6.11.15

ກອງປະຊຸມໃຫ່ຍອົງຄະນະພັກ ແຂວງຫົວພັນ ຄັ້ງທີ 9 ສຳເລັດລົງຢ່າງເປັນທາງການ

ພາຍຫຼັງທີໄດ້ເປີດກອງປະຊຸມໃຫ່ຍຄັ້ງທີ່ 9 ຂອງອົງຄະນະພັກແຂວງຫົວພັນ ມາເປັນເວລາ 2 ວັນ, ວັນທີ່ 4 - 5 ປີ 2015 ດັ່ງນັ້ນມາ ຮອດວັນທີ່ 5 ນີ້ຈື່ງໄດ້ສຳເລັດລົງຢ່າງເປັນທາງການ,ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ຄຳຮຸ່ງ ເຮືອງວົງສີ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າ ແຂວງໆຫົວພັນ ແລະ ເປັນກຽດເຂົ້າຮ່ວມ ຂອງສະຫາຍ ພັນຄຳ ວິພາວັນ ກຳມະການ ກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ມີບັນດາ ສະຫາຍຜູ້ແທນ ເຂົ້າຮ່ວມທັງໝົດ 297 ສະຫາຍ,ໃນນັ້ນມີຜູ້ແນສົມບູນ ທີຕ່າງໜ້າໃຫ້ແກ່ສະມາຊິກພັກ ໃນທົ່ວແຂວງ ເຂົ້າຮ່ວມທັງໝົດ 237 ສະຫາຍ,ຍິງ 28 ສະຫາຍ, ພ້ອມດ້ວຍບັນດາທ່ານແຂກ ທີທີຖືກເຊີນມາຈາກ ແຂວງຫຼວງພະບາງ ແລະ ແຂວງຊຽງຂວາງ.
ໃນວາລະກອງປະຊຸມແມ່ນໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງທັງສອງພາກຕໍ່ທີປະຊຸມເຊິ່ງໃນໄລຍະ 5 ປີຜ່ານມາ ແຂວງຫົວພັນ ໄດ້ມີຄວາມສະຫງົບ,ມີສະຖຽນລະພາບທາງດ້ານການເມືອງ
ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ,ພ້ອມທັງຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ, ສ້າງບ້ານ ແລະ ກຸ່ມບ້ານພັດທະນາ ຕາມ 4 ເນຶ້ອໃນ4ຄາດໝາຍພ້ອມນັ້ນຍັງໄດ້ມີການປະສານສົມທົບການພັດທະນາ ເສດຖະກິດ - ສັງຄົມ, ວຽກງານປ້ອງກັນ ຊາດ - ປ້ອງກັນຄວາມສະຫງົບ,ວຽກງານການຕ່າງປະເທດ ເພື່ອ ເປັນເງື່ອນ ໄຂເອື້ອອຳນວຍຕໍ່ການພັດທະນາ ແຂວງຫົວພັນ ເພື່ອເຮັດໃຫ້ການພັດທະນາທາງດ້ານເສດຖະກິດ ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ ສະເລ່ຍໄດ້ 11,92 % ຕໍ່ປີ ລວມມູນຄ່າຜະລິດຕະພັນພາຍໃນ 5 ປີ ບັນລຸ ໄດ້ 7 ຕ້ື 526 ລ້ານກວ່າກີບ ສະເພາະໃນ ສົກປີ 2014 - 2015 ແມ່ນສາມາດບັນລຸ 2 ຕ້ື 47 ລ້ານກວ່າກີບ, ລື້ນແຜນການ 32, 65% ສະເລ່ຍ ໃສ່ຫົວຄົນໄດ້ຮັບ 6.900.000/ຄົນ/ປີ ສາມາດເຮັດໃຫ້ຄວາມທຸກຍາກຂອງປະຊົນລຸດລົງຢ່າງຈະແຈ້ງເຮັດໃຫ້ຄອບ ຄົວ ທີ່ທຸກຍາກໃນທົ່ວແຂວງ ລຸດລົງຈາກ 49,94% ໃນປີ 2010 ຍັງເຫຼ່ືອ 22,16% ໃນປີ 2014. ໄລຍະຜ່ານມາສາ
ມາດດຶງດູດນັກລົງທຶນຈາກຕ່າງປະເທດ ມາລົງທຶນຢູ່ ແຂວງຫົວພັນ ລວມມູນຄ່າ 185 ລ້ານກວ່າໂລດາ ສະຫະລັດ, ນັກລົງທຶນພາຍໃນແຂວງຮ່ວມກັບຕ່າງປະເທດ ມີມູນຄ່າ 33 ລ້ານກວ່າໂລດາສະຫະລັດ ສາມາດຍາດແຍ່ງເອົາການ ຊ່ວຍເຫຼ່ືອເຂົ້າມາພັດທະນາໃນວຽກງານຕ່າງໆ ພາຍໃນແຂວງຫົວພັນ ໄດ້ 99 ລ້ານກວ່າໂດລາສະຫະລັດ, ນອກນີ້ ຍັງໄດ້ເອົາໃຈໃສ່ກໍ່ສ້າງພັກໃຫ້ໜັກແໜ້ນເຂັ້ມແຂງໂດຍໄດ້ຍຶດຖືຫຼັກການລວມສູນ ປະຊາທິປະໄຕ ນຳພາເປັນໝູ່ຄະນະ ບຸກຄົນຮັບຜິດຊອບ, ປະຈຸບັນແຂວງຫົວພັນ ມີ 10 ອົງຄະນະພັກເມືອງ 124 ຄະນະພັກຮາກຖານ 915 ໜ່ວຍພັກ, ມີສະມາຊີກພັກທັງໝົດ 14.330 ສະຫາຍ,ຍິງ 2.252 ສະຫາຍ ໃນນີ້ມີໜ່ວຍພັກແຂງຮູ້ນຳພາຮອບດ້ານ 556 ໜ່ວຍ, ສະມາຊີກພັກແຂງຮູ້ນຳພາຮອບດ້ານ 6321 ສະຫາຍ. ຈາກນັ້ນບັນດາທ່ານ ທີເຂົ້າຮ່ວມໄດ້ພ້ອມກັນ ປະກອບຄຳຄິດຄຳເຫັນໃສ່ຮ່າງບົດລາຍງານການເມືອງຢ່າງມີເນື້ອໃນເລິກເຊິ່ງ, ມີວິທະຍາສາດ.ຈາກນັ້ນໃນກອງປະຊຸມຍັງໄດ້ອ ໃຊ້ສິດ ປະຊາທິປະໄຕ ປ່ອນບັດຄັດເລື່ອກເອົາ ຄະນະບໍລິຫານງານພັກແຂວງ ຊຸດໃໝ່ ເຊີ່ງມີຜູ້ລົງສະມັກ 37 ສະຫາຍ, ຍິງ 4 ສະຫາຍ, ຄັດເລື່ອກເອົາ 33 ສະຫາຍ, ກອງປະຊຸມປະຖົມມະລຶກໄດ້ຕົກລົງເລືອກເອົາ ສະຫາຍ ວັນໄຊ ແພງຊຸມມາເປັນເລຂາ,ສະຫາຍ ຄຳວອນ ບຸນທະວົງ, ສະຫາຍ ຄຳຜິວ ວົງສະຫວັນ, ສະຫາຍນາງ ແພງ ກັນຍາພິມ ເປັນຮອງເລຂາ, ປະທານກວດກາພັກມີ 3 ສະຫາຍຄື: ສະຫາຍ ຄຳສອນ ເທບວົງຊຳ ເປັນເລຂາ,ສະຫາຍສີແພງ ດວງບຸດດີ ເປັນຮອງ,ສະຫາຍສົດໃສ ແສນທອງດີ ເປັນຮອງ ໃນນີ້ມີຜູ້ແທນສຳຮອງ 3 ສະຫາຍ, ກອງປະຊຸມໄດ້ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສຳຮອງໄປຮ່ວມກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ່ 10 ຂອງພັກ ຈຳນວນ 33 ສະຫາຍ,ຍິງ 4 ສະຫາຍ. 
ຈາກນັ້ນໄດ້ມີກ້ອນກຳລັງ ຊາວໜຸ່ມ, ເຍົາວະຊົນ,ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ກ້ອນກຳລັງ ມວນຊົນ ຊາວໜູ່ມແມ່ຍິງທັງ 12 ໝູ່ບ້ານເທດສະບານ ໄດ້ພ້ອມກັນເຂົ້າອວຍພອນກອງປະຊຸມດ້ວຍບັນຍາກາດທີ ຟົດຟື້ນມວນຊື່ນ.
ໃນພິທີ ຜູ້ແທນເຂົ້າຣ່ວມຍັງໄດ້ຮັບຟັງການມີຄຳເຫັນໂອ້ລົມຈາກສະຫາຍ ພັນຄຳ ວິພາວັນ ກຳມະການກົມ ການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ເຊິງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີບັນດາສະຫາຍຍາດມາໄດ້ໃນໄລຍະ 5 ປີຜ່ານມາ ຈາກບັນຫາດ້ານດີກໍ່ຍັງມີດ້ານອ່ອນຄົງຄ້າງຈະຕ້ອງໄດ້ປັບປຸງແກ້ໄຂຢ່າງຕັ້ງໜ້າເປັນຕົ້ນແມ່ນ: ແກ້ໄຂບັນຫາຄວາມທຸກຍາກຂອງປະ ຊາຊົນ, ການຈັດສັນພູມດຳເນົາ,ການຈັດສັນອາຊີບຄົງທີ,ການຊຸກຍູ້ການຜະລິດເປັນສີນຄ້າຕິດພັນກັບການສ້າງບ້ານກຸ່ມບ້ານພັດທະນາ ແລະ ແກ້ໄຂຄວາມຫຼຸດໂຕນລະຫວ່າງຕົວເມືອງ ແລະ ຊົນນະບົດເຂດຫ່າງໄກສອກຫຼີກ,ບັນຫາປະກົດການຫຍໍ້ທໍ້ດ້ານຕ່າງໆເປັນຕົ້ນແມ່ນບັນຫາຢາເສບຕິດ,ຄ້າຂາຍເຖື່ອນ,ການລັກລອບເອົາຊັບພະຍາກອນທຳມະຊາດ,ການເຄື່ອນຍ້າຍຂອງປະຊາຊົນຜິດກົດໝາຍ ແລະ ອື່ນໆ. ຈາກບັນຫາດັ່ງກ່າວນີ້ ບັນດາສະຫາຍໃນຄະນະພັກຈະໄດ້ພ້ອມກັນເປັນເຈົ້າການປັບປຸງແກ້ໄຂຈື່ງສາມາດຜ່ານຜ່າຄວາມຫຍຸ້ງຍາກ,ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ເຮັດ ໃຫ້ແຂວງຫົວພັນມີຄວາມຈະເລີນຮຸ່ງເຮືອງສີວິໄລດີຂື້ນເລື້ອຍໆ.

ຂ່າວໂດຍ: ສີສົມສັກ ພົມມາທຳ