໂດຍ​ສະ­ເພາະ​ແມ່ນ​ວຽກງານ​ການ​ຂົນ­ສົ່ງ​ທາງ​ອາ­ກາດ ທັງ​ນີ້ ໃນ​ໄລ­ຍະຍາວ​ແມ່ນ​ເພື່ອ​ຜັນ​ຂະ­ຫຍາຍ​ແຜນ​ພັດທະ­ນາເສດ­ຖະ­ກິດ-ສັງ­ຄົມ​ຂອງ​ລາວ​ແຕ່​ປີ 2010-2020 ຕາມ​ນະ­ໂຍ­ບາຍ​ເພື່ອ​ຫັນ​ຈາກ​ປະ­ເທດທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ­ເລ​ມາ​ເປັນ​ປະ­ເທດບໍ­ລິ­ການ​ທາງ​ຜ່ານ ແລະ​ມີ​ຄວາມ​ມຸ່ງ​ໝັ້ນ​ເພື່ອນຳ­ພາ​ປະ­ເທດ​ຊາດ​ຫຼຸດ​ພົ້ນ​ອອກ​ຈາກ​ປະ­ເທດດ້ອຍ​ພັດ­ທະ­ນາ​ໃນ​ປີ 2020.
     ເປົ້າ​ໝາຍ​ໂຄງ­ການແມ່ນ​ຈະ​ກໍ່­ສ້າງ​ໃຫ້​ໄດ້​ຕາມ​ມາດ­ຕະ­ຖານປອດ​ໄພ​ຂອງ​ກົມ​ການ­ບິນ​ພົນ​ລະ​ເຮືອນ (MOS 2009) ແລະ​ມາດຕະ­ຖານ ສາ­ກົນ (ICAO) ວາງ​ອອກ​ກໍ​ຄື: ສະໜາມ​ບິນ​ໃຫ້​ໄດ້​ຂະ­ໜາດ 3C (Aerodrome Code 3C) ຊຶ່ງ​ສາ­ມາດ​ຮອງຮັບ​ເຮືອ ບິນ​ຂະ­ໜາດ 70-100 ບ່ອນນັ່ງ​ເຊັ່ນ: ເຮືອ­ບິນ ATR72, Fokker 70, MA-60, Fokker-100 ຫຼື ທຽບເທົ່າ​ເຫຼົ່າ​ນີ້​ເປັນ­ຕົ້ນ.
ແຫລ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ