9.12.13

ນາຍົກລັດຖະມົນຕີຕິດຕາມ ແລະ ກວດກາຫລາຍໂຄງການລົງທຶນ ຂອງລັດ ແລະ ເອກະຊົນຢູ່ແຂວງ ຫົວພັນ

ລະຫວ່າງວັນທີ 6-7 ທັນວາ 2013 ທ່ານ ທອງສິງ ທໍາມະວົງນາ ຍົກລັດຖະມົນຕີ ພ້ອມດ້ວຍບັນດາລັດຖະມົນຕີກະຊວງ ກ່ຽວຂ້ອງໄດ້ລົງກວດກາ ແລະ ຕິດຕາມ ເບິ່ງໂຄງການຕ່າງໆ ທີ່ລັດຖະບານໃດ້ ອະນຸຍາດໃຫ້ລົງທຶນ ຢູ່ແຂວງ ຫົວພັນ ເຊິ່ງໄດ້ຮັບການຕ້ອນຈາກ ທ່ານ ຄຳຮຸ່ງ ເຮືອງວົງສີ ເຈົ້າແຂວງໆ ຫົວພັນ ທ່ານນາຍົກລັດ ຖະມົນຕີໄດ້ຮັບຟັງການລາຍງານກ່ຽວກັບສະພາບ ການພັດທະນາພື້ນ ຖານໂຄງລ່າງຂອງ ແຂວງ ຫົວພັນ ໂດຍສະເພາະແມ່ນຜົນ ສຳເລັດບັນດາໂຄງການ ລົງທຶນຕ່າງໆ ທີ່ລັດຖະບານ ໄດ້ອະນຸຍາດເຊັ່ນ ໂຄງການສຳຫລວດ ແລະ ຂຸດ ຄົ້ນບໍ່ຖ່ານ ຫີນໃນເຂດ ເມືອງ ຊຳເໜືອ, ເມືອງ ຊຳໃຕ້ ແລະ ເຂດ ຫົວຊຽງ ລວມເນື້ອ ທ່ີສຳປະທານ ທັງໝົດ 800 ກວ່າກິໂລຕາແມັດ ແລະ ຈາກການສຳຫລວດ
ເບື້ອງຕົ້ນຄາດ ວ່າຈະມີຖ່ານ ຫີນປະມານ 580 ລ້ານໂຕນເຊິ່ງມີຄວາມສາມາດສ້າງເປັນ ໂຮງງານຜະ ລິດໄຟຟ້າຖ່ານ ຫີນຂະໜາດ 275 ຫາ 300 ເມກາວັດ ມີອາຍຸນຳໃຊ້ ປະມານ 40 ປີ ຄາດຄະເນນຳໃຊ້ ແຮງງານ ປະມານ 3-5 ພັນຄົນ, ຖ້າວ່າໂຄງການດັ່ງກ່າວ ເປັນໄປ ຕາມແຜນທ່ີວາງ ໄວ້ຄາດ ວ່າ ຈະຜະລິດກະແສໄຟຟ້າໃນປີ 2016 ແລະ ສາມາດສະໜອງ ດ້ານພະລັງງານ ໄຟຟ້າໃຫ້ແຂວງ ຫົວພັນ ແລະ ບັນດາແຂວງອ້ອມຂ້າງໄດ້ຢ່າງພຽງພໍ.                      
  ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະກໍໄດ້ເດີນທາງໄປຢ້ຽມ ຢາມເບິ່ງ ໂຄງການກໍ່ສ້າງສະໜາມບິນ ໜອງຄ້າງຫ່າງຈາກເທສະບານແຂວງປະມານ 30  ກິໂລ ແມັດ, ໂຄງການດັ່ງກ່າວ ໄດ້ເລີ່ມດຳເນີນງານແຕ່ເດືອນມີນາ ປີ 2013 ໂດຍໜ້າວຽກປະຈຸບັນແມ່ນບຸກ ເບີກເປີດ ໜ້າ ດິນໃຫ້ພຽງ ແລະ ເອົາສີ່ງກີດ ຂວາງ ອອກເພື່ອຈະ ເລີ່ມກໍ່ສ້າງລານບິນທີ່ມີ ຄວາມ ຍາວ 2,4 ກິໂລແມັດ ແລະ ກວ້າງ 30 ແມັດ ສາມາດຮອງຮັບເຮືອບິນ ຂະໜາດກາງໄດ້ ແລະ ຄາດ ວ່າໂຄງການນີ້ ຈະສຳເລັດໃນ ທ້າຍປີ 2015. ໂຄງການກໍ່ສ້າງ ສະໜາມບິນໜອງຄ້າງ ເປັນການ ລົງທຶນຂອງນັກລົງທຶນ ຫວຽດນາມ ໃນມູນ ຄ່າ 80 ລ້ານໂດລາສະຫະລັດ, ຖ້າລຳເລັດຈະເຮັດໃຫ້ການຄົມມະ ນາຄົມທາງອາກາດ ມີຄວາມສະດວກສະບາຍ ແລະ ອຳນວຍຄວາມສະດວກໃຫ້ແກ່ນັກ ລົງທຶນ ແລະ ດຶງດູດນັກທ່ອງທ່ຽວໄດ້ຫລາຍຂຶ້ນ.     
  ໃນ​ວັນ​ທີ 7 ທັນວາ 2013 ທ່ານ​ນາຍົກລັດຖະມົນຕີ ພ້ອມດ້ວຍ​ຄະນະ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ເມືອງ​ວຽງ​ໄຊ ​ເພື່ອ​ເບິ່ງ​ຄວາມ ​ຄືບ​ຫນ້າ​ຂອງ​ໂຄງການ​ກໍ່ສ້າງ​ຫໍພິພິທະພັນມູນ​ເຊື້ອປະຕິວັດ ​ແລະ ບູລະນະຖ້ຳ​ຜາ​ແດງ (ຖ້ຳ​ດຳ​ເນີນ​ກອງປະຊຸມ​ໃຫຍ່​ຄັ້ງທີ II ຂອງ​ ພັກ),  ​ໂຄງການ​ກໍ່ສ້າງ​ໂຮງຮຽນ​ການ​ເມືອງ-ການ​ປົກຄອງ​ຂອງ​ແຂວງ ​ແລະ ​ໂຄງການ​ກໍ່ສ້າງ​ສາງ​ນ້ຳມັນ​ຂອງ​ແຂວງ.
   ສຳລັບ​ໂຄງການ​ກໍ່ສ້າງ​ຫໍພິພິທະ​ພັນ​ມູນ​ເຊື້ອປະຕິວັດ ​ແລະ ບູລະນະ​ຖ້ຳ​ຜາ​ແດງ​ແມ່ນ ໄດ້​ເຊັນ​ສັນຍາ​ກໍ່ສ້າງ​ໃນ​ວັນ​ທີ 23  ສິງຫາ 2013, ​ເລີ່​ມລົງມືກໍ່ສ້າງ​ໃນ​ວັນ​ທີ 1 ກັນຍາ 2013 ​ໂດຍ​ການ​ຮັບ​ເຫມົາ​ກໍ່ສ້າງ​ຂອງບໍລິສັດອຸທິດ​ຮຸ່ງ​ເຮືອງ​ກໍ່ສ້າງ​ຈຳກັດ, ​ໃນ​ມູນ​ຄ່າ​ການ ​ກໍ່ສ້າງທັງ​ຫມົດ 260 ຕື້ກີບ. ປະຈຸ​ບັນ​​ແມ່ນ​ກຳລັງ​ຢູ່​ໃນ​ໄລຍະ​ຈັດຕັ້ງປະຕິບັດ​ຫນ້າ​ວຽກ​ຂັ້ນ​ເລີ່​ ມຕົ້ນ.ຫໍພິພິທະ​ພັນ​ເປັນ​ອາຄານ 3 ຊັ້ນ  ​ແລະ ອີກ​ຫນຶ່ງ​ຊັ້ນ​ແມ່ນ​ຊັ້ນຈອດ​ລົດ​ໃຕ້​ດິນ, ​ແຕ່ລະຊັ້ນມີ​ເນື້ອທີ່​ປະມານ 3.000 ຕາ​ແມັດ, ປະກອບ​ມີຫ້ອງ​ປະຊຸມ, ຫ້ອງ​ສະ​ແດງ, ​ເຂດ​ທ່ຽວ​ຊົມ​ມູນ​ເຊື້ອ, ຫ້ອງ​ສະຫມຸດ ​ແລະ ອື່ນໆ. ມີ​ເນື້ອທີ່ສວນ​ປູກ​ຫຍ້າ ​ແລະ ທາງ​ຍ່າງປະມານ 5.000  ຕາ​ແມັດ. ນອກ​ນັ້ນຍັງ​ມີ​ ເຮືອນ​ພັກ​ພະນັກງານ, ຫ້ອງ​ນ້ຳ​ສາທາລະນະ​, ປ້ອມ​ຍາມ, ​ເຮືອນ​ຈັກ​ໄຟຟ້າ ​ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ຕ່າງໆ​ອີກ. ຊຶ່ງ​ການ​ ກໍ່ສ້າງໂຄງການ​ແມ່ນ​ຈະ​ສຳ​ເລັດ​ໃນ​ປີ 2016.
ແຫລ່ງຂ່າວຈາກ : ໜັງສືພີມລາວພັດທະນາ