20.5.16

​ທ່ານ ພັນ​ຄຳ ວິພາ​ວັນ ຮ​ອງປະທານ​ປະ​ເທດ​ ແຫ່ງ​ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ

        ໃນຕອນເຊົ້າຂອງວັນທີ 17/05/2016 ທ່ານ ພັນ​ຄຳ ວິພາ​ວັນ ຮ​ອງປະທານ​ປະ​ເທດ​ ແຫ່ງ​ ສປປ ລາວ ໄດ້ໃຫ້ກຽດເປັນພິທີໃສ່ບາດສະຫຼອງແກ້ວຫຼັກເມືອງ ທີ່ຊໍາເໜືອ ຄົບຮອບ 8 ປີ ແກ້ວຫຼັກເມືອງ ຕັ້ງຢູ່ໃຈກາງເທດສະບານ ເມືອງຊຳເໜືອ ແຂວງຫົວພັນ ອົງຄະນະພັກ-ອຳນາດການປົກຄອງແຂວງຫົວພັນ ໄດ້ຕົກລົງກໍ່ສ້າງ ສວນແກ້ວຫຼັກເມືອງຂຶ້ນ ໃນວັນທີ່ 24/9/2007 ແລະ ໄດ້ສຳເລັດວັນທີ 17/5/2008.
ປັດຈຸບັນສວນແກ້ວຫຼັກເມືອງ ໄດ້ກາຍເປັນສະຖານທີ່ ທີ່ສັກສິດ ດ້ວຍ 4 ສັດຈະທໍາ ຢູ່ເສົາໜ່ວຍແກ້ວຫຼັກເມືອງ ແລະ ກາຍເປັນສະຖານທີ່ແຫຼ່ງທ່ອງທ່ຽວ ທີ່ສຳຄັນຂອງແຂວງຫົວພັນ.
ໃນວັນທີ່ 17/05/2016 ການນໍາ ແລະ ປະຊາຊົນຊາວເມືອງຊໍາເໜືອ ແລະ ໃກ້ຄຽງ ໄດ້ພ້ອມກັນເຮັດພິທີ ທໍາບຸນໃສ່ບາດ ແລະ ມ່ວນຊື່ນຄົບງັນ.
ຫລັງຈາກນັ້ນ,ທ່ານຮອງປະທານປະເທດຍັງໄດ້ໂອ້ລົມເນັ້ນໃຫ້ອຳນາດການປົກຄອງ ທຸກຂັ້ນຂອງແຂວງຫົວພັນ ພັດທະນາແຂວງໃຫ້ໄປຕາມ 4 ບຸກທະລຸ, ເປັນເຈົ້າການພັດ ທະນາຕົນເອງ ລວມທັງອະນຸ ລັກຮັກສາທຳມະຊາດ, ພ້ອມ ນັ້ນ ກໍໃຫ້ເອົາໃຈໃສ່ຄົ້ນຄວ້າ ເຊື່ອມຊຶມມະຕິກອງປະຊຸມ ໃຫຍ່ ຄັ້ງທີ X ຂອງພັກ. ຂະນະ ທີ່ ທ່ານເຈົ້າແຂວງຫົວພັນລາຍ ງານວ່າ: ເສດຖະກິດແຂວງຫົວ ພັນ ຂະຫຍາຍຕົວຢູ່ໃນລະດັບ 8-9% ຕໍ່ປີ.

ເມື່ອວັນທີ 16 ພຶດສະພາ ຜ່ານມານີ້ ທ່ານ ພັນຄຳ ວິພາ ວັນ ຮອງປະທານປະເທດ ໄດ້ ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມພະນັກງານແຂວງຫົວ ພັນ ໂດຍເປັນກຽດເຂົ້າຮ່ວມ ຮັບຟັງຂອງທ່ານ ວັນໄຊ ແພງ ຊຸມມາ ກຳມະການສູນກາງ ພັກ ເລຂາພັກແຂວງ ເຈົ້າແຂວງ ຫົວພັນ, ມີບັນດາທ່ານການນຳ ຂັ້ນແຂວງ, ເມືອງຊຳເໜືອ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ພ້ອມດ້ວຍ ພະນັກງານ-ລັດຖະກອນທົ່ວ ເທດສະບານແຂວງເຂົ້າຮ່ວມ ຮັບຟັງນຳ.
ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ໄດ້ລາຍ ງານສະພາບລວມ ແລະ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມ ຄັ້ງທີ IX ຂອງອົງຄະ ນະພັກແຂວງ ແລະ ມະຕິ X ຂອງສູນກາງພັກ ໂດຍຍົກໃຫ້ ເຫັນແຂວງຫົວພັນໃນໄລຍະ ຜ່ານມາ ມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມ ມີຄວາມສະຫງົບປອດໄພ, ເສດຖະກິດມີການຂະຫຍາຍ ຕົວຕໍ່ເນື່ອງໃນລະດັບ 8-9%, GDP ບັນລຸ 864 ໂດລາສະ ຫະລັດຕໍ່ຄົນຕໍ່ປີ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນຍັງເຫຼືອ 22,16% ຂອງຄອບ ຄົວທັງໝົດໃນທົ່ວແຂວງຈາກ ຜົນງານທີ່ສ້າງມາໄດ້ ທ່ານ ຮອງປະທານປະເທດ ໄດ້ຍ້ອງ ຍໍຊົມເຊີຍຜົນງານ ທີ່ແຂວງຫົວ ພັນ ຍາດມາໄດ້ໃນໄລຍະຜ່ານ ມາ ແລະ ໄດ້ຮຽກຮ້ອງໃຫ້ຄະ ນະພັກ, ອຳນາດການປົກຄອງ ທຸກຂັ້ນ ຈົ່ງມີສະຕິລະວັງຕົວ, ມີຄວາມສາມັກຄີຊ່ວຍເຫຼືອຊຶ່ງ ກັນ ແລະ ກັນ ເປັນຈິດໜຶ່ງໃຈ ດຽວ, ເປັນເຈົ້າການພັດທະນາ ຕົນເອງ ພ້ອມກັນອະນຸລັກຮັກ ສາທຳມະຊາດ, ສືບຕໍ່ພັດທະ ນາແຂວງໃຫ້ໄປຕາມ 4 ບຸກ ທະລຸ ແລະ ເອົາໃຈໃສ່ຄົ້ນຄວ້າ ເຊື່ອມຊຶມເນື້ອໃນມະຕິ X ຂອງພັກ ໃຫ້ປະກົດຜົນເປັນ ຈິງ. 
ນອກນັ້ນ​, ທ່ານ ພັນ​ຄຳ ວິພາ​ວັນ ຮ​ອງປະທານ​ປະ​ເທດ​ ແຫ່ງ​ ສປປ ລາວຍັງໄດ້​ຈັດ​ພິທີ ​ເປີດ​ການກໍ່ສ້າງ​ ໂຮງຮຽນສົງ​ ຢູ່​ວັດ​ອົງ​ຕື້ ສີ​ບຸນ​ເຮືອງ ​ໃນ​ວັນ​ທີ 18 ພຶດສະພາ 2016 ​ໂດຍ​ການ​ເຂົ້າຮ່ວມ​ ຂອງ​ທ່ານ ພັນ​ຄຳ ວິພາ​ວັນ ຮ​ອງປະທານ​ປະ​ເທດ​ ແຫ່ງ​ ສປປ ລາວ, ທ່ານ ວັນ​ໄຊ ​ແພງ​ຊຸມ​ມາ ​ເຈົ້າ​ແຂວງ​ຫົວພັນ, ມີ​ບັນດາ​ທ່ານ​ ການ​ນຳ​ຂັ້ນ​ແຂວງ, ​ເມືອງ​ຊຳ​ເໜືອ ພ້ອມ​ດ້ວຍ​ມວນ​ຊົນ ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.
​ໂຮງຮຽນສົງ ຫລັງດັ່ງກ່າວ, ຈະ​ສ້າງ​ເປັນ​​ອາຄານ 2 ຊັ້ນ, ປະກອບ​ມີ 8 ຫ້​ອງຮຽນ ໂດຍ​ແມ່ນບໍລິສັດ ​ແສງ​ທອງ​ກໍ່ສ້າງ​ ເປັນ​ຜູ້​ຮັບ​ເໝົາກໍ່ສ້າງ​, ລວມມູນ​ຄ່າ​ ການ​ກໍ່ສ້າງ 2 ຕື້​ກວ່າ​ກີບ, ​ໃນ​ນັ້ນ ​ເປັນ​ເງິນ​ ປະກອບສ່ວນ​ຂອງ ທ່ານ​ຮອງປະທານ​ປະ​ເທດ 270 ລ້ານກວ່າ​ກີບ ​ແລະ ອີກ​ຈຳນວນ​ໜຶ່ງ​ ແມ່ນ​ການ​ປະກອບ​ສ່ວນ ຈາກພາກສ່ວນ​ຕ່າງໆ​ ໃນນະຄອນຫລວງວຽງຈັນ, ​ອົງ​ການ​ສົງ ​ເກົາຫລີ ​ແລະ ພາກສ່ວນ​ອື່ນໆ ທີ່​ໄດ້​ພ້ອມ​ກັນ ​ປະກອບ​ທຶນຮອນ, ​ເຫື່ອ​ແຮງ​ຮ່ວມ​ກັນ​ ເປັນ​ເຈົ້າສັດທາ ​ໃນ​ໂຄງການ​ກໍ່ສ້າງ ດັ່ງກ່າວ.
ຈຸດປະສົງການ​ສ້າງ​ ໂຮງຮຽນ​ດັ່ງກ່າວ,​ ເພື່ອ​ໃຫ້​ລູກຫລານ ຂອງ​ປະຊາຊົນ​ ແຂວງ​ຫົວພັນ ​ໄດ້​ຮໍ່າຮຽນ ຫລັກທຳ​ຄຳ​ສອນ​ ຂອງ​ພະພຸດທະ​ເຈົ້າ ​ແລະ ການ​ສຶກສາ​ ສາຍ​ສາມັນ ​ນັບ​ແຕ່ ມ5-ມ7 ​ເພື່ອ​ຝຶກ​ຝົນ​ໃຫ້​ ຢູ່​ໃນ​ສິນ​ກິນ​ໃນ​ທຳ​ ກາຍ​ເປັນ​ຜູ້​ສືບ​ທອດ ​ທາງ​ພຸດທະສາສະໜາ, ​ເປັນ​ຄົນ​ທີ່​ມີ​ຄວາມ​ຮູ້​ ດ້ານ​ການ​ສຶກສາ ​ແລະ ​ເປັນ​ຄົນ​ດີ​ຂອງ​ຊາດ ​ໃນ​ອະນາຄົດ​ ເພື່ອ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ ອັນ​ດີງາມ​ຂອງ ​ຊາດ​ລາວ​ເຮົາ ​ໄວ້​ໃຫ້​ຍືນ​ຍົງ ​ຄຽງຄູ່​ກັບ​ຄົນ​ລາວ ​ຕະຫລອດ​ໄປ.
ຫລັງຈາກນັ້ນວັນດຽວກັນ, ທ່ານ ພັນ​ຄຳ ວິພາ​ວັນ ຮ​ອງປະທານ​ປະ​ເທດ​ ແຫ່ງ​ ສປປ ລາວ ຍັງໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ເມືອງກ້ວນ ແລະ ເມືອງຊ່ອນ ແຂວງຫົວພັນອີກດ້ວຍໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກການນຳເມືອງດັ່ງກ່າວ.
ຄັດຂ່າວຈາກ: ຫົວພັນວັນນີ້