5.12.13

ພິທີປຸກເສົາເຂັມໂຄງການກໍ່ສ້າງ ຫໍພິພິຕະພັນປະຕິວັດ ແລະ ການບູລະນະຖ້ຳຜາແດງທີ່ເມືອງ ວຽງໄຊ.

ວັນທີ່ 3 ເດືອນ ທັນວາ ນີ້ແຂວງ ຫົວພັນ ໄດ້ຈັດພິທີທາງ ສາດສະໜາປຸກເສົາເຂັມໂຄງການກໍ່ສ້າງຫໍພິພິຕະພັນປະ ຕິວັດ ແລະ ການບູລະນະຖ້ຳຜາແດງທີ່ເມືອງ ວຽງໄຊ ໂດຍ ການເຂົ້າຮ່ວມຂອງທ່ານ ຄຳຮຸ່ງ ເຮື່ອງວົງສີ ກຳມະການ ສູນກາງພັກເລຂາພັກແຂວງ ເຈົ້າແຂວງ ຫົວພັນ, ມີບັນດາ ທ່ານການນຳຂອງຂັ້ນແຂວງ, ຫົວໜ້າພະແນກການທີ່ກ່ຽວຂ້ອງພ້ອມດ້ວຍເຈົ້າຂອງໂຄງ ການ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງເຂົ້າຮ່ວມນຳ.ໂຄງການດັ່ງກວ່າໄດ້ເລີ່ມລົງມືກໍ່ສ້າງມາ ແຕ່ຕົ້ນເດືອນກັນຍາປີ 2013 ຄາດວ່າຈະໃຫ້ສຳເລັດໃນຕົ້ນເດືອນ ກັນຍາປີ 2016 . ເປັນອາຄານ 3 ຊັ້ນມີຂະໜາດ 64,5m x 103m ໂຄງສ້າງເສີມເຫຼັກ, ມຸ່ງດ້ວຍສີ ແຝັກ,ມີລານ ຈອດລົດຢູ່ຊັ້ນໃຕ້ດິນ, ປະກອບມີຫ້ອງວາງສະແດງມູນເຊື້ອ,
ຫ້ອງປະຊຸມ ສາມາດບັນຈຸໄດ້ 500 ຄົນ ແລະ ຫ້ອງເຮັດວຽກຂອງພະນັກງານຈຳນວນໜື່ງ ຫໍພິພິ ຕະພັນແຫ່ງນີ້ໄດ້ປັບປຸງ ແລະ ຕົບແຕ່ງເປັນຮູບຊົງລາວ, ເປັນເຂດຂຽວ, ເປັນບ່ອນເຕົ້າ ໂຮມ ບ່ອນພັກຜ່ອນ, ຈຸດນັດພົບ, ຈຸດເລີ່ມຕົ້ນໃນການທ່ຽວຊົມບັນດາກິດຈະກຳ ປະຫວັດສາດທຳມະຊາດ ແລະ ການສະແດງດ້ານວັດຖຸພັນຕ່າງໆໃຫ້ຕໍ່ເນື່ອງກັນ.
ສຳລັບໂຄງການບູລະນະຖ້ຳຜາແດງແມ່ນເລັ່ງໃສ່ປັບປຸງເສັ້ນທາງມີຄວາມຍາວ 1.200m2 ທາງກວ້າງ 7 ແມັດ, ເສັ້ນທາງທ່ຽວຊົມຖ້ຳຍາວ 4.500ແມັດ, ກວ້າງ 4,5 ແມັດນອກ ນັ້ນຍັງໄດ້ກໍ່ສ້າງເຮືອນພັກຜ່ອນ, ຮ້ານອາຫານ, ຫ້ອງປະຊຸມ 2 ແຫ່ງ, ປັບປຸງ ຖ້ຳທ່ານປະທານ ໄກສອນ ພົມວິຫານ, ຖ້ຳປະຊຸມຂອງພັກຄັ້ງທີ່ II ແລະ ປັບປຸງບັນດາ ຖ້ຳອື່ນໆອ້ອມຂ້າງໃນເຂດນັ້ນມີຈຳນວນ 9 ຖ້ຳ.ທັງສອງໂຄງການນິ້ໂດຍນຳໃຊ້ທຶນກໍ່ສ້າງ ຂອງທະນາຄານທຸລະກິດລາວ - ຫວຽດນາມ ແລະ ທຶນປະກອບບັນດາບໍລິສັດອື່ນໆຂອງ ສ ສ ຫວຽດນາມ ທີ່ດຳເນີນທຸລະກິດຢູ່ ສ ປ ປ ລາວ ແລະ ທຶນຂອງແຂວງ ຫົວພັນ ປະກອບລວມເປັນມູນຄ່າທັງໝົດ 260 ຕື້ 453 ລ້ານ 9 ຮ້ອຍ 24 ພັນ 489 ກີບ. ໂດຍແມ່ນບໍລິສັດອຸທິດຮຸ່ງເຮື່ອງກໍ່ສ້າງຈຳກັດຜູ້ດຽວ ແລະ ກຸ່ມບໍລິສັດຈິດຈະເລີນ ກໍ່ສ້າງ ຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງບູລະນະ.

ແຫລ່ງຂ່າວຈາກ: Houaphannews