15.9.15

ທ່ານ ດຣ. ບຸນປອນ ບຸດຕະນະວົງ ໄດ້ເນັ້ນໜັກຕໍ່ກອງປະຊຸມ ບັ້ນດໍາເນີນຊີວິດການເມືອງ ຂອງອົງຄະນະພັກແຂວງຫົວພັນ

ທ່ານ ດຣ. ບຸນປອນ ບຸດຕະນະວົງ
ພາຍຫຼັງກອງປະຊຸມ ໄດ້ດໍາເນີນມາແຕ່ວັນທີ 9 ກັນຍາ 2015 ທີ່ຜ່ານມາ, ກອງປະຊຸມບັ້ນດໍາເນີນຊີວິດການເມືອງ ຂອງຄະນະບໍລິຫານງານພັກ ແຂວງຫົວພັນ ໄດ້ອັດລົງໃນວັນທີ 11 ກັນຍາ 2015, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນເອົາໃຈໃສ່ ປະກອບຄໍາຄິດຄໍາເຫັນ ແລະ ຕີລາຄາ ຕໍ່ບັນດາເນື້ອໃນຕ່າງໆ ທີ່ໄດ້ມາຜ່ານຢູ່ໃນກອງປະຊຸມໃນຄັ້ງນີ້ ທັງນີ້, ກໍ່ເພື່ອເຮັດໃຫ້ທົ່ວການຈັດຕັ້ງພັກ ພາຍໃນອົງຄະນະພັກແຂວງຫົວພັນ ໄດ້ຮັບການປັບປຸງປົວດີຂຶ້ນຢ່າງຕັ້ງໜ້າ, ໂດຍສະເພາະ ແມ່ນເພື່ອເຮັດໃຫ້ການຈັດຕັ້ງພັກ ມີຄວາມປອດໄສ, ໜັກແໜ້ນ, ເຂັ້ມແຂງ, ເສີມຂະຫຍາຍປະຊາທິປະໄຕ ແລະ ມີສາຄວາມສາມັກຄີ ເປັນເອກະພາບພາຍໃນຄະນະພັກ, ຮັບປະກັນໃຫ້ມີຄວາມໜັກແໜ້ນ ທາງດ້ານຄຸນທາດການເມືອງ, ມີແບບແຜນວິທີການເຮັດວຽກນຳພາ ທີ່ມີລັກສະນະວິທະຍາສາດ, ມີຫົວຄິດປະດິດສ້າງ ແລະ ມີກົນໄກທີ່ແທດຕົວຈິງ. ນອກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ
ຍັງໄດ້ພ້ອມກັນປະກອບຄຳເຫັນ ໃສ່ຮ່າງບົດສຳຫຼວດການນຳພາ ຂອງຄະນະບໍລິຫານງານພັກແຂວງ ດ້ວຍຄວາມຮັບຜິດຊອບສູງ ແລະ ມີບັນຍາຟົດຟື້ນ ໂດຍສາມາດຊອກເຫັນທັງດ້ານດີ ແລະ ຂໍ້ຄົງຄ້າງ ເປັນຕົ້ນ: ທັດສະນະຫຼັກໜັ້ນ ທາງດ້ານການເມືອງ, ເປັນເຈົ້າການປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫົວພັນ ອັນເຮັດໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດພາຍໃນແຂວງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍປະມານ 11,7%ຕໍ່ປີ, ລາຍຮັບສະເລ່ຍຕໍ່ຫົວຄົນ ສາມາດບັນລຸໄດ້ 736 ໂດລາ/ຄົນ/ປີ, ອັດຕາຄວາມທຸກຍາກຫຼຸດລົງ ຈາກ 49,44% ໃນປີ 2010 ມາເປັນ 27% ໃນປີ 2015; ພື້ນຖານໂຄງລ່າງທາງດ້ານເສດຖະກິດ-ສັງຄົມ ກໍ່ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ ເຊັ່ນ: ລະບົບຄົມມະນາຄົມ, ສະຖານທີ່ສາທາລະນະ, ລະບົບເຄືອຂ່າຍໄຟຟ້າ, ການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ແລະ ອື່ນໆ.
ໃນໂອກາດນີ້, ສະຫາຍ ດຣ. ບຸນປອນ ບຸດຕະນະວົງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານເສດຖະກິດມະຫາພາກ ແລະ ບໍລິການ ໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນສະຫາຍ ໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນສໍາເລັດ ທີ່ຄະນະບໍລິຫານງານພັກແຂວງສະໄໝທີ VIII ສາມາດຍາດມາໄດ້, ສິ່ງສໍາຄັນ ແມ່ນສາມາດເປັນແກນນຳໃນລະບົບການເມືອງ ແລະ ເປັນຄັນທຸງໃຫ້ແກ່ສະມາຊິກພັກ ແລະພະນັກງານຂອງຕົນໄດ້. ໃນໂອກາດດຽວກັນ ສະຫາຍ ຍັງໄດ້ຊີ້ນໍາໃຫ້ຄະນະບໍລິຫານງານພັກແຂວງ ຈົ່ງເອົາໃຈໃສ່ສືບຕໍ່ລົງຮາກຖານ ໃກ້ສິດຕິດແທດກັບປະຊາຊົນ ເພື່ອປັບປຸງລະບົບການເມືອງຂັ້ນບ້ານໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ; ເອົາໃຈໃສ່ຊີ້ນຳວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງ ເພື່ອໃຫ້ເຂົາເຈົ້າເຂົ້າໃຈແຈ້ງ ຕໍ່ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ. ພ້ອມກັນນັ້ນ, ລະບົບແບບແຜນການນຳພາ ແລະ ແບບແຜນວິທີເຮັດວຽກຂອງຄະນະພັກ ຕ້ອງສືບຕໍ່ປັບປຸງໃຫ້ຈະແຈ້ງກວ່າເກົ່າ ແນໃສ່ ຮັບປະກັນປະຊາທິປະໄຕ, ປຶກສາຫາລືບັນຫາເປັນໝູ່ຄະນະ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງ ນຳໃຊ້ຄວາມຮູ້ຄວາມສາມາດ ຢ່າງຖືກຕ້ອງເຖິງຖ່ອງກວ່າເກົ່າ. ພ້ອມກັນນີ້, ເພື່ອຮັບປະກັນເຮັດໃຫ້ການກະກຽມດຳເນີນ ກອງປະຊຸມໃຫຍ່ອົງຄະນະພັກແຂວງຫົວພັນ ສະໄໝທີ IX ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້ ສາມາດບັນລຸຕາມຄາດໝາຍທີ່ວາງໄວ້ ສະຫາຍຮອງນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງບັນດາຄະນະບໍລິຫານງານພັກແຂວງ ຈົ່ງເອົາໃຈໃສ່ ກະກຽມບັນດາເນື້ອໃນເອກະສານສຳຄັນ ແລະບັນດາໜ້າວຽກຕ່າງໆໃຫ້ດີ ໂດຍສະເພາະ ແມ່ນການປຸກລະດົມ ພະນັກງານ, ທະຫານ, ຕໍາຫຼວດ, ບັນດາຫົວໜ່ວຍທຸລະກິດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນແຂວງ ໃຫ້ມີສ່ວນຮ່ວມໃນການຈັດກອງປະຊຸມດັ່ງກ່າວ.

ແຫລ່ງຂ່າວ: ເວບໄຊສ ຫ້ອງວ່າການລັດຖະບານ