5.1.16

ພິທີວາງສີລາລືກໂຄງການກໍ່ສ້າງໂຮງໝໍ ມິດຕະພາບ ແຂວງຫົວພນ

ພິທີວາງສີລາລືກໂຄງ ການກໍ່ສ້າງໂຮງໝໍມິດຕະພາບ ແຂວງຫົວພັນ ໄດ້ຈັດຂຶ້ນໃນ ວັນທີ 3 ມັງກອນ 2016 ນີ້ ໂດຍການເຂົ້າຮ່ວມເປັນກຽດ ຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ກຳມະການກົມການ ເມືອງສູນກາງພັກ ຮອງນາຍົກ ລັດຖະມົນຕີ ປະທານຄະນະ ກຳມາທິການຮ່ວມມືລາວ- ຫວຽດນາມ, ທ່ານ ຫງວຽນ ດິ້ງຊຶ້ງ ຮອງເລຂາພັກແຂວງ ປະທານຄະນະກຳມາທິການ ປະຊາຊົນແຂວງແທັງຮວາ, ມີທ່ານລັດຖະມົນຕີຊ່ວຍວ່າການກະຊວງແຜນການ-ການລົງທຶນ, ຜູ້ຕາງໜ້າພະແນກ ການກ່ຽວຂ້ອງຂອງສອງແຂວງຫົວພັນ-ແທັງຮວາເຂົ້າຮ່ວມນຳ. 
ໂຄງການກໍ່ສ້າງໂຮງໝໍມິດຕະພາບແຂວງຫົວພັນ ເປັນໂຄງການໜຶ່ງທີ່ມີຄວາມໝາຍຄວາມສຳຄັນທີ່ສຸດ, ເປັນການປຸກສ້າງອາຄານທີ່ທັນສະໄໝ, ຄົບວົງຈອນ, ມີອຸປະ ກອນຮັບ ໃຊ້ທີ່ທັນສະໄໝ, ເນື້ອທີ່ປຸກ ສ້າງ 15.000 m2, ຈະສ້າງ ເປັນຕຶກ 9 ຊັ້ນ, ມີ 200 ຕຽງ ນອນ ເພື່ອປິ່ນປົວ ແລະ ຮັບ ໃຊ້ຄົນເຈັບ ໂດຍແມ່ນການ ຊ່ວຍ ເຫຼືອລ້າ
ຂອງລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມ ນິຍົມຫວຽດນາມ ໃນມູນຄ່າ 25 ລ້ານໂດລາສະຫະລັດ ແລະ ໂຄງການດັ່ງກ່າວຈະເລີ່ມລົງ ມືກໍ່ສ້າງນັບ ແຕ່ປີນີ້ເປັນຕົ້ນໄປ ຄາດວ່າຈະໃຫ້ສຳເລັດໃນປີ 2018. ຊຶ່ງເຈົ້າຂອງໂຄງການ ຝ່າຍລາວແມ່ນພະແນກແຜນ ການ - ການລົງທຶນແຂວງຫົວ ພັນ ແລະ ຝ່າຍຫວຽດນາມ ແມ່ນຄະນະກຳມະການປະຊາ ຊົນແຂວງແທັງຮວາ, ເມື່ອໂຄງ ການກໍ່ສ້າງໂຮງໝໍມິດຕະພາບ ແຫ່ງນີ້ສຳເລັດ ຈະກາຍເປັນ ບ່ອນປິ່ນປົວດ້ານສຸຂະພາບ ຂອງຄົນພາຍ ໃນແຂວງ, ບັນ ດາແຂວງໃກ້ຄຽງ ແລະ ພີ່ນ້ອງ ຊາວຫວຽດນາມ ທີ່ມາທຳມາ ຫາກິນຢູ່ແຂວງຫົວພັນ.
ການຊ່ວຍເຫຼືອໂຄງການ ກໍ່ສ້າງໂຮງໝໍແຫ່ງນີ້ ຖືວ່າ ເປັນການຊ່ວຍເຫຼືອດ້ວຍມູນ ຄ່າທີ່ສູງກວ່າໝູ່ໃນທຸກໂຄງ ການ ທີ່ໄດ້ຊ່ວຍເຫຼືອແກ່ແຂວງ ຫົວພັນໃນຜ່ານມາ ແລະ ຕ້ອງໃຫ້ບັນລຸຕາມຄາດໝາຍທີ່ສອງລັດຖະບານລາວ - ຫວຽດນາມ ວາງໄວ້. ນອກຈາກວຽກ ງານທາງດ້ານວັດຖຸ ແລະ ຈິດໃຈ, ຮັບໃຊ້ວຽກງານກວດປິ່ນປົວສຸຂະພາບ ແລ້ວ ຍັງເປັນການຫັນຮູບແບບການປ່ຽນ ແປງໄປສູ່ຄວາມທັນສະໄໝ ທາງດ້ານລະບົບສາທາລະນະ ສຸກຂອງແຂວງ, ແນໃສ່ຕອບ ສະໜອງຄວາມຮຽກຮ້ອງຕ້ອງ ການ, ໃນການດູແລສຸຂະພາບ ໃຫ້ປະຊາຊົນໃນອະນາຄົດ ອີກດ້້້ວຍ.
ໂອກາດດຽວກັນນີ້ ທ່ານ ຫງວຽນດິ້ງຊຶ້ງ ຕາງໜ້າໃຫ້ຄະ ນະພັກ ອຳນາດການປົກຄອງ  ແຂວງແທັງຮວາ ມອບເງິນຈຳນວນ 200 ລ້ານດົງແກ່ແຂວງ ຫົວພັນ, ກ່າວຮັບ ໂດຍທ່ານ ຄຳວອນ ບຸນທະວົງ ຮອງເລຂາ ພັກແຂວງປະທານສະພາປະ ຈຳເຂດເລືອກຕັ້ງທີ 8 ແຂວງ ຫົວພັນ.
ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ