26.9.13

ການ​ສອບ​ເສັງ​ເຂົ້າ​ລັດຖະກອນ​ພາກ​ຄວາມ​ຮູ້​ທົ່ວ​ໄປມີ​ຜູ້​ເສັງຜ່ານ 89,78%


ຂປລ. ການ​ສອບ​ເສັງ​ເຂົ້າ​ເປັນ​ລັດຖະກອນ​ພາກ​ຄວາມ​ຮູ້​ທົ່ວ​ໄປ ​ໃນ​ວັນ​ທີ 14 ກັນຍາ​ຜ່ານ​ມາ, ຈຳນວນຜູ້​ທີ່​ເສັງ​ຜ່ານຄະ​ແນນ 50% ຂຶ້ນ​ໄປມີ 32.572 ຄົນ ເທົ່າ​ກັບ 89,78% ຈາກ​​ຜູ້​ເຂົ້າສອບ​ເສັງທັງ​ໝົດ 37.452 ຄົນ ​ໂດຍ​ລາຍ​ຊື່​ຈະ​ຕິດ​ປະກາດ​ໃນ​ອາທິດ​ໜ້າ.

ທ່ານ ຄຳ​ປານ ພິລາ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ ໄດ້​ເປີດ​ເຜີຍ​ຕໍ່​ສື່​ມວນ​ຊົນ​ໃນ​ຕອນ​ເຊົ້າ​ວັນ​ທີ 25 ກັນຍາ 2013 ນີ້ວ່າ:
ການ​ສອບ​ເສັງ ​ເຂົ້າ​ເປັນ​ລັດຖະກອນ ​ພາກ​ຄວາມ​ຮູ້​ທົ່ວ​ໄປ​ຄັ້ງ​ນີ້ ເປັນຄັ້ງ​ທຳ​ອິດ ​ແລະ ​ໄດ້​ຜ່ານ​ສິ່ງ​ທ້າ​ທາຍ​ຫລາຍ​ດ້ານ ແຕ່​ກໍ​ໄດ້​ຮັບ​ການ​ຮ່ວມ​ເປັນ​ຢ່າ​ງດີ​ຈາກ​ຫລາຍ ​ພາກສ່ວນທັງ​ພາກ​ລັດ ​ແລະ ​ເອກະ​ຊົນ. ສັງ​ລວມ​ແລ້ວ ຂະ​ບວນສອບ​ເສັງ ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ເປັນ​ທຳ, ​ໂປ່​ງ​ໃສ, ສ​ະ​ເໝີ​ພາບນຳ​ໃຊ້​ລະ ບົບ​ເຕັກນິກ ທີ່ທັນ​ສະ​ໄໝ ແລະ ​ໄດ້​ຮັບ​ຜົນສຳ​ເລັດຢ່າງ​ຈົບງາມຕາມ​ຈຸດປະສົງ​ຄາດໝາຍ​ທີ່​ວາງ​ໄວ້.  ເຊິ່ງມີ​ຜູ້​ຍື່ນໃບສະໝັກ​ທັງ​ໝົດ 38.410 ຄົນ, ບໍ່​ເຂົ້າ​ສອບ​ເສັງ 958 ຄົນ ຈຳນວນ​ທີ່​ເສັງ​ຜ່ານ (ຄະ​ແນນ 50% ຂຶ້ນ​ໄປ) ມີ 32.572 ຄົນ ເທົ່າ​ກັບ 89,78%  ​ໃນ​ນີ້ ຊັ້ນ​ກາງ​ລົງ​ມາ​ມີ 5.317 ຄົນ, ຊັ້ນ ​ສູງ​ຂຶ້ນ​ໄປ​ມີ 27.255 ຄົນ ​ໂດຍ​ລາຍ​ຊື່​ຜູ້​ທີ່​ເສັງ​ຜ່ານຈະ​​ເລີ່​ມຕິດ​ປະກາດ​​ໃນອາທິດ​ໜ້າ ຢູ່ຕາມ​ຫ້ອງການ​ພະ​ແນ​ກພາຍ​ໃນນະຄອນຫລວງ, ​ແຕ່ລະ​ແຂວງ ​ແລະ ຫ້ອງການ​ຂອງ​ເມືອງ.

ທ່ານ ຄຳ​ປານ ພິລາ​ວົງ ຍັງ​ກ່າວ​ຕື່ມ​ວ່າ​: ຈຳ​ນວນ​ຜູ້​ເສັງ​ຜ່ານ​ຮອບ​ທຳ​ອິດ​ນີ້ ຈະ​ມີ​ໃບ​ຢັ້ງຢືນ​ໃຫ້ໂດຍ​ຜູ້ກ່ຽວ​ຕ້ອງເອົາ​ບັດ​ເຂົ້າ​ຫ້ອງ​ຕົນ​ໄປ​ແຈ້ງ ​ເພື່ອ​ຮັບ​ ເອົາ​ໃບ​ຢັ້ງຢືນດັ່ງກ່າວ​ຢູ່ຫ້ອງການ​ພະແນກພາຍ​ໃນ​ແຕ່ລະ​ແຂວງ  ຈາກ​ນັ້ນ ກໍ​ຕິດ​ຕໍ່​ໄປ​ກະຊວງ ຫລື ພະແນກການທີ່ຕ້ອງການເຂົ້າສອບເສັງພາກວິຊາ ສະເພາະ ​ເພື່ອ​ນັດ​ມື້ສອບ​ເສັງ​ເຂົ້າ​ບັນຈຸ​ເປັນ​ລັດຖະກອນ. ຢ່າງ​ໃດ​ກໍ​ຕາມ, ການສອບ​ເສັງ​ເຂົ້າ​ລັດຖະກອນ ເປັນ​ການ​ຮັບ​ປະກັນຄຸນ​ນະພາ​ບ, ​ເຖິງ​ວ່າລັດຖະ ກອນ​ທີ່​ຮັບເອົາ​ໃນໄລຍະຜ່ານ​ມາ​ຢູ່ ແຕ່​ລະ​ບ່ອນ​ກໍ​ເຮັດ​ໄດ້​ດີ ແຕ່​ຫລາຍ​ຄົນ​ກໍ​ຕຳ​ນິວ່າ​ຈຳນວນ​ໜຶ່ງ​ບໍ່​ທັນ​ຮັບ​ຮູ້​ຄວາມ​ຮູ້​ທົ່ວ​ໄປ​ ກ່ຽວ​ກັບປະ​ເທດ​ຕົນ​ເຊັ່ນ: ວັນ ຊາດ, ວັນ​ຢຶດອຳນາດ, ວັນຄູ​ແຫ່ງ​ຊາດ ​ແມ່ນ​ວັນ​ທີ​ເທົ່າ​ໃດ. ພ້ອມ​ນີ້ ກໍ​ຍັງ​ມີ​ຜູ້ທີ່​ຕົກ​ຄ້າງ​ ບາງ​ຄົນ​ເປັນ​ສັນຍາ​ຈ້າງ 9 ປີ​ຍັງ​ບໍ່​ທັນ​ໄດ້​ເຂົ້າ​​ເປັນ​ລັດຖະກອນ ແລະ  ການ​ສອບ​ເສັງ​ຈະ​ເປັນ​ການຈະ​ແຈ້ງ​ຂຶ້ນ​ກວ່າ​ເ​ກົ່າ. ສຳລັບການ​ເຂົ້າ​ສອບ​ເສັງ​ຄັ້ງ​ຕໍ່​ໄປ,  ຄອບຄົວ ຕ້ອງ​ໄດ້​ຊຸກ​ຍູ້​ໃຫ້​ເຂົາ​ເຈົ້າ​​ໄດ້ຄົ້ນຄວ້າ​ຮ່ຳຮຽນ ສະ ໜອງ​ອຸປະກອນ​ການ​ສຶກສາ​ໃຫ້, ສຳນັກງານ ກົມ​ກອງທີ່​ມີ​ສັນຍາ​ຈ້າງ​ຫລົງ​ເຫລືອຢູ່ກໍຕ້ອງ​ຊຸກ​ຍູ້​ໃຫ້​ເຂົາ​ເຈົ້າ​ໄປ​ ສອບ​ເສັງ ​ໃຫ້ບູລິ​ມະ​ສິດ​ເຂົາ ​ເພື່ອ​ໄດ້​ສອບ ​ເສັງ​ເຂົ້າເປັນ​ລັດຖະກອນ,
ຕໍ່ຜູ້​ສອບ​ເສັງ​ໄດ້ ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ ຢາກ​ໃຫ້​ສືບ​ຕໍ່​ໄປ​ຮັບ​ເອກະສານ ແລະ ກຽມ​ຈິດ​ໃຈ ກຽມຄວາມ​ຮູ້​ເຂົ້າ​ສອບ​ເສັງ​ເຂົ້າ​ຂະ​ແໜງ​ການ ບໍ່​ຄວນ​ຟັງ​ ຫາງ​ສຽງ​ຈາກ​ບ່ອນ​ອື່ນ​ນອກຈາກ​ຄະນະ​ກຳມະການສອບເສັງ, ​ເມື່ອ​​ໄດ້​ຮັບ​ໃບ​ຢັ້ງຢືນ​ແລ້ວ ກໍ​ບໍ່​ຄວນ​ເຮັດ​ແບບ​ອຶກ​ກະ​ທຶກ​ນຶກ​ນອງ ບໍ່​ຟຸ່ມ​ເຟືອຍ​ໂລດ​ໂຜນ, ສ່ວນ​ຜູ້​ທີ່​ເສັງບໍ່​ໄດ້ ກໍ​ບໍ່​ຄວນ​ເສຍ​ກຳລັງໃຈຫລາຍ ຫລື ຕຳ​ນິວິຈານ​ວ່າ​ຜູ້​ອື່ນວ່າ​ຊື້​ຈ້າງ​ເຂົ້າ ຖ້າ​ສົງ​ໄສ​ໃຫ້​ມາ​ແຈ້ງ​ຕໍ່​ຄະນະ​ກຳມະການ​ພວກ​ເຮົາຈະ​ກວດກາ​ຄືນ ແລະ ​ເທື່ອ​ນີ້​ກໍ່​ບໍ່​ແມ່ນ​ເທື່ອ​ສຸດ​ທ້າຍ ​ໂອກາດ​ໜ້າ​ກໍ​ຍັງ​ມີ​ອີກຖ້າ​ຕັ້ງໜ້າ​ພະຍາຍາມຢາກ​ເຮັດ​ວຽກ​ແທ້ກໍ​ເຮັດ​ ໄດ້./. 
 ແຫລ່ງຂ່າວຈາກ : ສຳນັກຂ່າວສານປະເທດລາວ