1.10.13

ອັດຕາການຊົມໃຊ້ໄຟຟ້າຢູ່ ແຂວງ ຫົວພັນເພີ່ມຂຶ້ນ

ທ່ານ ບຸນຮຽງ ດວງບຸດທອງ, ຫົວຫນ້າສາຂາ ລັດວິ ສາຫະກິດໄຟຟ້າລາວ ສາຂາ ແຂວງຫົວພັນ ໃຫ້ຮູ້ວ່າ : ໃນສົກ 2012 - 2013 ທົ່ວແຂວງ ຫົວພັນ, ປະຊາຊົນໃນ 8 ເມືອງ 395 ບ້ານ, 26.478 ຄອບຄົວ ໄດ້ຊົມໃຊ້ ໄຟຟ້າຖ້າທຽບໃສ່ 2011 - 2012 ເພີ່ມຂຶ້ນ 81 ບ້ານ, 3.000 ກວ່າຄອບຄົວ, ສາມາດເກັບລາຍຮັບໄດ້ທັງຫມົດ 12 ຕື້ 227 ລ້ານກວ່າກີບ ທຽບໃສ່ແຜນການ ປີປະຕິບັດໄດ້ 74%. ໃນນັ້ນມອບພັນທະໃຫ້ລັດແລ້ວ 1 ຕື້ 175 ລ້ານກວ່າກີບປະຕິບັດລາຍຈ່າຍໄດ້ 15 ຕື້ 700 ລ້ານກວ່າກີບທຽບໃສ່ແຜນການປີປະ ຕິບັດໄດ້ 68%.
ຖ້າທຽບໃສ່ແຜນການສ້າງລາຍຮັບ ແລະ ປະຕິບັດລາຍຈ່າຍເຫັນວ່າຫລຸດແຜນການ 3 ຕື້ 500 ລ້ານກວ່າກີບ.
   ສາເຫດຍ້ອນການຊື້ກະແສໄຟຟ້າລາຄາສູງ ແຕ່ລາຄາຈຳຫນ່າຍສ່ວນຫລາຍແມ່ນຕ່ຳ ກວ່າຕົ້ນທຶນເພື່ອໃຫ້ປະຊາຊົນໃນເຂດຊົນ ນະບົດມີເງື່ອນໄຂໄດ້ຊົມໃຊ້ໄຟຟ້າເພື່ອພັດ ທະນາຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ.
   ໃນຕໍ່ຫນ້າຈະສືບຕໍ່ຈັດຕັ້ງປະຕິບັດບັນດາໂຄງການຂະຫຍາຍໄຟຟ້າທີ່ຍັງຄ້າງໂດຍສະ ເພາະແມ່ນຂະຫຍາຍເຂົ້າ ບ້ານຄູນຄຳ ເມືອງຊຽງຄໍ້, ບ້ານເລົາ ເມືອງຊຳໃຕ້ ພ້ອມທັງຂະ ຫຍາຍເຂົ້າຫາເມືອງກວັນເຊິງ ເປັນເມືອງທີ່ສ້າງໃຫມ່ ແລະ ບັນດາບ້ານໃຫ້ບັນ ລຸຕາມແຜນການ.