7.10.13

ຈັດງານບຸນຊ່ວງເຮືອປະຈຳປີຂື້ນທີ່ ເມືອງ ວຽງໄຊ ແຂວງ ຫົວພັນ

ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນກອງປະ ຊຸມໃຫ່ນຂອງບັນດາອົງການຈັດຕັ້ງມາຫາຊົນເມືອງທີ່ຈະ ເປີຂື້ນໃນທ້າຍປີ 2013 ແລະ ກອງປະຊຸມໃຫ່ຍຂອງອົງ ຄະນະພັກເມືອງ ວຽງໄຊ ສະໄໝທີ X ທີ່ຈະເປີດຂື້ນໃນ ໄລຍະກາງປີ 2014 ທັງເປັນການສ້າງບັນຍາກາດເບີກບານ ມ່ວນຊື່ນໃນໂອກາດບຸນອອກພັນສາ, ທັງເປັນການສ້າງເງື່ອນໄຂໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວແຂວງ ຫົວພັນ, ເວົ້າສະເພາະກໍ່ແມ່ນ ເມືອງ ວຽງໄຊ ໃຫ້ນັບມື້ນັບຫລາຍຂື້ນພ້ອມທັງເປັນການຮັກສາເອກະລັກວັດທະນາທຳຂອງຊາວລາວບັນ ດາເຜົ່າໄວ້ຊົ່ວກາລະນານ.

   ດັ່ງນັ້ນ, ທາງການນຳເມືອງ ສົມທົບກັບອົງການຈັດຕັ້ງແນວລາວສ້າງຊາດເມືອງ ວຽງໄຊ ໄດ້ຈັດງານບຸນປະເພນີຊ່ວງເຮືອ ແລະ ງານຕະຫລາດນັດປະຈຳປີຂື້ນໃນລະຫວ່າງ ວັນທີ 18-20/10/2013 ເປັນເວລາ 03 ວັນ, ໃນການແຂ່ງຂັນຊ່ວງເຮືອໃນຄັ້ງນີ້ໄດ້ມີທັງເຮືອ ຊ່ວງປະເພດຊາຍ ແລະ ເຮືອຊ່ວງປະເພດຍີງໂດຍມີລາງວັນທັງຫມົດ 04 ປະເພດຄື:
-  ລາງວັນທີ່ 01 : ເງີນສົດ 5,000,000 ກີບ ພ້ອມຂັນ 01 ໜ່ວຍ
- ລາງວັນທີ່ 02 : ເງີນສົດ 3,000,000 ກີບ
- ລາງວັນທີ່ 03 : ເງີນສົດ 1,500,000 ກີບ
- ລາງວັນທີ່ 04 : ເງີນສົດ 1,000,000 ກີບ.

ຂໍ້ມູນຂ່າວ: ສຸວົງສັກ