26.11.14

ເມືອງຊຳໃຕ້-ເທືອງຊວນ ສືບຕໍ່ຮ່ວມມືຮອບດ້ານ

ເພື່ອສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືຮອບດ້ານແບບພິເສດລະຫວ່າງສອງພັກ, ສອງລັດລາວ-ຫວຽດນາມເວົ້າລວມ, ເວົ້າສະ ເພາະແມ່ນສອງເມືອງແຮກສ່ຽວລະຫວ່າງເມືອງຊຳໃຕ້ ແຂວງຫົວພັນ ສປປ ລາວ ກັບເມືອງເທືອງຊວນ ແຂວງແທັງຮວາ ສສ ຫວຽດ ນາມ ໃຫ້ໜັກແໜ້ນຂຶ້ນເລື້ອຍໆ.
   ເມື່ອບໍ່ດົນຜ່ານມານີ້, ຄະ ນະຜູ້ແທນຂັ້ນສູງເມືອງຊຳໃຕ້ ນຳພາໂດຍ ທ່ານ ຮິນທອງ ດວງຈັນສຸກ ກຳມະການພັກ ແຂວງ, ເລຂາພັກເມືອງ ເຈົ້າ ເມືອງຊຳໃຕ້ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມເມືອງ ເທືອງຊວນ ໂດຍໄດ້ຮັບການ ຕ້ອນຮັບຢ່າງອົບອຸ່ນຈາກທ່ານ ເກີ້ມບາຊວນ ຮອງເລຂາພັກ ເມືອງ ປະທານສະພາປະຊາຊົນເມືອງເທືອງຊວນ ພ້ອມ ການນຳເມືອງດັ່ງກ່າວ...

   ການພົບປະໃນຄັ້ງນີ້ ຜູ້ ແທນທັງສອງເມືອງໄດ້ລາຍ ງານສະພາບການພັດທະນາ ເສດຖະກິດ-ສັງຄົມພາຍໃນເມືອງຕົນໃຫ້ສູ່ກັນ ຊາບດ້ວຍ ບັນຍາກາດແຫ່ງໄມຕີຈິດມິດ ຕະພາບ. ສອງຝ່າຍໄດ້ພ້ອມ ກັນເປັນເອກະພາບກັບເນື້ອໃນ ພ້ອມທັງຮ່ວມລົງນາມບົດບັນ ທຶກຮ່ວມມືໃນຕໍ່ໜ້າ ຊຶ່ງສອງ ເມືອງຈະສືບຕໍ່ຮັດແໜ້ນຄວາມ ສາມັກຄີຮອບດ້ານແບບພິເສດ ໃຫ້ໜັກແໜ້ນ, ອຳນວຍຄວາມ ສະດວກໃຫ້ເມືອງເທືອງຊວນ ໃນການປັບປຸງກໍ່ສ້າງພື້ນຖານ ໂຄງລ່າງ ແລະ ເຫັນດີໃຫ້ເມືອງ ເທືອງຊວນ ຊ່ວຍສົ່ງວິຊາການ ດ້ານກະສິກຳ-ປ່າໄມ້ເຂົ້າມາ ພັດທະນາດ້ານກະສິກຳຢູ່ເມືອງ ຊຳໃຕ້ ເປັນໄລຍະ 3-5 ເດືອນ. ນອກນັ້ນ ສອງຝ່າຍຍັງຊ່ວຍ ປິ່ນປົວສຸຂະພາບ, ຈຳກັດການ ຂ້າມແດນ, ທຳລາຍປ່າໄມ້ຢູ່ ສອງຟາກຊາຍແດນ ແລະ ອຳ ນວຍຄວາມສະດວກໃຫ້ຂະ ແໜງການກ່ຽວຂ້ອງ, ພໍ່ແມ່ປະ ຊາຊົນບັນດາເຜົ່າຂອງສອງ ເມືອງພົບປະແລກປ່ຽນບົດ ຮຽນຊຶ່ງກັນ ແລະ ກັນເປັນປົກ ກະຕິ.
ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ