25.9.13

ສົກປີໜ້າ ຈະຢຸດຕິປະຕິບັດເງິນອຸດໜູນ ຄ່າຄອງຊີບ ແຕ່ສືບຕໍ່ເພີ່ມຄ່າດັດຊະນີເງິນ ເດືອນໃຫ້ພະນັກງານລັດ

ປລ. ດຳລັດ​ ​ເລກທີ 221 ວ່າ​ດ້ວຍ ການ​ປະຕິບັດ​ເງິນ​ເດືອນ ແລະ ​ເງິນ​ອຸດ​ໜູນ​ຕ່າງໆ ຕໍ່​ພະນັກງານ-ລັດຖະກອນ​ປີ 2013-2015 ມີ​ທັງ​ໝົດ 8 ມາດ ຕາ ​ໃນ​ນັ້ນ ມາດຕາ 2: ປະຕິບັດ ມູນ​ຄ່າ​ດັດ​ຊະ​ນີ ໃນ​ສົກ​ປີ 2012-2013 ແມ່ນ 4.800 ກີບ, ສົກ​ປີ 2013-2014 ແມ່ນ 6.700 ກີ​ບ ແລະ ສົກ​ປີ 2014-2015 ແມ່ນ 9.300 ກີບ ບວກ​ກັບ​ເງິນ​ອຸດໜູນ​ສອງ​ລາຍການ​ຄື:
ໜຶ່ງ ​ເຄື່ອງນຸ່ງ​ຫົ່ມ ​ແລະ​ ເກີບ, ສອງ ທີ່​ຢູ່​ອາ​​ໃສ, ນ້ຳ​ປະປາ, ​ໄຟຟ້າ ​ແລະ ​​ເຊື້ອ​ເພີງ (​ຫຸງ​ຕົ້ມ) ລວມ​ເປັນ​ເງິນ 760.000 ກີບຕໍ່​ຄົນ, ເຊິ່ງໄດ້ເລີ່ມປະຕິບັດມາແລ້ວໃນສົກປີ 2012-2013. ຫລ້າສຸດ ລັດຖະມົນຕີວ່າການກະຊວງ ການເງິນໄດ້ຊີ້ແຈງຜ່ານສື່ມວນຊົນເມື່ອອາທິດຜ່ານມາ ທີ່ຫ້ອງວ່າການລັດຖະບານວ່າ: ໃນສົກປີ 2013-2014 ເງິນເດືອນພະນັກງານລັດຖະກອນ, ທະຫານ ຕຳຫລວດ ຈະເພີ່ມຂຶ້ນໃນມູນຄ່າດັດຊະນີຈາກ 4.800 ເປັນ 6.700 ກີບ ແຕ່ການປະຕິບັດເງິນອຸດໜູນຄ່າຄອງຊີບ 760.000 ກີບ ຈະໄດ້ ຢຸດຕິ, 
ຖ້າສືບຕໍ່ປະຕິບັດ ກໍອາດຈະໃຫ້ສະເພາະພະນັກງານບຳນານ ຫລື ພະນັກງານເສຍອົງຄະເທົ່ານັ້ນ.
ທ່ານ ພູເພັດ ຄຳພູວົງ ລັດຖະມົນຕີວ່າການກະຊວງການເງິນ ໄດ້ເປີດເຜີຍວ່າ: “2 ສົກປີຜ່ານມາ 2010-2012 ການເກັບລາຍຮັບແຕ່ລະປີໄດ້ເກີນ ຄາດໝາຍ ສາມາດຕອບສະໜອງຄວາມຕ້ອງການຈ່າຍຂອງລັດຖະບານໄດ້ ຢ່າງພຽງພໍ ເປັນຕົ້ນ ເງິນເດືອນພະນັກງານ, ເງິນອຸດໜູນ ແລະ ບໍລິຫານ ຕ່າງໆ ພ້ອມກັນນີ້ ກໍແມ່ນລາຍຈ່າຍການ ເປັນເຈົ້າພາບຈັດກອງປະຊຸມລະດັບສາກົນ ອາແຊັບ ອາເຊັມ ແລະ ອື່ນໆ. ສົກປີ 2012-2013 ໄລຍະ 6 ເດືນຕົ້ນປີ ການຈັດຕັ້ງປະຕິບັດແຜນງົບປະມານຍັງເຮັດໄດ້ດີ ເກັບລາຍຮັບໄດ້ຕາມຄາດໝາຍທີ່ກຳນົດໄວ້ ສະໜອງຄວາມຈຳເປັນໃນການຈ່າຍໄດ້ໃນລະ ດັບອັນແນ່ນອນ. ກ້າວມາຮອດ 6 ເດືອນທ້າຍປີ ມີການດັດແປງແຜນງົບປະມານແຫ່ງລັດ ເນື່ອງຈາກຄວາມຕ້ອງການຈ່າຍທາງດ້ານງົບປະມານມີເພີ່ມ ຂຶ້ນຢ່າງຫລວງຫລາຍໂດຍສະເພາະເງິນເດືອນ, ເງິນອຸດໜູນ ເຊິ່ງວ່າສົກປີ 2012-2013 ເປັນປີທຳອິດ ທີ່ລັດຖະບານໄດ້ປະຕິບັດນະໂຍບາຍເພີ່ມເງິນ ເດືອນ ໃໝ່ໃຫ້ພະນັກງານລັດຖະກອນ, ທະຫານ ຕຳຫລວດ ລວມທັງພະນັກງານບຳນານ, ຈາກດັດຊະນີ 3.500 ມາເປັນ 4.800 ມີເງິນອຸດໜູນ 760.000 ກີບຕໍ່ຄົນຕໍ່ເດືອນ ສະນັ້ນ ໃນ 6 ເດືອນທ້າຍປີ ໄດ້ເພີ່ມເງິນຢ່າງຫລວງຫລາຍ, ໂດຍສະເພາະຂະແໜງສຶກສາເພີ່ມຂຶ້ນບໍ່ຫລຸດ 17% ຂອງ ລາຍຈ່າຍລວມທົ່ວປະເທດ, ສາທາລະນະສຸກ ເພີ່ມຂຶ້ນບໍ່ຫລຸດ 9% ຂອງລາຍຈ່າຍລວມທົ່ວປະເທດ ເປັນລາຍຈ່າຍແບບກ້າວກະໂດດໃນປີນີ້. ແຕ່ ຄວາມສາມາດທາງດ້ານ ການເກັບລາຍຮັບຍັງບໍ່ທັນໄດ້ຮັບການປັບປຸງດີເທົ່າທີ່ຄວນຜ່ານຈາກ 11 ເດືອນມານີ້ ປະຕິບັດຕົວຈິງຈຶ່ງມີຄວາມຫຍຸ້ງຍາກ, ງົບປະມານມີລັກສະນະຝືດເຄືອງ ສະແດງອອກກໍຄືການເບີກຈ່າຍເງິນເດືອນ ຍັງຊັກຊ້າທັງສູນກາງ ແລະ ທົ່ວປະເທດ. ສະຫລຸບຕົວເລກສະຖິຕິຂອງ ລາຍຮັບ 11  ເດືອນລາຍຮັບງົບປະມານຍັງເພີ່ມຂຶ້ນທຽບກັບ ໄລຍະດຽວໃນປີກ່ອນເພີ່ມຂຶ້ນລະດັບ 20% ຂະນະທີ່ ຄວາມຈຳເປັນໃນການຈ່າຍກໍເພີ່ມ ຂຶ້ນ 40%. ໃນສົກ 2013-2014 ຕາມຄຳເຫັນໃນກອງປະຊຸມເປີດກວ້າງລັດຖະບານຄັ້ງນີ້ ຈະເພີ່ມເງິນເດືອນລັດຖະກອນໃນມູນຄ່າດັດຊະນີຈາກ 4.800 ເປັນ 6.700 ກີບ ແຕ່ໃຫ້້ຢຸດຕິການປະຕິບັດເງິນອຸດໜູນຄ່າຄອງຊີບ 760.000 ກີບ ເພາະເປັນການອຸດໜູນຄ່າຄອງຊີບ ທີ່ບໍ່ຈຳເປັນຕ້ອງປະຕິບັດ ແບບຖາວອນຖ້າສືບຕໍ່ປະຕິບັດແມ່ນອາດຈະເປັນ ພະນັກງານ ບຳນານ ຫລື ພະນັກງານເສຍອົງຄະ”.

ທ່ານ ພູເພັດ ຄຳພູວົງ ຍັງກ່າວຕື່ມວ່າ: ລັດຖະບານ ໄດ້ມີທິດຊີ້ນຳ ໂດຍໄດ້ຕັ້ງຄະນະກຳມະການ ສະເພາະກິດຂຶ້ນເພື່ອຕິດຕາມກວດກາ ເສດຖະກິດມະ ຫາພາກ, ຊຸກຍູ້ການເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນທີ່ສະພາຮັບຮອງ, ຫລື ໃຫ້ໄດ້ໃກ້ກັບເປົ້າໝາຍທີ່ສຸດ ບໍ່ໃຫ້ຫລຸດຄາດໝາຍຫລາຍ. ການຊຸກຍູ້ຂອງການເກັບລາຍຮັບ ຜ່ານຈາກການເຮັດວຽກຕົວຈິງການປະຕິບັດລາຍຮັບເຂົ້າງົບປະມານ ແມ່ນໜ້າທີ່ຂອງທົ່ວສັງຄົມ ເປັນຕົ້ນ ພາກສ່ວນ ທີ່ຈະສ້າງລາຍຮັບເຂົ້າງົບປະມານ ແມ່ນຂະແໜງການເງິນຕ້ອງເຂັ້ມງວດເພີ່ມທະວີໃນການກວດກາ ຫົວໜ່ວຍເປົ້າໝາຍໃດທີ່ຍັງບໍ່ທັນໄດ້ປະຕິບັດພັນທະ ຖືກຕ້ອງ ກັບລະບຽບກົດໝາຍ ກໍຕ້ອງໄລ່ລຽງຄືນໃຫ້ປະຕິບັດໃຫ້ຖືກຕ້ອງ, ຫລຸດຜ່ອນບັນຫາການຕົກເຮ່ຍຮົ່ວໄຫລ ເປັນຕົ້ນ ປີຜ່ານມາ ການຕົກເຮ່ຍ ຮົ່ວໄຫລ ສ່ວນໃຫຍ່ຢູ່ໃນຂອດຂອງການນຳເຂົ້າ-ສົ່ງອອກສິນຄ້າ. ການນຳເຂົ້າສິນຄ້າ, ເຖິງວ່າສິນຄ້າເຫລົ່ານີ້ຈະຂາຍໃນສັງຄົມແລ້ວ ແຕ່ອັດຕາສ່ວນ ການເກັບລາຍຮັບຈາກພາສີນຳເຂົ້າຍັງໄດ້ໜ້ອຍ ເຊັ່ນ: ລົດ, ນ້ຳມັນເຊື້ອໄຟ... ຍ້ອນມີນະໂຍບາຍຍົກເວັ້ນພາສີອາກອນຢ່າງຫລວງຫລາຍ, ຍົກເວັ້ນ ບັນ ດາໂຄງການລົງທຶນ ເພື່ອເຮັດໃຫ້ໂຄງການ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍລາຄາຖືກ ເປັນການສົ່ງເສີມເຮັດໃຫ້ມີການຫລຸດຜ່ອນລາຍຮັບ. ຕົວເລກ ໃນສົກປີ 2011-2012 ໄດ້ຍົກເວັ້ນພາສີມູນຄ່າ 1.200 ຕື້ກີບ ແຕ່ປີ 2012-2013 ເປັນ 1.300 ຕື້ກີບ ເປັນການສູນເສຍລາຍຮັບ. ນອກນັ້ນ ເລື່ອງການນຳເຂົ້າ ທີ່ບໍ່ຖືກຕ້ອງກໍມີຫລາຍ ລວມທັງສິນຄ້ານ້ອຍ-ໃຫຍ່ ເຊັ່ນ: ພາຫະນະ... ຂອດການຄຸ້ມຄອງດ້ານນີ້ຍັງມີຊ່ອງຫວ່າງ. ຜູ້ປະກອບການ ກໍຊອກຊ່ອງທາງໃນການຫລົບຫລີກ ບໍ່ມີຄວາມຈິງໃຈ ໃນການປະກອບສ່ວນມອບພັນທະໃຫ້ລັດ ຫລື ປະເທດຊາດ. ເບື້ອງສົ່ງອອກແມ່ນ ໄມ້ ກໍມີການ ລັກລອບໜີພາສີ. ເຊິ່ງແຫລ່ງ ລາຍຮັບຈາກໄມ້ ເປັນແຫລ່ງໃຫຍ່ ຖ້າຄຸ້ມຄອງເກັບໄດ້ໝົດ ແມ່ນຈະມີລາຍຮັບມະຫາສານ ແຕ່ປະຈຸບັນ ປີໜຶ່ງ ເກັບບໍ່ໄດ້ ຮອດ 20 ລ້ານໂດລາ ແຕ່ມູນຄ່າການສົ່ງອອກ ໂດຍໄດ້ຂໍ້ມູນຈາກປະເທດເພື່ອນບ້ານ ໄມ້ທີ່ນຳເຂົ້າຈາກ ສປປ ລາວ ມີຫລາຍຮ້ອຍລ້ານໂດລາ. ຢ່າງໃດກໍຕາມ, ທ້າຍເດືອນ 9 ສົກປີ 2012-2013 ກໍຈະໝົດໄລຍະປິ ງົບປະມານ ເຮັດແນວໃດຈະໃຫ້ມີລາຍຮັບເອົາມາແກ້ໄຂບັນຫາເຫລົ່ານີ້ ແມ່ນ ຈະຕ້ອງໄດ້ເຄື່ອນໄຫວຢ່າງແຂງແຮງ ແລະ ຫັນເປັນລະບົບໄປສູ່ທັນສະໄໝ, ບາງລະບົບ ຈະເລີ່ມທົດລອງໃນຕົ້ນສົກງົບປະມານນີ້ ເປັນຕົ້ນ ການເກັບ ອາກອນພາຫະນະ ຫັນເປັນທັນສະໄໝນັບແຕ່ເດືອນມັງກອນ 2014 ເປັນຕົ້ນໄປ ແລະ ເດືອນຕຸລາປີນີ້ ເລີ່ມທົດລອງແລ່ນລະບົບທັນສະໄໝດັ່ງກ່າວ ໂດຍຈະຫັນມາເກັບຕາມຄວາມແຮງ ເຊເຊ ບໍ່ແມ່ນໃບຊື້ຂາຍ ເພື່ອສະກັດກັ້ນການຫລົບຫລີກພັນທະອາກອນ ຂອງຜູ້ປະກອບການ ແລະ ຊື້ພາຫະນະ. ເພາະລະບົບພາຍຖົງໄປເກັບເງິນ ເຮັດໃຫ້ເງິນຕົກເຮ່ຍຫລາຍ. ມາດຕະການອີກອັນໜຶ່ງ ແມ່ນມອບແບບຂັ້ນຄຸ້ມຄອງຂອງທ້ອງຖິ່ນ ຕາມທິດນະໂຍບາຍ 3 ສ້າງ.


ແຫລ່ງຂ່າວຈາກ : ສຳນັກຂ່າວສານປະເທດລາວ 25/09/2013