13.6.14

ແຂວງ ຫົວພັນໄດ້ຮັບເງິນຊ່ວຍເຫລືອ ປຸກສ້າງໂຮງຮຽນ

ຮູບປະກອບ
ເມື່ອມໍ່ໆມານີ້ຢູ່ທີ່ຫ້ອງ ຮັບແຂກຫ້ອງການປົກຄອງ ແຂວງຫົວພັນ ພະແນກພົວພັນ ຕ່າງປະເທດ ແຂວງເຊິນລາ ແຫ່ງ ສສ ຫວຽດນາມ ໄດ້ມອບເງິນຈຳນວນ 2 ຕື້ 9 ຮ້ອຍລ້ານກີບ ໃຫ້ແກ່ແຂວງຫົວພັນ ເພື່ອໃຫ້ແຂວງຫົວພັນ ແລະ ພະແນກສຶກສາ ແລະ ກິລາ ແຂວງນຳໃຊ້ເຂົ້າໃນການກໍ່ສ້າງໂຮງຮຽນ ຢູ່ເຂດມອງນ້ຳ ເມືອງຊຽງຄໍ້ ແຂວງຫົວພັນ, ກ່າວມອບໂດຍ ທ່ານ ຫງວຽນວັນໄມ ຮອງຫົວໜ້າພະແນກພົວພັນຕ່າງປະເທດແຂວງເຊິນລາກ່າວຮັບ ໂດຍທ່ານ ວັນໄຊ ແພງຊຸມມາ ກຳມະການປະຈຳພັກແຂວງ, ຮອງເຈົ້າ ແຂວງຫົວພັນ, ທ່ານ ເຟີດ ມາປັນຍາ ຫົວໜ້າພະແນກສຶກສາ ແລະ ກິລາແຂວງ ຊຶ່ງມີພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ແຫລ່ງຂ່າວຈາກ: ຫນັງສືພີມປະຊາຊົນ