9.12.14

ທົ່ວລະບົບທະນາຄານຢູ່ ແຂວງ ຫົວພັນ ລະດົມເງິນຝາກ ໄດ້ 5 ຮ້ອຍກວ່າຕື້

ທະນາຄານສົ່ງເສີມສາຂາເມືອງ ວຽງໄຊ
   ທະນາຄານຢູ່ແຂວງຫົວພັນໄດ້ເອົາໃຈໃສ່ປັບປຸງລະບົບການບໍລິການ ແລະ ນຳເອົາຍຸດທະສາດດ້ານການຕະຫຼາດ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງ ໃຈໃຫ້ແກ່ລູກຄ້າແນໃສ່ສະໜອງສິນເຊື່ອເພື່ອການພັດທະນາ ແລະ ສາມາດເຂົ້າເຖິງ ປະຊາຊົນໄດ້ເປັນຢ່າງດີ, ໃນສົກປີຜ່ານມາທົ່ວລະບົບທະນາຄານໃນແຂວງສາມາດ ລະດົມເງິນຝາກໄດ້ທັງໝົດ 5 ຮ້ອຍກວ່າຕື້ກີບ.
ພະແນກແຜນການ ແລະ ການລົງທຶນແຂວງຫົວ¬ພັນເຜີຍໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານຂອງບັນດາທະນາຄານຢູ່ແຂວງຄື: ທະນາຄານພັດທະນາລາວ, ສົ່ງເສີມກະສິກຳ, ການຄ້າຕ່າງປະເທດລາວ ມະຫາຊົນ ແລະ ທະນາຄານນະໂຍບາຍໃນໄລຍະໜຶ່ງສົກປີຜ່ານມາເຫັນວ່າ
ທົ່ວລະບົບໄດ້ສ້າງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈໃຫ້ແກ່ລູກຄ້າພ້ອມທັງໄດ້ປັບປຸງລະບົບການບໍລິການ ແລະ ນຳເອົາຍຸດທະສາດດ້ານການຕະຫຼາດໄປຈັດຕັ້ງປະຕິບັດໄດ້ເປັນຢ່າງດີ ຊຶ່ງສະແດງອອກໃນການລະດົມເງິນຝາກທັງໝົດ 564,79 ຕື້ກີບ ລື່ນຄາດ ໝາຍ 10,38% ພ້ອມສາມາດປ່ອຍສິນເຊື່ອໄດ້ 454,54 ຕື້ກີບຫຼຸດແຜນ 8,53%ທຽບໃສ່ແຜນການປີ.
ສະເພາະທະນາຄານສົ່ງເສີມກະສິກຳ ລະດົມເງິນຝາກໄດ້ 158,99 ຕື້ກີບລື່ນຄາດໝາຍ 21,33% ແລະ ປ່ອຍສິນເຊື່ອໄດ້ທັງໝົດ 127,19 ຕື້ກີບ ເກີນແຜນ 26,35% ຖ້າທຽບ¬ໃສ່ແຜນ¬ການປີ ໃນນີ້ ໄດ້ປ່ອຍເຂົ້າຂະແໜງອຸດສາຫະກຳຫັດຖະກຳຈຳນວນ 12,31 ຕື້ກີບ, ກະ ສິກຳ 14,96 ຕື້ກີບ, ການຄ້າການບໍລິການ 98,65 ຕື້ກີບ ແລະ ມີໜີ້ເກີນກຳນົດ 1,27 ຕື້ກີບ, ນອກນັ້ນ ຍັງໄດ້ປ່ອຍສິນເຊື່ອໄລ¬ຍະສັ້ນ, ໄລຍະກາງ ແລະ ໄລຍະຍາວຕະຫຼອດຮອດສິນເຊື່ອໄລຍະພິເສດນຳອີກ.
   ສ່ວນທະນາຄານນະໂຍບາຍແມ່ນ ສາ¬ມາດປ່ອຍສິນເຊື່ອໄດ້ທັງໝົດ 41,19 ຕື້ກີບ, ໃນນັ້ນ ໄດ້ປ່ອຍເຂົ້າຂະ¬ແໜງປູກຝັງ 600 ລ້ານກີບ, ລ້ຽງ¬ສັດ 14,05 ຕື້ ກີບ, ຫັດຖະ¬ກຳ 5,93 ຕື້ກີບ, ອຸດສາຫະກຳ 19,43 ຕື້ກີບ ແລະ ຂະແໜງການບໍລິການ 1,17 ຕື້ກີບ, ຢ່າງໃດກໍຕາມທະນາຄານການຄ້າຕ່າງປະເທດມະຫາຊົນລະດົມເງິນຝາກໄດ້ 150 ຕື້ກີບ, ຫຼຸດຄາດໝາຍ 6,25% ແລະ ປ່ອຍສິນເຊື່ອໄດ້ 120 ຕື້ກີບ ຫຼຸດຄາດໝາຍ 7,69% ທີ່ປ່ອຍໃສ່ຂະແໜງອຸດສະຫະກຳຫັດຖະກຳ 1 ຕື້ກີບ, ກະສິກຳ 8 ຕື້ກີບ, ກໍ່¬ສ້າງ 73 ຕື້ກີບ, ການຄ້າການບໍລິການ 36 ຕື້ກີບ ແລະ ຂະ¬ແໜງອື່ນໆ 2 ຕື້ກີບ.
   ຂະ¬ນະນີ້ ທະນາຄານພັດທະ¬ນາລາວລະດົມເງິນຝາກໄດ້ລື່ນແຜນ 8,96% ມີຈຳ¬ນວນທັງໝົດ 255,80 ຕື້ກີບ ແລະ ປ່ອຍສິນເຊື່ອໄດ້ 166,16 ຕື້ກີບຫຼຸດຄາດໝາຍປີ 9,93% ໃນນີ້ ປ່ອຍເຂົ້າຂະແໜງອຸດສາຫະກຳຫັດຖະກຳ, ກະສິກຳ, ກໍ່ສ້າງ, ການຄ້າ, ການບໍລິການ ແລະ ເຂົ້າຂະແໜງການອື່ນໆ.
ຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ