17.7.14

ເປີດການນຳໃຊ້ເສັ້ນທາງແຕ່ ເທດສະບານຊຳເຫນືອຫາບ້ານຫນອງຄ້າງ

ຮູບປະກອບ
ໂຄງການກໍ່ສ້າງເສັ້ນທາງແຕ່ເທດສະບານເມືອງຊຳເໜືອ ຫາບ້ານໜອງຄ້າງ ເມືອງຊຳເໜືອ ແຂວງຫົວພັນ ໄດ້ ເລີ່ມລົງມືກໍ່ສ້າງ ມາແຕ່ກາງເດືອນທັນວາ 2011 ຮອດປະຈຸບັນມີໄລຍະການກໍ່ສ້າງ 36 ເດືອນ, ມີຄວາມຍາວ 31.025 ກິໂລແມັດ, ໜ້າທາງກວ້າງ 8,8 ແມັດ ເປັນທາງຊັ້ນ III ພູດອຍ ດ້ວຍການປູແຮ່ຢຽບແໜ້ນ. ມີ ປະຊາຊົນອາໄສຢູ່ລຽບຕາມ ເສັ້ນທາງມີ 7 ບ້ານ, 483 ຄອບ ຄົວ ມີພົນລະເມືອງ 3.319 ຄົນ. ໂຄງການດັ່ງກ່າວນີ້ໂດຍ ແມ່ນບໍ່ທອງອິນເຕີຈຳກັດຜູ້ດຽວ ແລະ ບໍລິສັດ ທີ່ປຶກສາBM ວິສາ ວະກຳກໍ່ສ້າງເປັນຜູ້ ຮັບເໝົາກໍ່ສ້າງ, ຊຶ່ງນຳໃຊ້ທຶນ ຂອງລັດຖະບານແຫ່ງ ສປປ ລາວ ລວມມູນຄ່າທັງໝົດ 257 ຕື້ກວ່າກີບ.
ຜ່ານການກວດກາຂອງຄະນະກຳມະການຄຸ້ມຄອງໂຄງການເຫັນວ່າ ໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດຖືກຕ້ອງຕາມເຕັກນິກ, ການອອກແບບສຳເລັດໄປແລ້ວ 94,5% ຂອງໜ້າວຽກທັງໝົດ,
ຍັງອີກ ໜ້າວຽກຈຳນວນໜຶ່ງທີ່ຍັງຄົງ ຄ້າງທາງໂຄງການຈະໄດ້ສືບ ຕໍ່ຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນການ. ດັ່ງນັ້ນມາໃນ ວັນທີ 11 ກໍລະກົດຜ່ານມານີ້ ພະແນກໂຍທາທິການ ແລະ ຂົນສົ່ງ ປະຈຳແຂວງຫົວພັນໃນ ນາມເຈົ້າຂອງໂຄງການໄດ້ສົມທົບກັບບໍລິສັດ ຮັບເໝົາກໍ່ສ້າງຈັດພິທີມອບ - ຮັບ ເປີດການ ນຳໃຊ້ເສັ້ນ ທາງດັ່ງກ່າວຂຶ້ນຢ່າງເປັນທາງການ. ກ່າວມອບ ໂດຍແມ່ນທ່ານ ຈັນທອງ ຊະ ນະວັນ ປະທານ ບໍລິສັດ ບໍ່ທອງ ອິນເຕີຈຳກັດ ຜູ້ດຽວ, ຕາງໜ້າ ຝ່າຍເຈົ້າຂອງໂຄງການກ່າວ ຮັບໂດຍທ່ານ ນາງ ແພງ ກັນ ຍາພິມ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊຳເໜືອ ໂດຍການເຂົ້າຮ່ວມຂອງ ທ່ານ ພອນສຸກ ອິນທະວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຫົວພັນ, ມີບັນດາທ່ານຄະນະກຳມະການກວດກາໂຄງການຂັ້ນແຂວງ ແລະ ເມືອງຊຳເໜືອ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງ ຝ່າຍ ເຂົ້າຮ່ວມເປັນສັກຂີພິຍານນຳ.

ແຫລ່ງຂ່າວຈາກ: ຫນັງສືພີມປະຊາຊົນ