10.6.14

ແຂວງ ຫົວພັນ ຝຶກອົບຮົມເຕັກນິກ ການຜະລິດເມັດພັນເຂົ້າໄກ່ນ້ອຍ

ເມື່ອບໍ່ດົນມານີ້ ໂຄງການພັດທະນາຕ່ອງໂສ້ການຜະລິດແນວພັນ ແລະ ສຶກສາລັກສະນະແນວພັນເຂົ້າໄກ່ນ້ອຍ ໄດ້ສົມທົບ ກັບພະແນກ ກະສິກຳ ແລະ ປ່າໄມ້ແຂວງ ຫົວພັນ ໄດ້ຈັດຝຶກອົບຮົມເຕັກ ນິກວິທີການຜະລິດແນວພັນ ເຂົ້າໄກ່ນ້ອຍ ໂດຍມີນັກສຳ ມະນາກອນມາຈາກຫ້ອງການ ກະສິກຳ 5 ເມືອງຄື: ເມືອງຊຳ ເໜືອ, ວຽງໄຊ, ສົບເບົາ, ຫົວເມືອງ ແລະ ເມືອງຮ້ຽມ ເຂົ້າຮ່ວມ.
ການຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງເພື່ອສ້າງເງື່ອນໄຂ ແລະ ຂະບວນການຂອງການຜະລິດແນວພັນເຂົ້າໄກ່ນ້ອຍ ໃຫ້ມີຄວາມບໍ ລິສຸດ, ຄຸນນະພາບເມັດພັນດີ ແລະ ໄດ້ມາດຖານຕາມລະບຽບການ ເພື່ອຕອບສະໜອງເມັດພັນທີ່ມີຄຸນ ນະພາບເພີ່ມມູນຄ່າການ ຜະລິດເຂົ້າ ໄກ່ນ້ອຍໃຫ້ຫຼາຍຂຶ້ນ. ແຂວງຫົວພັນມີເນື້ອທີ່ນາປູກເຂົ້າທັງໝົດ,,,,
12.110 ເຮັກຕາ, ໃນ ນັ້ນມີເນື້ອທີ່ນາປູກເຂົ້າໄກ່ ນ້ອຍ 6.061 ເຮັກຕາ, ຜົນຂອງ ການຜະລິດໄດ້ທັງໝົດ 27.274 ໂຕນຕໍ່ປີ, ສະມັດຕະພາບສະ ເລ່ຍແມ່ນ 4,5 ໂຕນຕໍ່ເຮັກຕາ, ເມືອງທີ່ມີທ່າແຮງໃນການ ຜະລິດເຂົ້າໄກ່ນ້ອຍແມ່ນຢູ່ 2 ເມືອງຄື: ເມືອງຊຳເໜືອ ແລະ ເມືອງວຽງໄຊ ທີ່ມີພູມອາກາດ ໜາວເຢັນ ເໝາະສົມກັບການປູກເຂົ້າໄກ່ນ້ອຍທີ່ມີຄຸນນະພາບ ແລະ ເອກະລັກຂອງເຂົ້າ ໄກ່ນ້ອຍຢ່າງແທ້ຈິງ. ສະເພາະ ຢູ່ແຂວງຫົວພັນຊຶ່ງ ກຳນົດເອົາ 5 ເມືອງ ແລະ 41 ກຸ່ມບ້ານ ເປົ້າໝາຍເພື່ອເຮັດການທົດ ລອງປູກເຂົ້າໄກ່ນ້ອຍ ຊຶ່ງແນວ ພັນທີ່ນຳມາທົດລອງມີ 3 ແນວ ພັນຄື: ເຂົ້າໄກ່ນ້ອຍແດງ, ເຂົ້າ ໄກ່ນ້ອຍລາຍ ແລະ ເຂົ້າໄກ່ ນ້ອຍເຫຼືອງ. ທັງນີ້ກໍເພື່ອເສີມ ສ້າງຄວາມເຂັ້ມແຂງ, ຄວາມ ສາມາດຂອງຄອບຄົວຊາວກະສິກອນທີ່ດຳເນີນການຜະລິດເມັດພັນເຂົ້າໃຫ້ເປັນທີ່ຍອມຮັບ, ເປັນທ່າແຮງຂອງແຂວງ, ຜະລິດເປັນສິນ ຄ້າ, ບໍລິໂພກ, ສົ່ງອອກຕ່າງແຂວງທົ່ວປະເທດເພື່ອແກ້ໄຂຊີວິດການ ເປັນຢູ່ຂອງຊາວກະສິກອນພາຍ ໃນແຂວງໃຫ້ມີການພັດທະນາ ດີຂຶ້ນເທື່ອລະກ້າວ.

ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ