14.1.16

ເມືອງວຽງໄຊ ເອົາໃຈໃສ່ປົກປັກຮັກສາ ຮ່ອງຮອຍປະຫວັດສາດ ຕິດພັນກັບການອະນຸຮັກທໍາມະຊາດ

ເມືອງວຽງ​ໄຊ​ ແຂວງ​ຫົວ­ພັນ ​ແມ່ນ​ເມືອງ ທີ່​ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ, ມີ​ຮ່ອງ­ຮອຍ​ປະ­ຫວັດສາດ​ທີ່​ສຳຄັນ​ຫຼາຍ​ແຫ່ງ ທີ່​ຕິດ​ພັນ​ກັບ​ມູນ­ເຊື້ອຂອງ​ພັກ, ມູນ­ເຊື້ອ​ການ​ຕໍ່­ສູ້​ປົດ​ປ່ອຍຊາດ​ໃນ​ພາ­ລະ­ກິດ​ປົດ​ປ່ອຍ​ຊາດ​ໃນ​ເມື່ອ​ກ່ອນ ຊຶ່ງ​ພາຍ­ຫຼັງ​ທີ​ຫັນ​ທິດ​ການ​ຕໍ່­ສູ້​ແຕ່​ຕົ້ນ​ປີ 1960 ສູນກາງ​ພັກ​ໄດ້​ເລືອກ​ເອົາ​ດິນ­ແດນ ເຂດ​ຕາ­ແສງ​ຊຽງ​ຊື່​ເປັນ​ທີ່​ຕັ້ງສຳ­ນັກ­ງານ​ຂອງ​ສູນ​ກາງ​ພັກ, ແຕ່​ຍ້ອນ​ຈັກ­ກະ­ພັດ​ອາ­ເມ­ລິ­ກາ​ຜູ້​ຮຸກ​ຮານ​ໄດ້​ໃຊ້​ຍົນ​ຍິງ​ທຳ­ລາຍເຂດ​ທີ່​ໝັ້ນ​ຂອງ​ການ​ປະ­ຕິ­ວັດ​ຢູ່ລາວ​ຫຼາຍ​ຈຸດ​ສະ­ນັ້ນ​ກາງ​ປີ 1964 ສູນ​ກາງ​ພັກ​ຈິ່ງ​ໄດ້​ຕົກ­ລົງ​ຍົກຍ້າຍ ສຳ­ນັກ­ງານ​ສູນ​ກາງ​ພັກ, ສູນກາງ​ແນວ​ລາວ​ຮັກ​ຊາດ ແລະ​ອົງການ​ອື່ນໆ ຈາກ​ບ້ານ​ຊຽງ​ຊື່​ມາ​ຢູ່ຕາມ​ຖ້ຳ​ຜາ​ຫີນ​ເຂດ​ທົ່ງ​ນາ​ໄກລ້ອງ​ກູ້​ມາ​ຮອດ​ວັນ​ທີ 30 ພະ­ຈິກ 1968 ສູນ​ກາງ​ພັກ​ຈິ່ງ​ໄດ້​ຫັ້ນ​ເອົາ 10 ຕາ­ແສງ​ຂອງ​ເມືອງ​ຊຳ​ເໜືອ ແລະ 1 ຕາ­ແສງ​ຂອງ​ເມືອງ​ໂສຍລວມ​ເປັນ
11 ຕາ­ແສງ​ໂຮມ​ເຂົ້າ ເປັນ​ເຂດ​ພິ­ເສດ​ໂດຍ​ພາຍ​ໃຕ້​ການ ຊີ້​ນຳ​ໂດຍ​ກົງ​ຂອງ​ສູນ​ກາງ​ພັກ, ພາຍ­ຫຼັງ​ທີ່​ປະ­ເທດ​ຊາດ​ໄດ້​ຮັບ ການ​ປົດ​ປ່ອຍ​ສູນ​ກາງ​ພັກ​ຈິ່ງ​ໄດ້ຍົກ­ຍ້າຍ​ສຳ­ນັກງານ, ອົງ­ການຕ່າງໆ​ໄປ​ຢູ່​ວຽງ​ຈັນ ແລະ​ໃນ​ຕົ້ນ​ປີ 1976 ສູນ​ກາງ​ພັກ​ຈິ່ງ​ໂຮມ​ເອົາ ເມືອງ​ໂສຍ​ເຂົ້າ​ກັບ​ເຂດ​ພິ­ເສດ ສ້າງ­ຕັ້ງ​ເປັນ​ເມືອງ​ສຳ­ພັນ​ຂຶ້ນ​ກັບ ແຂວງ​ຫົວ­ພັນ ແລະ​ໃນ​ທ້າຍ​ປີດຽວ​ກັນ​ກໍ​ໄດ້​ປ່ຽນ​ຊື່​ເມືອງ​ສຳ­ພັນ​ເປັນ​ເມືອງ​ວຽງ​ໄຊ​ຕາມ​ຊື່​ລັບ​ຂອງ​ທ່ານ​ປະ­ທານ ໄກ­ສອນ ພົມ­ວິ­ຫານ ຈົນ​ມາ​ເຖິງ​ປະ­ຈຸ​ບັນ​ນີ້.

     ເພື່ອ​ປົກ​ປັກ​ຮັກ­ສາ ແລະ​ເສີມ​ຂະ­ຫຍາຍ​ມູນ­ເຊື້ອ​ປະ­ຫວັດ­ສາດ​ດັ່ງ­ກ່າວ ໂດຍ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ຄະ­ນະ​ປະຈຳ​ພັກ​ແຂວງ​ສະ­ໄໝ​ທີ VII, ການ​ຮ່ວມ​ມື​ຈາກ​ພະ­ແນກ­ການ​ກ່ຽວ­ຂ້ອງ​ຂັ້ນ​ແຂວງ, ຫ້ອງ­ການ​ກ່ຽວ­ຂ້ອງ​ຂອງ​ເມືອງ, ຄະ­ນະ​ຮັບ­ຜິດ­ຊອບ​ທຸກ​ຂັ້ນ​ຮ່ວມກັບ​ບໍ­ລິ­ສັດ​ຮົງ​ກຣາດ​ໄດ້​ພ້ອມ ກັນ​ສຳ​ຫຼວດ​ສ້າງ​ແຜນ​ແມ່​ບົດ​ພັດ ທະ​ນາ​ເມືອງ​ວຽງ​ໄຊ​ນັບ​ແຕ່​ປີ 2006-2026 ສະ­ເໜີ​ລັດ­ຖະ­ບານຮັບ­ຮອງ ແລະ​ລັດ­ຖະ­ບານ​ໄດ້ອອກ­ດຳ­ລັດ 298/ນຍ ລົງ​ວັນ​ທີ 29 ກັນ­ຍາ 2009 ຮັບ­ຮອງ​ເອົາ ເມືອງ​ວຽງ​ໄຊ​ເປັນ​ເມືອງ​ມໍ­ລະ­ດົກ ແລະ​ທຳ​ມະ​ຊາດ ຊຶ່ງ​ໃນ​ແຜນ​ພັດທະ​ນາ​ດັ່ງ­ກ່າວ​ໄດ້​ກຳ­ນົດ​ວິ­ໄສ​ທັດ ເພື່ອ​ພັດ​ທະ ນາ​ເມືອງ​ວຽງ​ໄຊ​ຢ່າງ ລະ­ອຽດ​ຄື: ສ້າງ​ເມືອງ​ວຽງ​ໄຊ​ໃຫ້ ເປັນ​ເມືອງ​ມໍລະ­ດົກ​ທາງ​ດ້ານ​ປະຫວັດ​ສາດ ແລະ​ທຳ​ມະ​ຊາດ, ເປັນເມືອງ​ອຸ­ດົມ​ຮັ່ງ­ມີ, ເມືອງ​ສຸ​ຂະ​ອະນາ​ໄມ​ດີ, ເປັນ​ຕົວ​ເມືອງ​ຍ່າງ​ທ່ຽວຊົມ ແລະ​ສະ­ຫງົບ, ສ້າງ​ເມືອງ ວຽງ​ໄຊ ໃຫ້​ເປັນ​ເມືອງ​ສີ­ຂຽວ​ສວຍງາມ.

     ທ່ານ​ເຈົ້າ­ເມືອງ​ວຽງ​ໄຊ​ຍັງ ເວົ້າ​ວ່າ​ເພື່ອ​ເຮັດ​ໃຫ້ 5 ວິ­ໄສ​ທັດ​ດັ່ງ­ກ່າວ​ປະ­ຕິ­ບັດ​ບັນ­ລຸ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້​ສະ­ນັ້ນ​ຈິ່ງ​ໄດ້​ມີການ​ກຳ­ນົດ​ບັນ­ດາ​ກິດ­ຈະ­ກຳ​ຢ່າງລະ­ອຽດ ໂດຍ​ມີ​ການ​ປະ­ສານ​ສົມທົບ​ກັບ​ບັນ­ດາ​ພາກ­ສ່ວນ​ກ່ຽວ ຂ້ອງ​ໃນ​ຂັ້ນ​ຕ່າງໆ​ໃຫ້​ກົມ­ກຽວກັນ ພ້ອມ​ນີ້​ຍັງ​ໄດ້​ລະ­ດົມ​ທຶນ​ທັງພາຍ​ໃນ ແລະ​ຕ່າງ­ປະ­ເທດ​ເຂົ້າ​ມາ ບູ­ລະ­ນະ​ປະ­ຕິສັງ­ຂອນ​ບັນ­ດາ​ຮ່ອງຮອຍ​ປະ­ຫວັດ­ສາດ​ທີ່​ຮັບ​ໃຊ້​ແກ່ການ​ປະ­ຕິ­ວັດ​ທີ່​ສຳ­ຄັນ​ຫຼາຍ​ແຫ່ງ ໃນ​ເມື່ອ​ກ່ອນ​ໄດ້​ສຳ­ເລັດ​ຫຼາຍ​ໂຄງການ​ຄື: ສຳ­ເລັດ​ການ​ບູ­ລະ­ນະ​ຖ້ຳການ​ຄ້າ, ຖ້ຳ​ແຜນ­ການ, ຖຳ​ຄະ­ນະຈັດ​ຕັ້ງ​ສູນ​ກາງ​ພັກ, ຖຳ​ຊ້າງ​ລອດ (ຖຳ​ທະ­ຫານ​ສູນ​ກາງ), ແມ່­ຍິງລາວ, ໂຮງ­ໝໍ​ມິດ­ຕະ­ພາບ, ຖ້ຳທ່ານ ໜູ​ຮັກ ພູມ​ສະ­ຫວັນ ແລະ​ຖ້ຳທ່ານ​ສຸ​ພາ­ນຸ​ວົງ, ສ້ອມ­ແປງ​ເຮືອນ ທ່ານ ປະ­ທານ ໄກ­ສອນ ພົມ­ວິ­ຫານ ແລະ​ສ້າງ​ເສັ້ນ­ທາງຍ່າງ​ເຊື່ອມ​ຕໍ່​ລະ­ຫວ່າງ​ຖ້ຳ​ຕໍ່​ຖ້ຳ​ຊຶ່ງ ມີ​ຄວາມຍາວ​ທັງ​ໝົດ 5,4 ກິ­ໂລ­ແມັດ​ນອກ­ຈາກ​ນີ້​ຍັງ​ໄດ້​ກໍ່­ສ້າງ​ໂຮງຮຽນ​ການ­ເມືອງ​ການ​ປົກ­ຄອງ ແຂວງ​ຂຶ້ນ​ທີ່​ບໍ­ລິ­ເວນ​ບ້ານ​ບັກ​ເມືອງ ເມືອງ​ໄຊ ຊຶ່ງ​ເມື່ອ​ກ່ອນ​ເປັນ​ທີ່​ຕັ້ງ ໂຮງ­ຮຽນ​ທິດ​ສະ​ດີ​ສູນ​ກາງ​ພັກແຫ່ງ​ທຳ​ອິດ ພ້ອມ​ທັງ​ປະ­ດິດ­ສະ­ຖານ​ຮູບ​ປັ້ນ​ຫຼໍ່​ຂອງ​ທ່ານ​ປະ­ທານ ໄກ­ສອນ ພົມ­ວິ­ຫານ ຂຶ້ນ​ຢູ່​ສະຖານ​ທີ່​ດັ່ງ­ກ່າວ.

     ນອກ­ຈາກ​ນັ້ນ​ຍັງ​ມີ​ບາງ​ໂຄງ ການ​ທີ່​ພວມ​ດຳ­ເນີນ​ການ​ກໍ່­ສ້າງ ເຊັ່ນ: ຖ້ຳ​ແນວ​ລາວ, ຖ້ຳ​ສັນ­ຕິລາດ, ກໍ່­ສ້າງ​ຫໍ​ມູນ­ເຊື້ອ​ຂອງ​ແຂວງ​ຕິດພັນ​ກັບ​ເຂດ​ຖ້ຳ​ຜາ​ແດງ (ສັນ­ຍາ​ລັກການ​ຮ່ວມ​ສຳ­ພັນ​ສູ້​ຮົບ​ລະ­ຫວ່າງ 2 ຊາດ​ລາວŒຫວຽດ­ນາມ​ຕ້ານ ຈັກ­ກະ­ພັດ​ຜູ້​ຮຸກ​ຮານ), ສ້າງ​ສູນ​ຂໍ້ມູນ​ຂ່າວ­ສານ ແລະ​ກໍ່­ສ້າງ​ສວນຊາ​ກຸ​ຣະ, ດຳ­ເນີນ​ການ​ສຳ​ຫຼວດອອກ​ແບບ ແລະ​ຂໍ​ທຶນເພື່ອ​ບູ​ລະນະ​ຖ້ຳ​ຈີນ, ໂຄງ­ການ​ອ່າງ​ນ້ຳ ເມືອງ​ວຽງ​ໄຊ, ໂຄງ­ການ​ສູນການ​ຄ້າ ແລະ​ໂຄງ­ການ​ສະ­ໜາມ ກີ­ລາ​ຄົບ​ວົງ​ຈອນ, ຖ້ຳ​ທ່ານ ສະໝານ ວິ​ຍະ​ເກດ, ທ່ານ ສີ​ທົນ ກົມ​ມະ​ດຳ, ທ່ານ ໄຟ​ດ່າງ ລໍ​ເບຍຢາວ, ທ່ານ ສີ­ຫະ​ນຸ ແລະ​ຖ້ຳ​ຊາວໜຸ່ມ ໂດຍ​ຕິດ​ພັນ​ກັບ​ການ​ບູ­ລະ­ນະ ບັນ­ດາ​ຮ່ອງ­ຮອຍ​ປະ­ຫວັດ​ທີ່​ສຳຄັນ​ແລ້ວ​ຍັງ​ໄດ້​ປຸກ­ລະ­ດົມ​ປະ­ຊາຊົນ, ອົງ­ການ​ກ່ຽວ­ຂ້ອງ​ຂອງ ເມືອງ​ປູກ​ຕົ້ນ­ໄມ້​ປະ­ເພດ​ຕ່າງໆ ເຊັ່ນ: ໄມ້​ອຸດ­ສາ­ຫະ­ກຳ​ໃສ່​ຕາມ​ເປີ້ນພູ​ອ້ອມ​ຂ້າງ​ເທ­ສະ​ບານ, ໄມ້​ໃຫ້ໝາກ ແລະ​ໄມ້​ປະ­ດັບ​ລຽບ​ຕາມສອງ​ຟາກ​ທາງ​ຕາມ​ຂອບ​ເຂດຕົນ​ຮັບ­ຜິດ­ຊອບ​ໄດ້​ຫຼາຍ​ພັນ​ຕົ້ນພ້ອມ​ນີ້​ໄດ້​ມອບ​ຄວາມ​ຮັບ​ຜິດຊອບ​ເປັນ​ເຈົ້າ​ການ​ໃນ​ການ​ບົວ​ລະບັດ​ຮັກ­ສາຈາກ​ບັນ­ດາ​ຜົນ­ສຳ­ເລັດ ດັ່ງ­ກ່າວ​ໄດ້​ເຮັດ​ໃຫ້​ເມືອງ​ວຽງ​ໄຊ ມີ​ໂສມ​ໜ້າ​ໃໝ່, ກາຍ­ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທາງ​ປະ­ຫວັດສາດ, ທຳ​ມະ​ຊາດ​ທີ່​ໜ້າ​ທ່ຽວ​ຊົມ, ເປັນບ່ອນ​ສຶກ​ສາ​ຮຽນ​ຮູ້​ບົດ­ຮຽນ​ທາງ ດ້ານ​ປະ­ຫວັດ­ສາດ​ທີ່​ສຳ­ຄັນ​ຂອງ ແຂກ​ທັງ​ພາຍ​ໃນ ແລະ​ຕ່າງ​ປະເທດ.
ແຫລ່ງຂ່າວຈາກ: www.sedthakid.la