8.12.14

ສົກນີ້ ແຂວງ ຫົວພັນຈະສູ້ຊົນເກັບລາຍຮັບໃຫ້ໄດ້ 40 ກວ່າຕື້

ສົກ​ປີ​ນີ້​ແຂວງ​ຫົວ­ພັນ​ໄດ້​ຕັ້ງ ເປົ້າ​ໝາຍ​ສູ້​ຊົນ​ຈະ​ຈັດ​ເກັບ​ລາຍ​ຮັບເຂົ້າ​ງົບ­ປະ­ມານ​ຂອງ​ລັດ​ໃຫ້​ໄດ້​ທັງໝົົດ 40 ກວ່າ​ຕື້​ກີບ ໃນ​ນັ້ນ ຫຼາຍ​ກວ່າ ໝູ່​ແມ່ນ​ຈາກ​ສ່ວຍ​ສາ​ອາ­ກອນ, ການ​ຄຸ້ມຄອງ​ຊັບ​ສິນ​ຂອງ​ລັດ, ພາ­ສີ ແລະ ແຫຼ່ງລາຍ​ຮັບ​ອື່ນໆ​ອີກ​ຈຳ­ນວນ​ໜຶ່​ງ.
ກອງ​ປະ­ຊຸມ​ຂັ້ນ​ວິ­ຊາ​ການ​ວຽກ​ງານການ​ເງິນ​ທົ່ວ​ແຂວງ​ຫົວ­ພັນ​ປະ­ຈຳ​ສົກ​ປີ 2013-2014 ທີ່​ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ຜ່ານມາ​ນີ້ ໄດ້​ຍົກ​ໃຫ້​ເຫັນ​ຄາດ­ໝາຍ​ສູ້​ຊົນ​ໃນ​ການ​ຈັດ​ເກັບ​ລາຍ​ຮັບ​ມອບ​ເຂົ້າ​ງົບ​ປະ ມານ​ຂອງ​ແຂວງ​ໃນ​ສົກ​ປີ​ນີ້​ຈະ​ໃຫ້​ບັນ­ລຸ ໄດ້ 48.729 ລ້ານ​ກີບ ກວມ​ເອົາ 2,37% ຂອງ​ຄາດ­ໝາຍ​ລວມ​ຍອດ​ຜະ ລິດ​ຕະ​ພັນ​ພາຍ​ໃນ​ທຽບ­ໃສ່​ແຜນ­ການ ດັດ­ແກ້​ສົກ​ປີ​ກ່ອນ​ເພີ່ມ​ຂຶ້ນ 0,62%.
   ໃນ​ນີ້​ລາຍ​ຮັບຈະ​ເກັບ​ໄດ້​ຈາກ​ສ່ວຍ​ສາ​ອາ­ກອນ 38,82 ຕື້​ກີບ ເພີ່ມ​ຂຶ້ນ3,74%, ຮວ່ງ​ລາຍ​ຮັບ​ພູດ​ພາ­ສີ​ຂອງ​ແຂວງ 3,25 ຕື້​ກີບ ເພີ່ມ​ຂຶ້ນ 2,81%, ລາຍ ຮັບ​ຈາກ​ການ​ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ລັດ 6,65 ຕື້​ກີບ ເພີ່ມ​ຂຶ້ນ
8,10% ແລະ ລາຍ​ຮັບ​ຈາກ​ການ​ດຸ່ນ​ດ່ຽງ​ງົບ­ປະ­ມານ ຮວ່ງ​ຕ່າງໆ 379 ລ້ານ​ກວ່າ​ກີບ, ເພີ່ມຂຶ້ນ 2,56% ຂະ­ນະ​ທີ່​ການ​ປະ­ຕິ­ບັດດ້ານ​ລາຍ​ຈ່າຍ​ໃຫ້​ບັນ­ລຸ 428 ລ້ານ​ກວ່າ ກີບ ທຽບ­ໃສ່​ປີ­ຜ່ານ­ມາ​ເພີ່ມ​ຂຶ້ນ 2,34%.
   ແນວ­ໃດ​ກໍ​ດີ ເພື່ອ​ເຮັດ​ໃຫ້​ແຜນ​ສູ້​ຊົນໃນ​ການ​ເກັບ​ລາຍ​ຮັບ​ບັນ­ລຸ​ຕາມ​ແຜນການ ແລະ ລື່ນ​ແຜນ­ການທຸກ​ພາກ­ສ່ວນນັບ​ແຕ່​ຂັ້ນ​ແຂວງ​ລົງ​ຮອດ​ທ້ອງ­ຖິ່ນ​ຈະຕ້ອງ​ໄດ້​ເປັນ​ເຈົ້າ​ການ​ຮ່ວມ​ມື​ກັນ​ໃນ ການ​ປະ­ຕິ­ບັດ​ລາຍ​ຮັບ-ລາຍ​ຈ່າຍ​ຕາມຂອບ​ເຂດ​ຄວາມ​ຮັບ​ຜິດ​ຂອງ​ຕົນ​ໃຫ້​ໄດ້ຕາມ​ຄາດ­ໝາຍເພີ່ມ​ທະ­ວີ​ຄວາມ​ເຂັ້ມງວດ​ໃນ​ການ​ຕິດ­ຕາມ​ຄຸ້ມ​ຄອງ​ການ​ລົງ­ທຶນ​ຂອງ​ລັດ​ໃຫ້​ຖືກ­ຕ້ອງ​ຕາມ​ລະ­ບຽບການ​ຈັດ​ຊື້, ຈັດ​ຈ້າງ​ເພື່ອ​ຫຼຸດ­ຜ່ອນ​ບໍ່​ໃຫ້​ໜີ້​ສິນ​ເພີ່ມ​ຂຶ້ນ.
   ຕັ້ງ­ໜ້າ​ແກ້​ໄຂ​ສິ່ງ​ຫຍໍ້­ທໍ້​ໃນ​ຂົງ­ເຂດການ​ເງິນ​ນັບ​ແຕ່​ຂັ້ນ​ແຂວງ​ລົງ​ຮອດ​ທ້ອງຖິ່ນ​ໃຫ້​ໄດ້​ຢ່າງ​ເດັດ­ຂາດ, ກວດ­ກາ​ດ້ານການ​ເງິນ​ງົບ­ປະ­ມານ, ປະ­ຕິ­ບັດ​ວິ­ໄນ​ຕໍ່ບຸກ­ຄົນ ແລະ ການ­ຈັດ­ຕັ້ງ​ທີ່​ລະ­ເມີດ​ຕໍ່ ລະ­ບຽບ​ກົດ­ໝາຍ​ທາງ​ການ​ເງິນ, ສູ້​ຊົນເຮັດ​ໃຫ້​ງົບ­ປະ­ມານ​ການ​ເງິນ​ຂອງແຂວງ​ມີ​ຄວາມ​ໝັ້ນ​ທ່ຽງ, ສາ­ມາດ​ເປັນເຈົ້າ​ຕົນ​ເອງ​ເທື່ອ​ລະ​ກ້າວ ແລະ ທັງ​ຮັບປະ­ກັນ​ການ​ເບີກ​ຈ່າຍ​ເງິນ­ເດືອນ ແລະ ເງິນ​ນະ­ໂຍ­ບາຍ​ຮ່ວງ​ຕ່າງໆ​ໃຫ້​ທັນ​ຕາມ​ກຳ­ນົດ​ເວ­ລາ. 
ແຫລ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ