8.10.13

ເມືອງ ຊຳໃຕ້, ແຂວງ ຫົວພັນ ໄດ້ມີໂຮງຮຽນ ມັດທະຍົມສົມບູນຫລັງໃຫ່ມ

ໂຄງ ການກໍ່ສ້າງໂຮງຮຽນ ມັດທະຍົມສົມບູນ ເທດສະ ບານເມືອງຊຳໃຕ້ ແຂວງຫົວພັນໄດ້ເລີ່ມລົງມືກໍ່ສ້າງ ມາແຕ່ ເດືອນມັງກອນ ປີ 2012, ມາຮອດເດືອນກັນຍາ ປີ 2013 ໄດ້ກໍ່ສ້າງສຳເລັດ100%.ໂຄງການດັ່ງ ກ່າວໄດ້ກໍ່ສ້າງເປັນ ອາຄານຊັ້ນດຽວແບບຖາວອນໂຄງສ້າງດ້ວຍເບຕົງເສີມເຫຼັກ ມຸງກະເບື່ອງມີລວງຍາວ 85 ແມັດ ລວງກ້ວາງ 13 ແມັດ ປະກອບມີ 20 ຫ້ອງຮຽນສະມາດບັນຈຸນັກຮຽນໄດ້ທັງໝົດ 500 ກ່ວາ ຄົນ.ນອກນີ້ຍັງມີຫ້ອງນໍ້າ,ຮົ້ວອອ້ມຮອບປະກອບລະບົບໂຕະຕັ່ງຄົບຊຸດ ໂດຍແມ່ນບໍລິສັດ ໄຊຍາພິມ ກໍ່ສ້າງເປັນຜູ້ຮັບເໝົ່າ ລວມມູນຄ່າການກໍ່ສ້າງ ທັງໝົດ 8 ຕື້ 23 ລ້ານ 3 ແສນກ່ວາ ກີບ ຊື່ງໄດ້ໃຊ້ທືນ ງົບປະມານຂອງລັດຖະບານແຫ່ງ ສ ປ ປລາວ ເຮົາ 100%.ພາຍຫຼັງກໍ່ສ້າງສຳເລັດ ວັນທີ່ 4 ເດືອນຕຸລາ ນີ້. ເຈົ້າຂອງໂຄງການ ແລະ ບໍລິສັດຮັບເໝົ່າກໍ່ສ້າງຈິ່ງ ໄດ້ຈັດພິທີມອບ - ຮັບໂຮງຮຽນດັ່ງກ່າວນີ້ ແລະ ເປີດການນຳໃຊ້ເປັນທາງການ.ໂດຍການເຂົ້າຮ່ວມຂອງ ທ່ານຄຳມົນ ຈັນທະວີສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫົວພັນ,ມີ ທ່ານ ຮອງເລຂາ ພັກເມືອງຊຳໃຕ້ ພ້ອມດ້ວຍພະນັກງານທີ່ກຽ່ວຂ້ອງຈາກຂັ້ນແຂວງ ແລະ ເມືອງເຂົ້າຮ່ວມນຳ
ແຫລ່ງຂ່າວຈາກ: Houaphannews