5.12.13

ແຂວງ ຫົວພັນ ໄດ້ສະຫຼຸບແຜນງົບປະມ່ານ ສົກປີ 2012 - 2013 ແລະ ວາງແຜນງົບປະມ່ານແຫ່ງລັດ ສົກປີ 2013 - 2014

ລະຫວ່າງວັນທີ່ 4 ຫາວັນທີ່ 5 ທັນວາ 2013 ນີ້, ແຂວງ ຫົວພັນໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ສົກງົບປະມານ 2012 - 2013 ແລະ ວາງແຜນງົບປະມານ ແຫ່ງລັດສົກປີ 2013-2014 ຂື້ນທີ່ພະແນກການເງິນ  ແຂວງ   ໂດຍການເຂົ້າຮ່ວມເປັນປະທານກອງປະຊຸມ ຂອງ ທ່ານ ຄຳຮຸ່ງ ເຮື່ອງວົງສີ ເຈົ້າແຂວງໆ ຫົວພັນ ແລະ ມີຫົວໜ້າ, ຮອງຫົວໜ້າພະແນກ ການ, ອົງການທຽບເທົ່າ, ຜູ້ຊີ້ນຳວຽກງານການເງິນ 9 ເມືອງທົ່ວແຂວງ, ແລະ ພະນັກງານ ວິຊາການທີ່ກ່ຽວຂ້ອງຢ່າງພ້ອມພຽງ.
ໃນສົກງົບປະມານ 2012 - 2013 ທົ່ວແຂວງຫົວພັນສາມາດປະຕິບັດລາຍຮັບ ແລະ ມອບເຂົ້າງົບປະມານໄດ້ທັງໝົດ 55 ຕື້ 363 ລ້ານກວ່າກີບ.
ໃນນີ້ລາຍຮັບພາຍໃນປະ ຕິບັດໄດ້ 42 ຕື້ 662 ລ້ານກວ່າກີບ, ເກີນແຜນ 1 ຕື້ 714 ລ້ານກວ່າກີບເຊິ່ງລາຍຮັບ ດັ່ງກ່າວໄດ້ມາຈາກສວຍສາອາກອນ, ວິຊາການເກັບພາສີທີ່ດິນ ແລະ ຄ່າຄຸ້ມຄອງຊັບສິນ ຂອງລັດເຊິ່ງສາ ມາດບັນລຸ 2,81% ຂອງລວມຍອດຜະລິດຕະພັນພາຍໃນແຂວງ. ນອກ ນັ້ນຍັງມີລາຍຮັບຈາກບ້ວງສູນກາງປະຕິບັດໄດ້ 12 ຕື້ 700 ລ້ານກວ່າກີບເທົ່າກັບ 66,53%.
ຈາກລາຍຮັບສາມາດປະຕິບັດລາຍຈ່າຍໄດ້ທັງໝົດ 389 ຕື້ 274 ລ້ານກວ່າກີບເຊັ່ນ: ຈ່າຍເງິນເດືອນ, ອຸດໜູນ, ນະໂຍບາຍ, ບໍລິຫານ, ດັດສົມສົ່ງເສີມ, ຊັບສົມບັດຄົງທີ່ ແລະ ການລົງທຶນຂອງລັດຖ້າທຽບໃສ່ແຜນການລາຍຈ່າຍຍັງຂາດດູນງົບປະມານ 28 ຕື້ 42 ລ້ານກວ່າກີບ.
ໃນແຜນສົກງົບປະມານ 2013 - 2014 ແຂວງຫົວພັນຈະສູ້ຊົນປະຕິບັດລາຍຮັບພາຍ ໃນໃຫ້ໄດ້ 52 ຕື້ 377 ລ້ານກີບເທົ່າກັບ 2,76% ຂອງ GDP ຖ້າທຽບໃສ່ແຜນການ ສົກປີ 2012 - 2013 ເພີ່ມຂຶ້ນ 27,91% ແລະ ປະຕິບັດລາຍຈ່າຍງົບປະມານແຫ່ງລັດໃຫ້ໄດ້ 451 ຕື້ 529 ລ້ານກວ່າກີບ ເທົ່າກັບ 25,59% ຂອງ GDP ທຽບໃສ່ສົກປີ 2012 - 2013 ໃຫ້ເພີ່ມ ຂຶ້ນ 16,53%.

ແຫລ່ງຂ່າວຈາກ: Houaphannews