2.10.13

ເມືອງ ຊຽງຄໍ້ ແຂວງ ຫົວພັນ ສະຫລຸບໂຄງການປັບປຸງ ຄຸນນະພາບຊີວິດ

ຫວ່າງບໍ່ດົນມານີ້, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຊຽງຄໍ້  ແຂວງ ຫົວພັນໄດ້ສະຫລຸບການຈັດຕັ້ງ ປະຕິບັດ ວຽກງານໂຄງການປັບປຸງຊີວິດການເປັນຢູ່ຂອງຊາວກະ ສິກອນຜູ້ລ້ຽງສັດໄລຍະ 6 ເດືອນຕົ້ນປີ 2013, ໂດຍ ການ ເປັນປະທານກອງປະຊຸມຂອງທ່ານ ສະຖຽນ ວັນນະສຸກ ກຳມະການພັກແຂວງ, ຫົວຫນ້າພະແນກກະສິກຳ-ປ່າໄມ້ແຂວງ ແລະ ມີການນຳຂັ້ນ ເມືອງ,  ຜູ້ຕາງຫນ້າຫ້ອງການທີ່ກ່ຽວຂ້ອງຂອງເມືອງພ້ອມດ້ວຍບ້ານເປົ້າຫມາຍຂອງ ໂຄງການເຂົ້າຮ່ວມ ກອງປະຊຸມສະຫລຸບວ່າ:
ໃນ 6 ເດືອນຕົ້ນປີ 2012 ໂຄງການປັບປຸງ ຊີວິດການເປັນຢູ່ຂອງຊາວກະສິກອນຜູ້ລ້ຽງສັດພາກເຫນືອໄດ້ ປະຕິບັດແຜນການຂອງ ໂຄງການໃຫ້ເປັນໄປຕາມແຜນການ, ເມືອງ ຊຽງຄໍ້ແມ່ນເມືອງຫນຶ່ງ ທີ່ໄດ້ຮັບທຶນຈາກໂຄງ ການປັບປຸງຊີວິດການ ເປັນຢູ່ຂອງຊາວກະສິກອນ ເຊິ່ງໄດ້ຈັດຕັ້ງປະຕິບັດຢູ່  15 ບ້ານ ເປົ້າຫມາຍຂອງໂຄງການເພື່ອແນໃສ່ປັບປຸງຊີວິດການເປັນຢູ່ຂອງຄອບ ຄົວ, ຊຸມຊົນທີ່ ທຸກຍາກ ໂດຍເລັ່ງໃສ່ການຊຸກຍູ້ສົ່ງເສີມການລ້ຽງສັດໃຫ້ປະຊາຊົນຈຳນວນ 15 ບ້ານເປັນ ເງິນທັງຫມົດ 1 ຕື້ 900 ລ້ານ ກວ່າກີບ. ໃນປະຈຸບັນ ບັນດາບ້ານເປົ້າຫມາຍຂອງໂຄງ ການແມ່ນມີງົວ, ຄວາຍ 2.100 ກວ່າໂຕ, ຫມູ 3.200 ກວ່າໂຕ, ແບ້ 2.000 ກວ່າໂຕ, ສັດປີກ 18.000 ກວ່າໂຕ.
   ໄດ້ປຸກລະດົມການສັກຢາປ້ອງກັນພະຍາດສັດຕາມລະດູການເພື່ອປ້ອງກັນການລະບາດຂອງພະຍາດສັດ ແລະ ສ້າງຄອບຄົວຕົວແບບ ໃນການລ້ຽງສັດໄດ້ 3 ຄອບຄົວ, ວຽກງານການສ້າງພື້ນ ຖານໂຄງລ່າງສ້າງຫ້ອງປະຊຸມຂັ້ນບ້ານ ນາຂາມ, ບ້ານ ສົບມ້ອນ ແລະ ບ້ານ ກົມຄຳ ບ້ານ ລະ 1 ຫລັງ, ຊົນລະປະທານບ້ານ ຫົວນາ 1 ແຫ່ງ, ຝາຍນ້ຳລົ້ນຢູ່ບ້ານໂພນນາ ແລະ ບ້ານ ງວມ ບ່ອນລະ 1 ແຫ່ງ, ຫ້ອງ ນ້ຳສາທາລະນະບ້ານ ນາຂາມ ແລະ ບ້ານ ສົບວັ້ນ ບ້ານ ລະຊຸດ.ນອກນີ້ຍັງໄດ້ຈັດອົບຮົມດ້ານເຕັກນິກການສັກຢາປ້ອງກັນພະຍາດສັດ, ການ ໃຫ້ອາຫານສັດ ແລະ ການສ້າງຄອກສັດໃຫ້ຂັ້ນບ້ານຕື່ມອີກ.
ແຫລ່ງຂ່າວຈາກ: ຫນັງສືພີມປະຊາຊົນ