18.5.16

ຕາດ​ຜາ​ຫວ່າງແຫຼ່ງ​ທ່ອງ​ທ່ຽວ​ໃໝ່ຂອງເມ​ືອງ​ຊຳ​ໃຕ້, ແຂວງຫົວພັນ

ນໍ້າ­ຕົກ­ຕາດຜາຫວ່າງ ເປັນອີກແຫຼ່ງທ່ອງທ່ຽວແຫ່ງຫນຶ່ງຂອງເມືອງຊຳໃຕ້ ທີ່ໄດ້ຖືກຄົ້ນພົບ ແລະປະ­ກາດເປີດເປັນແຫຼ່ງທ່ອງທ່ຽວ
ທຳມະຊາດລະ­ດັບ ເມືອງຢ່າງເປັນທາງການ ຊຶ່ງໃນອະນາຄົດແຫຼ່ງທ່ອງທ່ຽວແຫ່ງນີ້ ອາດກາຍເປັນແຫຼ່ງທ່ອງທ່ຽວລະ­ດັບແຂວງ ແລະ ລະ­ດັບຊາດ.
      ທ່ານ ຮິນທອງ ດວງຈັນສຸກ ເຈົ້າເມືອງໆຊຳໃຕ້ ໃຫ້ຮູ້ວ່າ: ຕະ­ຫຼອດໄລ­ຍະຜ່ານມານໍ້າ­ຕົກ­ຕາດຜາຫວ່າງຕັ້ງຢູ່ໃນຂອບເຂດພື້ນທີ່ຂອງ
ບ້ານປາວເຫນືອ ຊຶ່ງເມື່ອກ່ອນບ້ານປາວເຫນືອແມ່ນບ້ານຫນຶ່ງທີ່ຂຶ້ນກັບກຸ່ມບ້ານເມືອງປາວ ແລະຂຶ້ນກັບເມືອງຊຳໃຕ້ທີ່ມີມາແຕ່ບູ­ຮານນະການ ອີງຕາມການບອກ­ເລົ່າຂອງຜູ້ເຖົ້າຜູ້ແກ່ທີ່ເລົ້າສືບ­ຕໍ່ກັນມາວ່າ: ຜູ້ທີ່ມາສ້າງເປັນບ້ານທຳອິດແມ່ນມີ 3 ຈຸ້ມຈາວຄື: ຈຸ້ມຈາວທີ 1
ເປັນຊົນ ເຜົ່າໄຕແດງທີ່ຍ້າຍມາແຕ່ເມືອງປາວ, ຈຸ້ມຈາວທີ 2 ຍ້າຍມາແຕ່ເມືອງໂສຍ ແລະ ຈຸ້ມຈາວທີ 3 ຍ້າຍ ມາແຕ່ຮິ່ງຮ່າ ປ່າມູນ ລຽບແມ່­ນໍ້າແດງ (ພາກເຫນືອຂອງ ສສ ຫວຽດ­ນາມ ໃນປະ­ຈຸບັນ) ມາຮ່ວມກັນແລ້ວສ້າງເປັນບ້ານຂຶ້ນເມື່ອປະ­ມານປີ 1422 ໂດຍໃນເບື້ອງຕົ້ນມີ 27 ຄອບ­ຄົວ ແລະເອີ້ນຊື່ບ້ານວ່າ: ບ້ານນາຄຳ, ແຕ່ໃນໄລ­ຍະຕໍ່ມາໄດ້ປ່ຽນຊື່ບ້ານຈາກບ້ານນາຄຳມາເປັນບ້ານປາວເຫນືອ ໂດຍກຳ­ນົດຊື່ເອີ້ນຕາມສາຍນ້ຳ ເພາະວ່າບ້ານຕັ້ງຢູ່ລຽບຫ້ວຍນ້ຳປາວຕອນເຫນືອ ນອກນັ້ນຍັງມີຫ້ວຍນໍ້າຮໍຊຶ່ງ ເປັນ ຍອດ­ນໍ້າປາວທີ່ໄຫຼມາແຕ່ພູພຽງນໍ້າຍື່ງເຂດກະສອນ ໂດຍນໍ້າດັ່ງ­ກ່າວໄດ້ໄຫຼລອດຜາຫວ່າງອອກມາເປັນນໍ້າ­ຕົກ­ຕາດທີ່ສວຍງາມຊາວ­ບ້ານເຂດນີ້ເລີຍເອີ້ນຊື່ຕາມຜານໍ້າອອກມານີ້ວ່າ: ຕາດຜາຫວ່າງ ສືບ­ຕໍ່ກັນມາຈົນເຖິງປະ­ຈຸບັນ.
       ນໍ້າ­ຕົກ­ຕາດຜາຫວ່າງເປັນນໍ້າ­ຕົກ ຫີນເກັດຕັ້ງຢູ່ບ້ານປາວເຫນືອ ເມືອງຊຳໃຕ້ ຫ່າງຈາກເທ­ສະບານ ເມືອງ 30 ກິໂລແມັດ ເປັນນໍ້າຕົກຕາດອອກຈາກຮູຜາຫີນທີ່ຢຽດຍາວໄປຕາມສາຍ­ພູສູງ ແລະມີແມ່ນ້ຳໄຫຼຕະ­ຫຼອດປີເປັນນ້ຳ­ຕົກ­ຕາດທຳມະຊາດທີ່ສວຍງາມອາດເປັນອັນດັບຫນຶ່ງຂອງປະ­ເທດລາວ ມີຄວາມຍາວທັງຫມົດ 700 ແມັດ ກວ້າງສະ­ເລ່ຍ 15-20 ແມັດ ມີ 21 ພັກ ແຕ່ລະພັກມີຄຸນລັກ­ສະ­ນະຄວາມງາມແຕກຕ່າງກັນເປັນຕາດທີ່ມີສະ­ເຫນ ດຶງດູດຈິດ­ໃຈຜູ້ມາທ່ຽວຊົມ ຍ້ອນຄວາມງາມຂອງທຳມະຊາດທີ່ອຸ­ດົມ­ສົມ­ບູນໄປ ດ້ວຍຊີ­ວະນາໆພັນອາ­ໄສຢູ່ຫຼາກຫຼາຍ, ອາ­ກາດສົດ­ຊື່ນເຢັນສະ­ບາຍ, ສອງຟາກຫ້ວຍມີຕົ້ນ­ໄມ້ຫຼາຍຢ່າງຂຽວ­ງາມ, ມີສັດສາວາສິ່ງຫຼາຍຊະ­ນິດເປັນ­ຕົ້ນນົກ, ກະ ຮອກ ແລະຊະ­ນິດອື່ນໆຢ່າຫຼວງ­ຫຼາຍພິເສດແມ່ນມີໂຕທະ­ນີ 7 ໂຕແຕ່ລະມື້ຈະ ອອກມາຮ້ອງຢ່າງມີຄວາມ­ສຸກໃນຂອບເຂດບໍ­ລິ­ເວນດັ່ງ­ກ່າວ ນອກນັ້ນ ໃນຂອບເຂດນ້ຳ­ຕົກ­ຕາດຜາຫວ່າງຍັງມີຮ່ອງຮອຍທາງປະ­ຫວັດ­ສາດ, ວັດ­ທະ­ນະ­ທຳຫຼາຍຢ່າງທີ່ເປັນ­ຕາງຶດ­ງໍ້ເຊັ່ນ: ຫີນຕັ້ງ, ຫີນຫນູນີກາ (ຮູບອະໄວຍະວະເພດຍິງ-ຊາຍ ຢູ່ຮ່ວມກັນ), ມີຮອຍຕີນເຢື້ອຍ, ເຕົ່າຫີນຕີນຜາຮໍ ແລະຖໍ້າມ້າຫີນຜູ້ເຖົ້າຜູ້ແກ່ບູ­ຮານເພີ່ນເຄີຍເວົ້າກັນວ່າ: ຖໍ້າມ້າ ສາ­ລີກາບຜາຮໍ ຊຶ່ງມີຄວາມເຫມາະສົມແກ່ການໄປທ່ຽວຊົມ ແລະພັກ­ຜ່ອນໃນມື້ວັນພັກຕ່າງໆ.
      ສ່ວນສາ­ເຫດທີ່ມາຂອງຊື່ຜາຫວ່າງນັ້ນ ຕາມການບອກ­ເລົ່າຂອງຊາວ­ບ້ານໃຫ້ຮູ້ວ່າ: ແຕ່ກ່ອນຜານີ້ມີໂຕຫວ່າງຫຼາຍບວກໃສ່ກັບຜາຫີນສູງຍາວມີນໍ້າໄຫຼອອກຈາກຮູຜາໃນລະ­ດູ­ຝົນໄຫຼອອກຈາກຮູນໍ້າລອດບໍ່ທັນນໍ້າໄດ້ໄຫຼອອກຈາກຫວ່າງຜາຂອງສອງຜາຮຽງກັນຈິ່ງໄດ້ເອີ້ນຊື່­ວ່າ: ຜາຫວ່າງ.
       ທ່ານ ຮິນທອງ ດວງຈັນສຸກ ກ່າວຕື່ມອີກວ່າ: ມາຮອດຕົ້ນເດືອນພະ­ຈິກ 2015 ເມືອງໄດ້ຕັດ­ສິນໃຈມອບໃຫ້ບໍ­ລິ­ສັດບູນທະ­ວີຊັບເປັນຜູ້ລົງ­ທຶນກໍ່­ສ້າງເສັ້ນ­ທາງເຂົ້າໃສ່ຕາດດັ່ງ­ກ່າວເພື່ອສ້າງພື້ນ­ຖານ ໂຄງລ່າງໃນເບື້ອງຕົ້ນ ຊຶ່ງມີຄວາມຍາວ 4 ກິ­ໂລ­ແມັດ ເພື່ອເປັນການສ້າງເງື່ອນໄຂໃຫ້ພະ­ນັກ­ງານ, ປະ­ຊາ­ຊົນ, ແຂກຕ່າງດ້າວຊາວຕ່າງແດນໄດ້ມາທ່ຽວຊົມທິວທັດທຳມະຊາດທີ່ສວຍສົດງົດງາມສາມາດດຶງດູດເອົາບັນ­ດາແຂກພາຍໃນ ແລະ ຕ່າງ­ປະ­ເທດເຂົ້າມາທ່ຽວຊົມ.
      ແນວ­ໃດກໍດີ ການພັດ­ທະ­ນາແຫຼ່ງທ່ອງທ່ຽວນໍ້າຕົກ­ຕາດຜາຫວ່າງນີ້ ເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ ໃນຂັ້ນຕໍ່ໄປພວກເຮົາຈະສືບ­ຕໍ່ພັດ­ທະ­ນາແຫຼ່ງທ່ອງທ່ຽວແຫ່ງນີ້ໃຫ້ກາຍ­ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດລະ­ດັບແຂວງ ແລະ ລະ­ດັບຊາດໃນອະ­ນາ­ຄົດທີ່ຖືກ­ຕ້ອງຕາມກົດ­ຫມາຍການ­ທ່ອງ­ທ່ຽວໃນພາກທີ V ຫມວດທີ 2 ວ່າດ້ວຍການພັດ­ທະ­ນາ ແຫຼ່ງທ່ອງທ່ຽວ.
       ທັງນີ້ ກໍຂໍຮຽກ­ຮ້ອງເຊີນ­ຊວນບັນ­ດາທ່ານທີ່­ຢູ່ພາຍໃນ ແລະຕ່າງ­ປະ­ເທດ ຈົ່ງພ້ອມກັນໃຫ້ຄວາມສະ­ຫນັບ­ສະ­ຫນູນໂຄ­ສະນາຊວນເຊື່ອ ພ້ອມກັນມາທ່ຽວຊົມປະກອບສ່ວນວັດ­ຖຸຈິດ­ໃຈເຂົ້າໃນການພັດທະນາແຫຼ່ງທ່ອງທ່ຽວຜາຫວ່າງຫ້ວຍຮໍແຫ່ງນີ້ ເພື່ອເຮັດໃຫ້ບັນ­ລຸຕາມຄຳຂວັນຂອງເມືອງຊຳໃຕ້ ແຂວງຫົວ­ພັນທີ່ວ່າ: “ເຊີນຊົມຕາດຜາຫວ່າງ ຜາຫນ່າງ ວີລະຊົນ ຜ້າ­ໄຫມມ້ອນຊຳໃຕ້ ປ່າ­ໄມ້ໃຫຍ່ໂລງເລງ ນໍ້າຊຳແຫຼ່ງພະ­ລັງ­ງານໄຟ­ຟ້າ ມ້າສາລີກາບຜາຮໍ ”

ແຫລ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ