27.9.13

8 ແຂວງພາກເໜືອກຽມອອກບັດ ປະກັນສັງຄົມບັນດາເມືອງສາມສ້າງ

ຂປລ. ແຫລ່ງຂ່າວແຂວງຫລວງພະບາງ ລາຍງານວ່າ:  ໃນ​ລະຫວ່າງ​ວັນ​ທີ 25–27 ກັນຍາ 2013 ນີ້, ຢູ່​ຫ້ອງ​ປະຊຸມ​ພະ​ແນ​ກ​ແຮງ​ງານ ​ສະຫວັດດີ​ການ ​ສັງຄົມ​ແຂວງ​ຫຼວງ​ພະ​ບາງໄດ້​ຈັດ​ຝຶກ​ອົບຮົມ​
ການ​ນຳ​ໃຊ້​ໂປຣ​ແກຣມຄິດ​ໄລ່​ ເງິນ​ອຸດ​ໜູນ​ປະກັນ​ສັງຄົມ​
ໄລຍະ​ສັ້ນ ​ແລະ ​ໄລຍະ​ຍາວ ຊ່ຶງ​ການ​ຝຶກ​ອົບຮົມ ​ຈະ​ໄດ້​ຮຽນ​ຮູ້ກ່ຽວ​ກັບ​ແບບ​ຟອມການ​ເກັບ​ເງິນ
​ສົມທົບ, ​ແບບ​ບົດ​ສະຫຼຸບ-ລາຍ​ງານ​ດ້ານ​ການ​ເງິນ, ຕາຕະລາງ​ເກັບ​ກຳ​ຂໍ້​ມູນ ສະຖິຕິ​ຕ່າງໆ, ວິທີ​ການ​ໂອນ​ເງິນ 8% ​ເຂົ້າ​ບັນຊີ​ສູນ​ກາງ ​ແລະ ​ແຜນ​ປັບປຸງ​ວຽກ​ງານ​ການ​ເງິນ​ໃນ​ຕໍ່ໜ້າ​, ນອກຈາກ​ນີ້​ ​ຍັງ​ຈະ​ໄດ້​ຮຽນຮູ້​ວິທີ​ຄິດ​ໄລ່​ເງິນ​ອຸດໜູນ​ໄລຍະ​ສັ້ນ ​ແລະ ​ໄລຍະ​ຍາວ​ ຕື່ມ​ອີກ.

ຊຸດຝຶກອົບຮົມຄັ້ງນີ້, ໂດຍການ​ເປັນ​ປະທານ​ຂອງ​ທ່ານ ບຸນ​ຄົງ ຫຼ້າ​ສຸ​ກັນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຮງ​ງານ​ສະຫວັດດີກາ​ນ ແລະ ສັງຄົມ, ຮອງ​ປະທານ​ສະພາ​ບໍລິຫານ​ອົງການ​ປະກັນ​ສັງຄົມ​ແຫ່ງ​ລັດ,  ​ມີ​ຫົວໜ້າ​-ຮອງ​ຫົວໜ້າ​ພະ​ແນ​ກການ​ທີ່​ກ່ຽວ​ຂອງ ​ແລະ ສຳ​ມະ​ນາກ​ອນທີ່​ມາ​ຈາກ​ເມືອງ​ສາມ​ສ້າງ 24 ​ເມືອງ, 8 ​ແຂວງ​ພາກ​ເໜືອ​ຄື: ​​ຫຼວງ​ພະ​ບາງ, ​ໄຊ​ຍະ​ບູລີ, ອຸດົມ​ໄຊ, ຫຼວງ​ນ້ຳ​ທາ, ຊຽງ​ຂວາງ, ຫົວພັນ, ຜົ້ງສາລີ ​ແລະ ​ບໍ່​ແກ້ວ.
ພາຍຫຼັງ​ສຳ​ ເລັດ​ການ​ຝຶກ​ອົບຮົມ​ແລ້ວ​ ທາງ​ກະຊວງ​​ດ່ັງກ່າວ ​ຍັງ​ໄດ້​ມອບ​ຄອມ​ພິວ​ເຕີ​ໃຫ້​​ເມືອງ​ສາມ​ສ້າງ ເພ່ືອ​ໄປ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຂອງ​ຕົນ​ຕື່ມ​. 
 ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ 27/09/2013