30.9.13

ຍຸດທະສາດການພັດທະນາແຕ່ປີ 2011-2020 ການພັດທະນາເສດຖະກິດ ເປັນໃຈກາງ


ຂປລ.ຍຸດທະສາດການພັດທະນາເສດຖະກິດ-ສັງຄົມໃນ ໄລຍະ 10 ປີ (2011-2020)ເປັນຍຸດທະສາດບຸກທະລຸ ແລະມີລັກສະນະກຳນົດທິດທາງ,ເປົ້າໝາຍລວມຂອງ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໂດຍຖືເອົາ ເສດຖະກິດເປັນໃຈກາງຕິດພັນກັບຄວາມສົມດູນລະຫວ່າງ ການພັດທະນາເສດຖະກິດກັບການພັດທະນາສັງຄົມ,ປົກປັກຮັກສາ ແລະ ຟື້ນຟູສະພາບ ແວດລ້ອມ,ການພັດທະນາຕົວເມືອງແລະຊົນນະບົດ,ສຸມໃສ່ການພັດທະນາເສດຖະກິດໃຫ້ເຕີບໂຕໄວ
ຕິດພັນກັບການພັດທະນາ ທີ່ໝັ້ນທ່ຽງ, ໜັກແໜ້ນ ແລະ ຍືນຍົງ.
ພ້ອມໆກັບການຊຸກຍູ້ການສືບຕໍ່ປ່ຽນແປງໃໝ່ ທາງ ດ້ານເສດຖະກິດຢ່າງຮອບດ້ານ ແລະ ຄົບຊຸດຕາມກົນໄກເສດຖະກິດຕະຫລາດ ເພື່ອສ້າງປະເທດຊາດຕາມທິດກ້າວຂຶ້ນສັງຄົມນິຍົມແນໃສ່ສ້າງປະເທດ ຊາດໃຫ້ເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ,ສັງຄົມມີຄວາມສາມັກຄີປອງດອງເປັນປຶກແຜ່ນ,ມີປະຊາທິປະໄຕ  ຍຸຕິທຳ ແລະ ສີວິໄລ.
ໃນບົດລາຍງານຂອງກະຊວງແຜນການແລະການລົງທຶນໃຫ້ຮູ້ວ່າ:ຍຸດທະສາດການພັດທະ ນາດັ່ງກ່າວແມ່ນໄດ້ຖືເອົາເສດຖະກິດເປັນໃຈກາງຊຶ່ງເປົ້າໝາຍຕົ້ນຕໍແມ່ນສຸມໃສ່ພັດທະນາ ເສດຖະກິດແຫ່ງຊາດໃຫ້ເຕີບໂຕໄວ, ຕໍ່ເນື່ອງ ແລະ ຍືນຍົງ ໂດຍໄດ້ປະຕິບັດເປັນ 2 ໄລຍະຄື:ໄລຍະ2011-2015ເສດຖະກິດເຕີບໂຕບໍ່ຫລຸດ8%ຕໍ່ປີ,ໃນນັ້ນການ ຂະຫຍາຍ ຕົວ ຂອງຂະແໜງກະສິກຳ-ປ່າໄມ້ເພີ່ມຂຶ້ນ 3,3%, ອຸດສາຫະກຳເພີ່ມຂຶ້ນ 12,2%, ການ ບໍລິການ 8,5%, ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸ 1.70 ໂດລາສະຫະລັດຂຶ້ນໄປໃນປີ 2015, ສູ້ຊົນໃຫ້ຄັງສຳຮອງເງິນຕາຕ່າງປະເທດຂະຫຍາຍ ຕົວຢ່າງຕໍ່ເນື່ອງແລະກຸ້ມການນຳເຂົ້າໃຫ້ໄດ້ຢ່າງໜ້ອຍ1ປີ,ສູ້ຊົນລະດົມທຶນທົ່ວສັງຄົມ ບໍ່ໃຫ້ຫລຸດ127ພັນຕື້ກີບ,ສູ້ຊົນປະຕິບັດລາຍຮັບທັງໝົດ ໃຫ້ໄດ້ 19-21% ຂອງ GDP, ຮັບປະະກັນການຂາດດຸນງົບປະມານ ຢູ່ໃນລະຫວ່າງ 3-5% ຂອງ GDP ຕໍ່ປີ, ສູ້ຊົນຫລຸດຜ່ອນ ໜີ້ສິນໃນທົ່ວລະບົບການເງິນ ຂອງລັດ ໃຫ້ຕ່ຳກວ່າ 45% ຂອງ GDP, ສູ້ຊົນຜະລິດເຂົ້າໃຫ້ໄດ້ 4,2 ລ້ານໂຕນໃນເນື້ອທີ່ 1,04 ລ້ານເຮັກຕາ ດ້ວຍ ສະມັດຕະພາບ 4 ໂຕນຕໍ່ເຮັກຕາ, ອັດຕາ ເພີ່ມການລ້ຽງສັດປະມານ 4-5% ຕໍ່ປີ, ສູ້ຊົນໃຫ້ຈຳນວນຄອບຄົວ ມີໄຟຟ້າໃຊ້ກວມ 80% ຂອງຈຳນວນ ຄອບຄົວທົ່ວປະເທດ, ຂຸດຄົ້ນແລະປຸງແຕ່ງແຮ່ທາດທີ່ສຳຄັນໃຫ້ມີຈຳນວນເພີ່ມຂຶ້ນໃນແຕ່ລະປີດຶງດູດນັກທ່ອງ ທ່ຽວໃຫ້ເພີ່ມຂຶ້ນ 2,8ລ້ານຄົນຕໍ່ປີຫລຸດຜ່ອນອັດຕາຄວາມທຸກຍາກໃຫ້ຕ່ຳກວ່າ19%ຂອງຈຳນວນພົນລະເມືອງທັງໝົດ ແລະ ອັດຕາຄວາມທຸກຍາກ.ໃຫ້ຕ່ຳກວ່າ10%ຂອງຄອບຄົວທັງໝົດ, ອັດຕາສ່ວນປະຊາກອນຊົມໃຊ້ນ້ຳສະອາດໃຫ້ໄດ້ 80% ແລະ ວິດຖ່າຍ 60% ຂອງຈຳນວນປະຊາກອນທັງໝົດ, ຄວບຄຸມອັດຕາການ ຫວ່າງງານສະເລ່ຍໃຫ້ຢູ່ໃນລະດັບບໍ່ເກີນ2%,ສູ້ຊົນໃຫ້ອັດຕາສ່ວນແຮງງານໃນຂະແໜງກະ ສິກຳ-ປ່າໄມ້ຫລຸດລົງເປັນ 70%, ອຸດສາຫະກຳ-ກໍ່ ສ້າງ-ບໍ່ແຮ່ເພີ່ມຂຶ້ນ 7% ແລະ ຂະແໜງບໍລິການເພີ່ມຂຶ້ນ23%ຂອງແຮງງານລວມຮັບປະກັນອັດຕາການປົກຫຸ້ມຂອງເນື້ອ ທີ່ປ່າໄມ້ກວມປະມານ 70% ຂອງເນື້ອທີ່ທົ່ວປະເທດ.

ສ່ວນໄລຍະແຕ່ປີ 2016-2020 ນັ້ນ ແມ່ນສືບຕໍ່ຍົກລະດັບຄາດໝາຍທີ່ຕ້ອງບັນລຸໃນປີ 2015ໃຫ້ສູງຂຶ້ນກວ່າເກົ່າ,ຮອດປີ2020ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວ ຄົນໃຫ້ໄດ້3.220ໂດລາສະຫະລັດ,ອັດຕາສ່ວນຄອບຄົວທຸກຍາກຍັງເຫລືອບໍ່ໃຫ້ເກີນ 5% ຂອງຈຳນວນຄອບຄົວ ໃນທົ່ວປະເທດ, ອັດຕາການຕາຍຂອງເດັກອາຍຸຕ່ຳກວ່າ 5 ປີໃຫ້ຫລຸດລົງສູ່ມາດຕະຖານຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ,ປະຊາກອນລາວມີ ອາຍຸຍືນສະເລ່ຍ 73 ປີ ແລະ ອື່ນໆ./. 
ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ