28.11.14

ແຂວງ ຫົວພັນເອົາໃຈໃສ່ຄຸ້ມຄອງເງິນຕາຕ່າງປະເທດ ແລະ ສົ໋ງເສີມການນຳໃຊ້ເງິນກີບ

ຮູບປະກອບ
ເພື່ອ​ເປັນ​ການ​ເຊີດ​ຊູ​ນ້ຳ­ໃຈ​ຮັກ​ຊາດ, ຄວາມ​ເປັນ​ເອ­ກະ­ລາດ, ເປັນ​ເຈົ້າ​ຕົນ​ເອງ​ທາງ​ດ້ານ​ເສດ­ຖະ­ກິດ, ຊຸກ­ຍູ້​ການ​ສົ່ງ­ເສີມ​ການ​ນຳ​ໃຊ້​ເງິນ​ກີບ ແລະ ຍົກ​ສູງ​ເງິນ­ຕາ​ຂອງ​ຊາດ, ຢຸດ­ຕິ​ການ​ນຳ​ໃຊ້​ເງິນ­ຕາ​ຕ່າງ­ປະ­ເທດ​ຢ່າງ​ຊະ­ຊາຍ​ຢູ່​ປະ ເທດ​ເຮົາ ສະ­ນັ້ນ ວັນ​ທີ 25 ພະ­ຈິກ 2014 ນີ້, ທະ­ນາ­ຄານ​ແຫ່ງ ສປປ ລາວ ພາກ​ເໜືອ​ແຂວງ​ຫຼວງ​ພະ​ບາງ​ໄດ້​ຈັດ​ກອງ​ປະ­ຊຸມ​ຄົບ​ຄະ­ນະ​ຊີ້​ນຳ ແລະ ອະ­ນຸ​ກຳ­ມະ­ການ​ຕິດ­ຕາມ​ກວດ­ກາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ລະ­ບຽບ​ຄຸ້ມ​ຄອງ​ເງິນ­ຕາ​ຕ່າງ­ປະ­ເທດ ແລະ ສົ່ງ­ເສີມ​ການ​ນຳ​ໃຊ້​ເງິນ​ກີບ, ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ​ແຂວງ​ຫົວ­ພັນ ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະ­ທານ​ຂອງ ທ່ານ ດຣ. ຈັນ​ແສງ ພິມ​ມະ​ວົງ ຮອງ​ເຈົ້າ­ແຂວງໆ​ຫົວ­ພັນ​ຜູ້​ຊີ້​ນຳ​ວຽກ​ງານ​ເສດ­ຖະ­ກິດ​ຂັ້ນ​ແຂວງ, ມີ​ທ່ານ ສາຍ­ສະ­ໝອນ ກີບ​ເກ­ສອນ ຮອງ​ຫົວ­ໜ້າ​ທະ­ນາ­ຄານ​ແຫ່ງ ສປປ ລາວ ພາກ​ເໜືອ ແຂວງ​ຫຼວງ​ພະ​ບາງ, ມີ​ບັນ­ດາ​ທ່ານ​ຄະ­ນະ​ຊີ້​ນຳ ແລະ ອະ­ນຸ​ກຳ­ມະ­ການ​ມາ​ຈາກ​ພາກ­ສ່ວນ​ກ່ຽວ­ຂ້ອງ​ອ້ອມ​ຂ້າງ ແຂວງ​ເຂົ້າ​ຮ່ວມ​ນຳ.
   ໃນ​ກອງ​ປະ­ຊຸມ​ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຟັງ​ຂໍ້​ຕົກ­ລົງ​ຂອງ​ເຈົ້າ­ແຂວງໆ​ຫົວ­ພັນ

ສະ­ບັບ​ເລກ​ທີ 408/ຈຂ.ຫພ ລົງ​ວັນ​ທີ 20 ເມ­ສາ 2014 ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງ​ຄະ­ນະ​ຊີ້​ນຳ​ຕິດ­ຕາມ​ກວດ­ກາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ລະ­ບຽບ​ການ​ຄຸ້ມ​ຄອງ​ເງິນ­ຕາ​ຕ່າງ­ປະ­ເທດ
ແລະ ສົ່ງ­ເສີມ​ການ​ນຳ​ໃຊ້​ເງິນ​ກີບ​ຢູ່​ແຂວງ​ຫົວ­ພັນ, ລັດ​ຖະ​ບັນ­ຍັດ​ຂອງ​ປະ­ທານ​ປະ­ເທດ​ສະ­ບັບ​ເລກ​ທີ 01/ປປທ ລົງ​ວັນ​ທີ 17 ມີ­ນາ 2008 ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ເງິນ­ຕາ​ຕ່າງ­ປະ­ເທດ ແລະ ວັດ­ຖຸ​ມີ­ຄ່າ​ລວມ​ມີ 10 ໝວດ 39 ມາດ­ຕາ, ດຳ­ລັດ​ຂອງ​ນາ­ຍົກ​ລັດ​ຖະ ມົນ­ຕີ​ສະ­ບັບ​ເລກ​ທີ 150/ນຍ ລົງ​ວັນ​ທີ 18 ພຶດ­ສະ­ພາ 2007 ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ເງິນ­ຕາ​ຕ່າງ­ປະ­ເທດ ແລະ ສົ່ງ­ເສີມ​ການ​ນຳ​ໃຊ້​ເງິນ​ກີບ​ພ້ອມ​ດ້ວຍ​ເອ­ກະ­ສານ​ສຳ­ຄັນ​ທີ່​ກ່ຽວ​ພັນ​ເຖິງ​ການ​ຄຸ້ມ​ຄອງ​ເງິນ­ຕາ​ຕ່າງ­ປະ­ເທດ ແລະ ວັດ­ຖຸ​ມີ­ຄ່າ ໂດຍ​ສະ­ເພາະ​ແມ່ນ​ການ​ຊື້​ຂາຍ​ເງິນ­ຕາ​ຕ່າງ­ປະ­ເທດ, ເປົ້າ​ໝາຍ​ການ​ຂະ­ຫຍາຍ ແລະ ນຳ​ໃຊ້​ເງິນ­ຕາ​ຕ່າງ­ປະ­ເທດ, ການ​ເປີດ​ບັນ­ຊີ ແລະ ການ​ນຳ​ໃຊ້​ບັນ­ຊີ ເງິນ​ຝາກ​ຂອງ​ຜູ້​ຕັ້ງ​ຢູ່ ສປປ ລາວ ຫຼື ບໍ່ ຕັ້ງ​ຢູ່ ສປປ ລາວ, ການ­ເຄື່ອນ­ໄຫວ​ດ້ານ​ເງິນ­ຕາ​ຕ່າງ­ປະ­ເທດ​ຂອງ​ທະ­ນາ­ຄານ​ທຸ­ລະ​ກິດ ແລະ ຮ້ານ​ແລກ­ປ່ຽນ​ເງິນ­ຕາ, ການ​ກູ້​ເງິນ, ການ​ຊ່ວຍ­ເຫຼືອ​ລ້າ, ການ​ລົງ­ທຶນ, ຄຸ້ມ​ຄອງ​ທຸ­ລະ​ກິດ​ມີ­ຄ່າ, ການ​ສ້າງ​ແຜນ​ດູນ​ສຳ​ລະ​ລະ­ຫວ່າງ​ປະ­ເທດ, ການ​ກວດ­ກາ​ຕໍ່​ຜູ້​ມີ​ຜົນ­ງານ ແລະ ມາດ​ຕະ­ການ​ຕໍ່​ຜູ້​ລະ­ເມີດ. ຈາກ​ນັ້ນ ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​ພ້ອມ​ກັນ​ປະ­ກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ບັນ­ດາ​ເອ­ກະ­ສານ​ຕ່າງໆ​ເພື່ອ​ໃຫ້​ສອດ­ຄ່ອງ​ເໝາະ​ສົມ​ກັບ​ສະ­ພາບ​ຕົວ​ຈິ່ງ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໃນ​ສະ­ເພາະ​ໜ້າ.
ແຫລ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ