10.12.13

ສະພາບການສຶກສາຢູ່ ແຂວງ ຫົວພັນ

ພະແນກສຶກສາ - ກິລາແຂວງ ຫົວພັນໄດ້ລາຍງານໃນກອງ ປະຊຸມຄົບຄະນະ ບໍລິຫານງານພັກແຂວງຄັ້ງທີ 7 ສະໄຫມ ທີ 8 ຊຶ່ງ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ວ່າ: ໃນສົກຮຽນ 2012- 2013 ມີໂຮງຮຽນລ້ຽງເດັກອະນຸບານພາກລັດ ແລະ ເອກະຊົນທັງຫມົດ 163 ແຫ່ງ ເພີ່ມຈາກສົກຮຽນ 2011 -2012 ມີ 22 ແຫ່ງ, ມີນັກຮຽນທັງຫມົດ 7.107 ຄົນ, ຍິງ 3.516 ຄົນ; ມີໂຮງ ຮຽນຊັ້ນ ປະຖົມພາກລັດ ແລະ ເອກະຊົນ 764 ແຫ່ງ, ທຽບໃສ່ສົກຮຽນປີຜ່ານມາ, ບໍ່ໄດ້ຂະຫຍາຍຕື່ມມີນັກຮຽນ 52.875 ຄົນ, ຍິງ 25.239 ຄົນຫລຸດລົງ 481 ຄົນ; ໂຮງຮຽນມັດທະຍົມຕອນຕົ້ນ ມີ 87 ແຫ່ງ, ທຽບໃສ່ສົກຮຽນ 2011-2012 ຫລຸດລົງ 1 ແຫ່ງ. ໃນນັ້ນເລື່ອນເປັນມັດທະຍົມສົມບູນ 6 ແຫ່ງ, ມີນັກຮຽນທັງຫມົດ 26.017 ຄົນ,
ຍິງ 11.519 ຄົນ, ໂຮງຮຽນມັດທະຍົມ ສຶກສາສົມບູນ 35 ແຫ່ງ ແລະ ມັດທະຍົມ ຕອນປາຍ 1 ແຫ່ງ, ອັດຕາເຂົ້າຮຽນຂອງນັກຮຽນມັດທະຍົມຕອນປາຍທັງຫມົດ, ປະ ຕິບັດໄດ້ 42,2%, ຍິງ 35,2%, ຊາຍ 48,9% ຖ້າທຽບໃສ່ສົກຮຽນ 2011-2012 ເພີ່ມຂຶ້ນ 6,3%. ໃນແຜນສະຫັດສະວັດປີ 2015 ໃຫ້ບັນລຸ 39% ຫມາຍວ່າໄດ້ຈັດຕັ້ງ ປະຕິບັດບັນລຸຄາດຫມາຍແລ້ວ. ດ້ານບຸກຄະລາກອນທົ່ວຂະແໜງການສຶກສາມີລັດຖະ
ກອນທັງຫມົດ 4.768 ຄົນ, ຍິງ 2.020 ຄົນ. ໃນນັ້ນເປັນຄູສອນ 4.171 ຄົນ, ຍິງ 1.866 ຄົນ, ດ້ານການບໍລິຫານມີ 597 ຄົນ, ຍິງ 154 ຄົນ, ການລົບລ້າງຄວາມ ບໍ່ຮູ້ ຫນັງສືໄດ້ຈັດການຮຽນ-ການສອນໃຫ້ຊາວຫນຸ່ມທີ່ບໍ່ມີໂອກາດເຂົ້າຮຽນຢູ່ໃນໂຮງຮຽນ ສາມັນ ຊຶ່ງມາຮອດປະຈຸບັນທົ່ວແຂວງສາມາດລົບລ້າງການກືກຫນັງສືໄດ້ຈຳນວນ 1.520 ຄົນ, ຍິງ 930 ຄົນ.
  ຈາກຕົວເລກທີ່ລະບຸມາຍັງມີບາງດ້ານຄົງຄ້າງທີ່ເປັນທິດສູ້ຊົນແກ້ໄຂເຊັ່ນ: ຈຳນວນຄູ ສອນໄດ້ຮັບເພີ່ມຂຶ້ນແຕ່ແຈກຢາຍໄປເຂດ ຫ່າງໄກສອກຫລີກບໍ່ທົ່ວເຖິງ, ຍັງຂາດຄູສອນ ແຕ່ກົງກັນຂ້າມຢູ່ບາງເຂດເທດສະບານເມືອງມີຄູເກີນຄວາມຕ້ອງການ. ນອກນັ້ນຍັງຂາດ ຄູສອນບາງຊັ້ນບາງສາຍ ເຊັ່ນ: ຄູອະນຸບານ, ຄູພະລະ, ຄູສິລະປະດົນຕີ, ຄູຄະນິດສາດ ແລະ ຄູສອນຢູ່ພາກໂຮງຮຽນເອກະຊົນ. ການຂະຫຍາຍຕົວການສຶກສາບໍ່ທັນທົ່ວ ເຖິງ ລະຫວ່າງຕົວເມືອງກັບຊົນນະບົດ, ລະຫວ່າງບ່ອນທີ່ມີເສັ້ນທາງໄປມາສະດວກ ກັບບ່ອນ ທີ່ມີຄວາມຫຍຸ້ງຍາກ, ອັດຕາການກືກຫນັງສືມີລັກສະນະເພີ່ມຂຶ້ນ ໂດຍສະເພາະແມ່ນ ເພດຍິງຢູ່ເຂດຊົນນະບົດ, ມີອັດຕາ ການຄ້າງຫ້ອງ, ອັດຕາຫລອດເຫລືອໃນຊັ້ນປະຖົມ ແລະ ປະກົດການພົວພັນຢາເສບຕິດຢູ່ຖັນແຖວນັກຮຽນມີລັກສະນະແຜ່ລາມກວ້າງ ອອກ.
ແຫລ່ງຂ່າວຈາກ: ຫນັງສືພີມປະຊາຊົນ