ຂປລ. ໃນວັນທີ 2 ຕຸລາ ນີ້,
ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ໃຫ້ຄວາມກະຈ່າງແຈ້ງ
ຕໍ່ຫາງສຽງການຈ່າຍເງິນເດືອນ ໃຫ້ແກ່ລັດຖະກອນ ໃນໂອກາດ
ເຂົ້າຮ່ວມກາອງປະຊຸມພົບປະກັບພະນັກງານຫລັກແຫລ່ງ ອ້ອມຂ້າງສູນກາງ
ແລະ ນະຄອນຫລວງວຽງຈັນ ໂດຍທ່ານໄດ້ຍົກໃຫ້ເຫັນ 4 ບັນຫາໃຫຍ່ທີ່ສຳຄັນ
ຊຶ່ງໜຶ່ງໃນຈຳນວນ 4 ບັນຫານັ້ນ
ທ່ານໄດ້ຊີ້ໃຫ້ເຫັນກ່ຽວກັບການເບີກຈ່າຍເງິນເດືອນ ໃນສົກປີ
2012-2013 ມີການຊັກຊ້າ ແລະ
ມີຫາງສຽງວ່າລັດຖະບານຈະໂຈະການປະຕິບັດເງິນອຸດໜູນ ໃນສົກປີ
2013-2014.
ຈາກຫາງສຽງທີ່ກ່າວມາຂ້າງເທິງນັ້ນ, ທ່ານນາຍົກລັດຖະມົນຕີ
ໄດ້ໃຫ້ຄວາມກະຈ່າງແຈ້ງ ແລະ ອະທິບາຍຢ່າງສົມເຫດສົມຜົນຕໍ່ທີ່ປະຊຸມ
ໂດຍທ່ານກ່າວ ວ່າ: ກ່ຽວກັບການເບີກຈ່າຍເງິນເດືອນ ແລະ ເງິນອຸດໜູນ ໃນສົກປີ 2012-2013 ຊັກຊ້າກວ່າເວລາທີ່ເຄີຍໄດ້ ໃນຫລາຍກະຊວງ-ອົງການ ແລະ ແຂວງ ນັ້ນ ແມ່ນມີຄວາມຈິງແທ້ ຊຶ່ງຄວາມຫຍຸ້ງຍາກເລີ່ມແຕ່ເດືອນ 4 ປີ 2013 ເປັນຕົ້ນມາ. ພ້ອມທັງຖືໂອກາດນີ້ ໃຫ້ລາຍລະອຽດຕໍ່ການເບີກຈ່າຍເງິນເດືອນ ແລະ ເງິນອຸດໜູນຊັກຊ້າດ້ວຍສາເຫດສຳຄັນ ຄື:
ໂດຍທ່ານກ່າວ ວ່າ: ກ່ຽວກັບການເບີກຈ່າຍເງິນເດືອນ ແລະ ເງິນອຸດໜູນ ໃນສົກປີ 2012-2013 ຊັກຊ້າກວ່າເວລາທີ່ເຄີຍໄດ້ ໃນຫລາຍກະຊວງ-ອົງການ ແລະ ແຂວງ ນັ້ນ ແມ່ນມີຄວາມຈິງແທ້ ຊຶ່ງຄວາມຫຍຸ້ງຍາກເລີ່ມແຕ່ເດືອນ 4 ປີ 2013 ເປັນຕົ້ນມາ. ພ້ອມທັງຖືໂອກາດນີ້ ໃຫ້ລາຍລະອຽດຕໍ່ການເບີກຈ່າຍເງິນເດືອນ ແລະ ເງິນອຸດໜູນຊັກຊ້າດ້ວຍສາເຫດສຳຄັນ ຄື:
1.
ນະໂຍບາຍເງິນເດືອນ, ການເພີ່ມເງິນເດືອນ-ອຸດໜູນ ຕາມາດຕາ 2 ຂອງດຳລັດ
221/ນຍ ລົງວັນທີ 30 ພຶດສະພາ 2013 ມີທັງດ້ານດີ ແລະ
ດ້ານອ່ອນໄປຄ່ຽງຄູ່ກັນ: ດ້ານດີແມ່ນນັບແຕ່ມີການປະຕິບັດດັ່ງກ່າວ
ເຫັນວ່າການຍົກລະດັບຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ,
ພະນັກງານ ອາວຸໂສບຳນານ ດີຂຶ້ນອີກກ້າວໜຶ່ງ, ທັງກະຕຸ້ນຄວາມຫ້າວຫັນ,
ກະຕີລືລົ້ນໃນຖັນແຖວພະນັກງານ-ລັດຖະກອນ ໃນກົງຈັກຂອງພັກ-ລັດ ແລະ
ກຳລັງ ປະກອບອາວຸດດີຂຶ້ນຕື່ມ. ໃນຕົວຈິງການເພີ່ມເງິນເດືອນ ແລະ
ເງິນອຸດໜູນຄັ້ງນີ້ ແມ່ນຍັງຕ່ຳ,
ບໍ່ທັນພຽງພໍກັບການດຳລົງຊີວິດທີ່ຈຳເປັນເທື່ອ ແລະ ຍັງຕ່ຳຢູ່
ຖ້າທຽບໃສ່ສາກົນ. ສ່ວນດ້ານອ່ອນ ແມ່ນຜ່ານການຈັດຕັ້ງປະຕິບັດ
ການເພີ່ມເງິນເດືອນ ແລະ ເງິນອຸດໜູນ ໃຫ້ແກ່ພະນັກງານ-ລັດຖະກອນທຸກ
ຕຳແໜ່ງ ໃນ 1 ປີມານີ້,
ລັດຖະບານໄດ້ປະເຊີນກັບຄວາມຫຍຸ້ງຍາກຫລາຍສົມຄວນ ຊຶ່ງບັນຫາສຳຄັນ
ແມ່ນແຫລ່ງງົບປະມານທີ່ມີເງິນສົດເພີ່ມຂຶ້ນຫລາຍ, ການເກັບ
ລາຍຮັບນັ້ນບໍ່ທັນເວລາ,
ການຈ່າຍເງິນເດືອນໄດ້ຫັນຈາກສາຍຕັ້ງມາເປັນສາຍຂວາງ.
ໄປຄຽງຄູ່ກັນນັ້ນ ສົກປີ 2012-2013 ລັດຖະບານໄດ້ຈ່າຍ
ໃຫ້ວຽກງານຈຳເປັນບັງເອີນຫລາຍ ຢ່າງເຊັ່ນ:
ໄພທຳມະຊາດເກີດຂຶ້ນຕິດຕໍ່ກັນ
ລັດຖະບານຕ້ອງໄດ້ສະເໜີດັດແກ້ເພີ່ມງົບປະມານຂຶ້ນເຖິງ 400 ຕື້ກີບ
ເພື່ອແກ້ໄຂຜົນກະທົບຈາກໄພນ້ຳຖ້ວມ,
ຍັງມີລາຍຈ່າຍໃຫຍ່ເຂົ້າໃນການກະກຽມ ແລະ
ເປັນເຈົ້າພາບຈັດກອງປະຊຸມ ອາເຊັບ 7, ອາເຊັມ 9 ແລະ
ກອງປະຊຸມສາກົນອື່ນໆ ຊຶ່ງເປັນພັນທະໜ້າທີ່ຂອງປະເທດເຮົາຕໍ່ສາກົນ.
ປະຈຸບັນ ສະພາບການເບີກຈ່າຍເງິນເດືອນ ສ່ວນໃຫຍ່ແມ່ນໄດ້ແກ້ໄຂເກືອບ
ໝົດແລ້ວ, ມີບາງແຂວງ ແລະ ບາງກະຊວງ ຍັງບໍ່ທັນໄດ້.
ຕໍ່ກັບບັນຫານີ້, ລັດຖະບານ ຈະແກ້ໄຂໃຫ້ໝົດຕາມທີ່ໄດ້ກຳນົດໃນດຳລັດ
398/ນຍ ມາດຕາ 31 ຂໍ້ 10 ວັກ 6 ຢ່າງຄົບຖ້ວນ
ແຕ່ອາດຈະມີຄວາມຊັກຊ້າເລັກໜ້ອຍ່ ຊຶ່ງຕາມແຜນຮອດເດືອນ 12/2013
ການເບີກຈ່າຍເງິນເດືອນ ຈະເປັນໄປຕາມວັນເວລາ.
2. ສຳລັບຫາງສຽງ
ວ່າລັດຖະບານຈະໂຈະການເພີ່ມເງິນເດືອນ ແລະ ເງິນອຸດໜູນນັ້ນ
ບາງອັນກໍເປັນຄວາມຈິງ ແລະ ບາງອັນກໍບໍ່ເປັນຄວາມຈິງ. ການເພີ່ມ
ເງິນເດືອນຕາມມາດຕາ 2 ຂອງດຳລັດ 221/ນຍ ຊຶ່ງດັດສະນີປີນີ້ 6.700 ກີບ
ແມ່ນບໍ່ໄດ້ໂຈະ ແລະ ໄດ້ອອກດຳລັດ 241/ນຍ ໄປແລ້ວ. ສ່ວນການ
ເພີ່ມເງິນອຸດໜູນຕາມວັກ 2 ມາດຕາ 2 ຂອງດຳລັດ 221/ນຍ ເງິນຈຳນວນ
760.000 ກີບ/ຄົນ/ເດືອນນັ້ນ ກອງປະຊຸມລັດຖະບານປະຈຳປີ ເຫັນດີ
ໃຫ້ໂຈະກ່ອນ ແລະ ໄດ້ກຳນົດໄວ້ໃນມາດຕາ 8.2 ຂອງດຳລັດ 241/ນຍ ແລ້ວ.
ສຳລັບເຫດຜົນທີ່ພາ
ໃຫ້ໂຈະເງິນອຸດໜູນ 760.000 ກີບ/ຄົນ/ເດືອນ ໃນສົກປີ 2013-2014 ນັ້ນ,
ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈງຕື່ມວ່າ: ນະໂຍບາຍ
ການເພີ່ມເງິນອຸດໜູນຄ່າຄອງຊີບ ຕາມທຳມະດາແລ້ວ ຢູ່ໃນຫລາຍປະເທດ
ຈະເພີ່ມຂຶ້ນ ໃນເວລາຄ່າຄອງຊີບເໜັງຕີງຮ້າຍແຮງ ແລະ
ໄດ້ດຳເນີນໃນໄລຍະ 1-3 ເດືອນເທົ່ານັ້ນ
ບໍ່ແມ່ນຈະອຸດໜູນໄປເລື້ອຍໆ, ຕໍ່ກັບບັນຫານີ້ ກອງປະຊຸມລັດຖະບານ
ມີມະຕິໃຫ້ຄົ້ນຄວ້າປັບປຸງດຳລັດ 211/ນຍ ມາດຕາ 2 ວັກ 2 ຄືນໃໝ່,
ຕາມທິດໃຫ້ເອົາລາຍຈ່າຍທີ່ຈຳເປັນເຂົ້າໃນເງິນເດືອນ,
ສ່ວນເງິນຄ່າຄອງຊີບໃຫ້ຄົ້ນຄວ້າ ແລະ ມີຮ່ວງໃດໜຶ່ງໄວ້
ເພື່ອແຮການປ່ຽນແປງຄ່າຄອງ ຊີບທີ່ອາດມີການເໜັງຕີງແຮງ;
ການເພີ່ມເງິນອຸດໜູນ 760.000 ກີບ/ຄົນ/ເດືອນ ຖ້າມີງົບປະມານພຽງພໍ,
ມີແຫລ່ງລາຍຮັບຊັດເຈນແທ້ກໍໄດ້ ແຕ່ເບິ່ງ ສະພາບເສດຖະກິດໃນປະຈຸບັນ
ລວມທັງຜົນກະທົບຂອງເສດຖະກິດໂລກ, ພາກພື້ນແລ້ວ
ຄວາມອາດສາມາດຈັດເກັບຮ່ວງນີ້ ຊຶ່ງກວມເກືອບ 3.000 ຕື້ກີບນັ້ນ
ແມ່ນເປັນອີກປີໜຶ່ງທີ່ຍຸ້ງຍາກ ແລະ ກົດດັນຢ່າງແນ່ນອນ,
ເວົ້າລວມແລ້ວ ແມ່ນບໍ່ມີແຫລ່ງໃດມາສະໜອງໃຫ້,
ເມື່ອບໍ່ມີແຫລ່ງທາງທີ່ດີກໍຄວນ ໂຈະໄວ້ກ່ອນ,
ຖ້າຍັງຝືນຕໍ່ໄປຈະນຳໄປສູ່ສະພາບວິກິດການດ້ານເສດຖະກິດ ແລະ
ຄວາມບໍ່ສະຫງົບທາງສັງຄົມ. ເຖິງຢ່າງໃດກໍດີ ການຄົ້ນຄວ້າອອກ
ນະໂຍບາຍ ສະຫວັດດີການ-ສັງຄົມ ຕາມກະຕິກາປະກາດໃຊ້ ແລະ
ຍາມໃດກໍອີງໃສ່ເຫດຜົນຂອງການຂະຫຍາຍຕົວເສດຖະກິດ, ຄວາມສາມາດຈັດ
ເກັບລາຍຮັບງົບປະມານ ນັກເສດຖະສາດຫລາຍທ່ານຄົ້ນຄວ້າເຫັນກົດເກນວ່າ:
ຄັງເງິນເດືອນ, ສະຫວັດດີການ-ສັງຄົມ ແລະ ລາຍຈ່າຍບໍລິຫານຂອງ ລັດໜຶ່ງໆ
ແມ່ນຂຶ້ນກັບຄວາມອາສາມາດແບ່ງປັນຄືນລາຍໄດ້ແຫ່ງຊາດ ບໍ່ແມ່ນ GDP
ຄືກັບຄວາມເຂົ້າໃຈຂອງຫລາຍຄົນຕໍ່ບັນຫານີ້./.
ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ
ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ