17.7.14

9 ເດືອນ ແຂວງ ຫົວພັນປະຕິບັດໂຄງການລົງທືນໄດ້ 200 ກວ່າໂຄງ

ໃນ​ໄລຍະ 9 ເດືອນຂອງສົກງົບ ປະມານ​ນີ້ ແຂວງ​ຫົວພັນ ສາມາດ​ປະ ຕິບັດ​ໂຄງການ​ລົງທຶນ​ຂອງ​ພາກ​ລັດ​ໄດ້​ທັງ​ໝົດ 200 ກວ່າ​ໂຄງການ ​ໂດຍການ​ນຳ​ໃຊ້​ທຶນ​ສ່ວນ​ໃຫຍ່​ແມ່ນ​ເນັ້ນ​ໃສ່​ສ້າງ​ສິ່ງ​ອຳ​ນວຍ​ຄວາມ​ສະດວກ​ໃນ​ການ​ພັດ ທະນາ​ເສດຖະກິດ-ສັງຄົມ ແລະ ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ.
   ອີງ​ຕາມ​ຂໍ້​ມູນ​ຈາກ​ພະ​ແນກ​ແຜນການ ແລະ ການ​ລົງທຶນແຂວງ​ຫົວພັນ ລາຍ​ງານ​ໃຫ້​ຮູ້​ວ່າ: ໃນສົກ​ປີ 2013-2014 ແຂວງໄດ້​ຮັບ​ການ​ອະນຸມັດ​​ໂຄງການ​ລົງທຶນ​ຂອງ​ລັດ ຈຳນວນທັງ​ໝົດ 278 ໂຄງການ ມູນ​ຄ່າ 5.539,63 ຕື້​ກີບ, ສະພາ​ແຫ່ງ​ຊາດ ອະນຸມັດ​ໃນ​ສົກປີ​ນີ້ ເປັນ​ມູນ​ຄ່າ 125,11 ຕື້​ກີບ ໃນ​ນີ້ ທຶນ​ພາຍ​ໃນ 66,60 ຕື້​ກີບ ແລະ ທຶນ​ຕ່າງປະເທດຈຳນວນ 58,51 ຕື້​ກີບ, ເປັນ​ໂຄງການສຶບ​ຕໍ່ 94 ໂຄງການ​ສະ ເໜີ​ໃໝ່ 174 ໂຄງການ.
ຜ່ານ​ການຈັດຕັ້ງ​ປະຕິບັດໃນໄລຍະ 9 ເດືອນ​ມານີ້ ເຫັນ​ໄດ້​ວ່າ ທຸກພາກ ສ່ວນແມ່ນມີ​ຄວາມ​ຮັບຜິດ​ຊອບ​ຕໍ່​ການຈັດຕັ້ງ​ປະຕິບັດ​ໂຄງການ  ແລະ ຫັນ​ເຂົ້າ​ສູ່​ລະບຽບ​ກົດໝາຍ, ສ່ວນການ​ນຳໃຊ້ທຶນ​ຂອງ​ລັດ​ຢູ່ແຂວງ​ຫົວພັນກໍໄດ້ກາຍ
ເປັນ​ປັດໄຈ​ທີ່​ສຳຄັນ​ຕໍ່​ການພັດທະນາເສດຖະກິດ-ສັງຄົມ ແລະ ແກ້​ໄຂ​ຄວາມ ທຸກ​ຍາກຂອງ​ແຂວງ​ນັບ​ມື້ຫຼຸດລົງ​ເທື່ອ​ລະ​ກ້າວ, ຊຶ່ງ​ເຫັນ​ໄດ້​ຈາກ​ການຈັດ​ຕັ້ງ​ປະຕິບັດ​ໂຄງການລົງທຶນທັງໝົດ 203 ໂຄງການ ມູນ​ຄ່າ 75,67 ຕື້​ກີບ, ທຽບໃສ່​ແຜນການ​ປີປະຕິບັດ​ໄດ້ 65,41%, ໃນ​ນັ້ນ ເປັນທຶນ​ພາຍໃນ 48,19 ຕື້​ກີບ ແລະ ທຶນຕ່າງປະເທດ 27,48 ຕື້​ກີບ.
   ນອກຈາກ​ນັ້ນ ສຳລັບໂຄງການພັດທະນາ​ຕົວເມືອງ​ໃໝ່ (ເມືອງ​ກວັນ) ໃນສົກນີ້ ກໍ​ຍັງໄດ້​ຮັບ​ການ​ລົງທຶນຈຳນວນ 17 ໂຄງການ ຄິດ​ເປັນມູນ​ຄ່າ 894,16 ຕື້​ກີບ (ເປັນ​ທຶນ​ພາຍ​ໃນ 100%), ໃນ​ນັ້ນ ເປັນ​ໂຄງການ​ສືບຕໍ່ 2 ໂຄງການ ແລະ ສະເໜີ​ໃໝ່ 15 ໂຄງການ, ມາ​ຮອດປະຈຸ​ບັນ ຈັດ​ຕັ້ງ​ປະຕິບັດ​ໄດ້ແລ້ວ 8 ໂຄງການ ມູນ​ຄ່າ 7,67 ຕື້​ກີບ, ທຽບໃສ່​ແຜນການ​ປີ​ປະຕິບັດ​ໄດ້ 79%.

   ຄຽງ​ຄູ່​ກັບ​ຜົນສຳເລັດ​ທີ່​ແຂວງສາ ມາດ​ຍາດ​ມາ​ໄດ້​ໃນ​ໄລຍະ 3 ໄຕ​ມາດ​ນັ້ນ ​ກໍ​ຍັງ​ມີ​ສິ່ງ​ທ້າ​ທາຍ​ຕໍ່​ກັບ​ການ​ປະຕິບັດ​ວຽກ​ງານ ເປັນຕົ້ນ​ແມ່ນ ການ​ກວດກາ​ຕິດຕາມ ແລະ ປະ​ເມີນ​ຜົນ​ບັນດາ​ໂຄງການ​ທີ່​ໄດ້​ອະນຸມັດ​ໄປ​ແລ້ວ​ນັ້ນ ຍັງບໍ່ທັນ​ ແຂງແຮງ ສັນຍາ​ຂອງ​ບາງ​ໂຄງການແມ່ນຍັງ​ມີ​ຄວາມ​ຫຍຸ້ງຍາກ ໃນ​ການປະສານ​ງານ​ລະຫວ່າງ​ໜ່ວຍງານທີ່​ກ່ຽວຂ້ອງ​ກັບ​ໂຄງການ, ພ້ອມ​ນັ້ນ ການຈັດ ຕັ້ງ​ປະຕິບັດ​ໂຄງການຢູ່​ທ້ອງຖິ່ນ​ຍັງ​ມີ​ຄວາມ​ຫຍຸ້ງຍາກເນື່ອງ​ຈາກຍັງຂາດ​ບຸກ​ຄະລາ​ກອນ​ທີ່​ມີ​ຄວາມ​ຮູ້, ຄວາມ​ສາມາດ, ບວກ​ກັບທຶນ​ສົມທົບ​ພາຍ​ໃນ​ບໍ່​ພຽງພໍ​ເຮັດ​ໃຫ້ການ​ປະຕິບັດຕົວ​ຈິງເກີດ​ມີ​ຄວາມ​ຊັກ​ຊ້າ, ເມື່ອ​ທຽບ​ກັບຄວາມ​ຕ້ອງການຂອງ​ການພັດທະນາ​ຕົວ​ຈິງ.
ແຫລ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ