24.9.13

ສູນວັດທະນະທຳເດັກວຽງໄຊ ເປີດນຳໃຊ້ຢ່າງເປັນທາງການ

ສູນວັດທະນະທຳເດັກເມືອງວຽງໄຊ ແຂວງຫົວພັນ ໄດ້ກໍ່ສ້າງສຳເລັດພ້ອມທັງເປີດນຳໃຊ້ຢ່າງເປັນທາງການໃນວັນທີ 11 ກັນຍານີ້. ໂຄງການນີ້ແມ່ນບໍລິສັດກໍ່ສ້າງສ້ອມແປງບຸນເຮືອງຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງເລີ່ມແຕ່ເດືອນເມສາເຖິງເດືອນ ສິງຫາ 2013 ໄດ້ສຳເລັດ 100%. ເປັນອາຄານຖາວອນຊັ້ນດຽວມຸງດ້ວຍກະເບື້ອງ, ມີລວງຍາວ 16 ແມັດ, ກ້ວາງ 9 ແມັດມີ 3 ຫ້ອງ ໂດຍໄດ້ນຳ ໃຊ້ທຶນຊ່ວຍເຫລືອລ້າຈາກ
ເມືອງກວານ ເຊິນແຂວງແທັງຮວາ ສສ ຫວຽດນາມ ໃນມູນຄ່າ 500.000.000 ດົງ (ຫ້າຮ້ອຍລ້ານດົງ) ແລະ ທຶນສົມທົບຂອງເມືອງວຽງໄຊ 50 ລ້ານກວ່າກີບ.
ເປັນກຽດເຂົ້າຮ່ວມພິທີມອບ-ຮັບແລະ ເປີດນຳໃຊ້ໂຄງການດັ່ງກ່າວຝ່າຍລາວມີທ່ານ ແອງສອນ ນາມມະນີນິນ ຮອງເຈົ້າເມືອງໆ ວຽງໄຊ,ມີການນຳພະແນກ ຖວທ ແຂວງ,ຫ້ອງການພົວພັນຕ່າງປະເທດແຂວງ;ຝ່າຍຫວຽດນາມ ມີທ່ານ ຫງວຽນວັນດົງ ເຈົ້າເມືອງໆ ກວານເຊິນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງສອງຝ່າຍ.

ແຫລ່ງຂ່າວຈາກ : ຫນັງສືພີມປະຊາຊົນ