11.8.14

ແນກກວດກາ ແລະ ຄວບຄຸມ ຢາເສບຕິດ ແຂວງຫົວພັນ ຕີລາຄາວຽກງານ 1 ປີ

ພາບປະກອບ

ກອງປະຊຸມສະຫຼຸຸບ ຕີລາຄາຄືນສະພາບການຈັດ ຕັ້ງປະຕິບັດວຽກງານຮອບ ດ້ານໃນ 1 ປີຜ່ານມາຂອງພະ ແນກກວດກາ ແລະ ຄວບຄຸມ ຢາເສບຕິດ ແຂວງຫົວພັນປະ ຈຳສົກປີ 2013 - 2014 ແລະ ວາງທິດທາງ 2014 - 2015 ໄຂຂຶ້ນໃນລະຫວ່າງວັນທີ 6-7 ສິງຫານີ້ ທີ່ສະໂມສອນແຂວງ ຫົວພັນໂດຍໃຕ້ການເປັນປະ ທານຂອງທ່ານ ວັນໄຊ ແພງຊຸມ ມາ ຮອງເຈົ້າແຂວງ ປະທານ ກຄສ ຂັ້ນແຂວງ, ມີບັນດາຫ້ອງ ການ ກຄສ ຈາກ 10 ເມືອງ ທົ່ວແຂວງຫົວພັນເຂົ້າຮ່ວມ.
ກອງປະຊຸມທ່ານ ຄຳມົນ ຈັນທະວີສຸກ ຮອງປະທານ ກຄສ ຫົວໜ້າພະແນກ ກຄສ ແຂວງຫົວພັນໃຫ້ຮູ້ວ່າ: ເລີ່ມ ແຕ່ປີ 2005 ແຂວງຫົວພັນໄດ້ ປະກາດລົບລ້າງການປູກຝິ່ນ ຢ່າງເປັນທາງການ. ເຖິງແມ່ນ ວ່າແຂວງຫົວພັນໄດ້ປະກາດ ລົບລ້າງ ການປູກ ຝິ່ນແລ້ວກໍ ຕາມໃນຊຸມປີຜ່ານມາຍັງກວດ ພົບເຫັນການລັກລອບປູກຝິ່ນ ເກີດຂຶ້ນໃນເຂດຫ່າງໄກສອກ ຫຼີກ ມີເນື້ອທີ່ທັງໝົດ 262,46 ເຮັກຕາ ເພີ່ມຂຶ້ນ 46,78 ເຮັກ ຕາ ເທົ່າກັບ 21,5% ໃນນີ້ທຳ ລາຍໄດ້ 113,71 ເຮັກຕາ ຍັງ ເຫຼືອ 148,75 ເຮັກຕາ ແລະ ຊຳໃຕ້ຍັງກວມອັດຕາສູງກວ່າ ໝູ່, ມ້າງທຳລາຍຄະດີຄ້າ - ຂາຍ ແລະ ຂົນສົ່ງຢາເສບຕິດ ໄດ້ 52 ເລື່ອງ, ຈັບຜູ້ຕ້ອງຫາ ໄດ້ 69 ຄົນ, ຍິງ 2 ຄົນ, ຢຶດ ຂອງກາງເຮໂລອິນໄດ້ 48 ແທ່ງ 82 ທໍ່ນ້ຳຫວານນ້ອຍ ແລະ 17 ຫໍ່ ມີນ້ຳໜັກ 17,16 ກິໂລ, ຢາ ບ້າ 17.910 ເມັດ ໜັກ 1.791 ກຼາມ, ເງິນດົງຫວຽດນາມ 167.448.000 ດົງ, ເງິນບາດ ໄທ 21.000 ບາດ ແລະ ເງິນ ໂດລາ 1.453 ໂດລາ, ຢຶດລູກ ປືນອາກາໄດ້ 11 ລູກ, ປືນ ແກັບ 11 ກະບອກ, ໂທລະສັບ ມືຖື 31 ໜ່ວຍ, ລົດຈັກ 17 ຄັນ, ອາວຸດ ເສິກປືນເຊກາເຊ 1 ກະບອກ, ລູກປືນເຊກາເຊ 20 ລູກ, ດ່ຽງຊັ່ງຝິ່ນ 8 ຊຸດ, ອຸປະ ກອນເສບຢາ 12 ຊຸດ, ຕັດສີນ ຄະດີຢາ ເສບຕິດ ໄດ້ 27 ຄະດີ ມີຜູ້ຕ້ອງຫາ 36 ຄົນ, ໄດ້ນຳ ເອົາຂອງກາງທີ່ຢຶດໄດ້ ແລະ ຕັດສີນໄປແລ້ວມາຈູດທຳລາຍ ຖິ້ມໃນວັນຕ້ານຢາເສບຕິດ ສາກົນ ຊຶ່ງມີເຮໂລອິນ 31 ແທ່ງ ກັບ 1 ທໍ່ນ້ອຍ ແລະ 20 ແປັບ ລວມນ້ຳໜັກ 11,674 ກິໂລ ກຼາມ, ຢາບ້າ 17.472 ເມັດ ລວມນ້ຳໜັກ 10,938 ກິໂລ ກຼາມ, ຝຸ່ນຂາວ 10 ຫໍ່ມີນ້ຳ ໜັກ 10,9 ກິໂລກຼາມແລະ ຢາ ຝິ່ນ 15,752 ກິໂລກຼາມ. ປະຈຸ ບັນທົ່ວແຂວງຍັງມີຜູ້ຕິດຢາ ເສບຕິດປະເພດຕ່າງໆ 4.812 ຄົນ, ຍິງ 669 ຄົນ, ໃນນີ້ຕິດ ຝິ່ນ 3.354 ຄົນ, ຍິງ 574 ຄົນ, ຢາບ້າ 1.004 ຄົນ, ຍິງ 32 ຄົນ ແລະ ເຮໂລອິນ 454 ຄົນ, ຍິງ 63 ຄົນ. ຜ່ານມາພາກສ່ວນ ກ່ຽວຂ້ອງຍັງໄດ້ຈັດການບຳບັດ ປິ່ນປົວຜູ້ຕິດຝິ່ນ ແລະ ຢາເສບ ຕິດດ້ວຍຮູບການເຂົ້າບຳບັດຢູ່ ສູນ ແລະ ຢູ່ຄອບຄົວ ຫຼື ຊຸມ ຊົນ ຊຶ່ງມີຜູ້ເຂົ້າຮັບການບຳບັດ ຢູ່ສູນ 140 ຄົນ, ຍິງ 11 ຄົນ, ໂຕນ 33 ຄົນ, ປິ່ນປົວດີ ແລະ ສົ່ງຄືນຄອບຄົວ 72 ຄົນ, ຍິງ 10 ຄົນ ມີໜ້າປະຈຸບັນ 35 ຄົນ, ຍິງ 1 ຄົນ ເມື່ອທຽບໃສ່ແຜນ ການລື່ນຄາດໝາຍ 80 ຄົນ. ຜ່ານການບຳບັດໃນ 1 ປີຜ່ານ ມາສາມາດບຳບັດຜູ້ຕິດຝິ່ນໄດ້ ທັງໝົດ 127 ຄົນ ເທົ່າກັບ 15,87% ຂອງແຜນການປີໄດ້ ຕິດຕາມຜູ້ທີ່ໄດ້ຮັບການບຳບັດ ເຫັນວ່າກັບມາກິນຄືນ 71 ຄົນ. ຄຽງຄູ່ກັບການບຳບັດຕົວຈິງ ທາງພະແນກ ກຄສ ແຂວງໄດ້ ນຳເອົານິຕິກຳກ່ຽວກັບຢາເສບ ຕິດ, ກົດໝາຍ ແລະ ຂໍ້ເກືອດ ຫ້າມຕ່າງໆລົງເຜີຍແຜ່ຢູ່ 6 ບ້ານເປົ້າໝາຍຂອງເມືອງສາມ ສ້າງ ແລະ 3 ໂຮງຮຽນ 80 ຄັ້ງມີຜູ້ເຂົ້າຮ່ວມ 5.000 ຄົນ, ຍິງ 3.000 ຄົນ, ກວດຊອກ ຫາສານເສບຕິດໃນກຸ່ມສ່ຽງ ຕ່າງໆໄດ້ 1.310 ເທື່ອຄົນໃນ ນັ້ນພົບເຊື້ອຢາເສບຕິດ 53 ຄົນ, ສ້າງບ້ານປອດຢາເສບ ຕິດໄດ້ 47 ບ້ານ ທຽບໃສ່ແຜນ ການປີປະຕິບັດ ໄດ້ 34,8% ໃນນີ້ເດັ່ນກວ່າໝູ່ແມ່ນເມືອງ ຊຳເໜືອ ສາມາດປະກາດໄດ້ ແລ້ວ 100% ໃນຂະນະທີ່ປະຈຸບັນທົ່ວແຂວງມີບ້ານປອດຢາເສບຕິດ 256 ບ້ານ ແລະ ໂຮງຮຽນປອດຢາ ເສບຕິດ 45 ໂຮງຮຽນ.
ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ