11.8.14

ແນກກວດກາ ແລະ ຄວບຄຸມ ຢາເສບຕິດ ແຂວງຫົວພັນ ຕີລາຄາວຽກງານ 1 ປີ

ພາບປະກອບ

ກອງປະຊຸມສະຫຼຸຸບ ຕີລາຄາຄືນສະພາບການຈັດ ຕັ້ງປະຕິບັດວຽກງານຮອບ ດ້ານໃນ 1 ປີຜ່ານມາຂອງພະ ແນກກວດກາ ແລະ ຄວບຄຸມ ຢາເສບຕິດ ແຂວງຫົວພັນປະ ຈຳສົກປີ 2013 - 2014 ແລະ ວາງທິດທາງ 2014 - 2015 ໄຂຂຶ້ນໃນລະຫວ່າງວັນທີ 6-7 ສິງຫານີ້ ທີ່ສະໂມສອນແຂວງ ຫົວພັນໂດຍໃຕ້ການເປັນປະ ທານຂອງທ່ານ ວັນໄຊ ແພງຊຸມ ມາ ຮອງເຈົ້າແຂວງ ປະທານ ກຄສ ຂັ້ນແຂວງ, ມີບັນດາຫ້ອງ ການ ກຄສ ຈາກ 10 ເມືອງ ທົ່ວແຂວງຫົວພັນເຂົ້າຮ່ວມ.
ກອງປະຊຸມທ່ານ ຄຳມົນ ຈັນທະວີສຸກ ຮອງປະທານ ກຄສ ຫົວໜ້າພະແນກ ກຄສ ແຂວງຫົວພັນໃຫ້ຮູ້ວ່າ: ເລີ່ມ ແຕ່ປີ 2005 ແຂວງຫົວພັນໄດ້ ປະກາດລົບລ້າງການປູກຝິ່ນ ຢ່າງເປັນທາງການ. ເຖິງແມ່ນ ວ່າແຂວງຫົວພັນໄດ້ປະກາດ ລົບລ້າງ ການປູກ ຝິ່ນແລ້ວກໍ ຕາມໃນຊຸມປີຜ່ານມາຍັງກວດ ພົບເຫັນການລັກລອບປູກຝິ່ນ ເກີດຂຶ້ນໃນເຂດຫ່າງໄກສອກ ຫຼີກ

ແຂວງ ຫົວພັນ ລະດົມທຶນຈາກພາກເອກະຊົນໄດ້ແລ້ວ 170 ກວ່າຕື້ກີບ

ຮູບມອບຮັບເສັນທາງເທດສະບານ
ເມືອງຊຳເໜືອ-ບ້ານໜອງຄ້າງ
ເປັນ​ອີກ​ໜຶ່ງ​ຜົນ­ສຳ­ເລັດ​ທີ່ແຂວງ​ຫົວ­ພັນ​ສາ­ມາດ​ປະ­ຕິບັດ​ໄດ້​ໃນ​ໄລ­ຍະ 3 ໄຕ​ມາດ​ຂອງ​ປີ​ນີ້ ຊຶ່ງເຫັນ​ໄດ້​ຈາກ​ການ​ເອົາ­ໃຈ­ໃສ່​ຂອງ​ທຸກພາກ­ສ່ວນ​ໃນ​ການ​ດຶງ​ດູດ​ນັກ​ລົງ­ທຶນ​ພາຍໃນ ແລະ ຕ່າງ­ປະ­ເທດ​ໃຫ້​ເຂົ້າ​ມາ​ລົງ­ທຶນແລ້ວ 170 ກວ່າ​ຕື້​ກີບ, ໃນ​ນີ້​ທຶນ​ທີ່​ຍາດມາ​ໄດ້​ສ່ວນ​ຫຼາຍ​ສຸມ​ໃສ່​ຂະ­ແໜງ​ອຸດ​ສາຫະ​ກຳŒຫັດຖະ­ກຳ​ຜະ­ລິດ​ເປັນ​ສິນ­ຄ້າ​ເພື່ອຮັບ​ໃຊ້​ພາຍ​ໃນ ແລະ ສົ່ງ​ອອກ​ຕ່າງ​ປະເທດ.
   ອີງ​ຕາມ​ຂໍ້​ມູນ​ຂອງ​ພະ​ແນກ​ແຜນ­ການ ແລະ ການ​ລົງ­ທຶນ​ແຂວງ​ຫົວ­ພັນລາຍງານ​ໃຫ້​ຮູ້​ວ່າ: ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດໃນ​ໄລ­ຍະ 3 ໄຕ​ມາດ​ມາ​ນີ້​ເຫັນ​ວ່າ​ໃນ​ນາມ ແຂວງ ກໍ​ຄື​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ໄດ້​ສຸມທຸກ​ຄວາມ​ພະ­ຍາ­ຍາມ ເພື່ອ​ທີ່​ຈະ​ເຮັດ​ໃຫ້ການ​ປະ­ຕິ­ບັດ​ແຜນ­ການ​ຊຸກ­ຍູ້​ສົ່ງ­ເສີມການ​ລົງ­ທຶນ​ຂອງ​ພາກ​ເອ­ກະ​ຊົນ​ພາຍ​ໃນ