11.8.14

ແຂວງ ຫົວພັນ ລະດົມທຶນຈາກພາກເອກະຊົນໄດ້ແລ້ວ 170 ກວ່າຕື້ກີບ

ຮູບມອບຮັບເສັນທາງເທດສະບານ
ເມືອງຊຳເໜືອ-ບ້ານໜອງຄ້າງ
ເປັນ​ອີກ​ໜຶ່ງ​ຜົນ­ສຳ­ເລັດ​ທີ່ແຂວງ​ຫົວ­ພັນ​ສາ­ມາດ​ປະ­ຕິບັດ​ໄດ້​ໃນ​ໄລ­ຍະ 3 ໄຕ​ມາດ​ຂອງ​ປີ​ນີ້ ຊຶ່ງເຫັນ​ໄດ້​ຈາກ​ການ​ເອົາ­ໃຈ­ໃສ່​ຂອງ​ທຸກພາກ­ສ່ວນ​ໃນ​ການ​ດຶງ​ດູດ​ນັກ​ລົງ­ທຶນ​ພາຍໃນ ແລະ ຕ່າງ­ປະ­ເທດ​ໃຫ້​ເຂົ້າ​ມາ​ລົງ­ທຶນແລ້ວ 170 ກວ່າ​ຕື້​ກີບ, ໃນ​ນີ້​ທຶນ​ທີ່​ຍາດມາ​ໄດ້​ສ່ວນ​ຫຼາຍ​ສຸມ​ໃສ່​ຂະ­ແໜງ​ອຸດ​ສາຫະ​ກຳŒຫັດຖະ­ກຳ​ຜະ­ລິດ​ເປັນ​ສິນ­ຄ້າ​ເພື່ອຮັບ​ໃຊ້​ພາຍ​ໃນ ແລະ ສົ່ງ​ອອກ​ຕ່າງ​ປະເທດ.
   ອີງ​ຕາມ​ຂໍ້​ມູນ​ຂອງ​ພະ​ແນກ​ແຜນ­ການ ແລະ ການ​ລົງ­ທຶນ​ແຂວງ​ຫົວ­ພັນລາຍງານ​ໃຫ້​ຮູ້​ວ່າ: ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດໃນ​ໄລ­ຍະ 3 ໄຕ​ມາດ​ມາ​ນີ້​ເຫັນ​ວ່າ​ໃນ​ນາມ ແຂວງ ກໍ​ຄື​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ໄດ້​ສຸມທຸກ​ຄວາມ​ພະ­ຍາ­ຍາມ ເພື່ອ​ທີ່​ຈະ​ເຮັດ​ໃຫ້ການ​ປະ­ຕິ­ບັດ​ແຜນ­ການ​ຊຸກ­ຍູ້​ສົ່ງ­ເສີມການ​ລົງ­ທຶນ​ຂອງ​ພາກ​ເອ­ກະ​ຊົນ​ພາຍ​ໃນ
ແລະ ຕ່າງ­ປະ­ເທດເປັນ​ໄປ​ຕາມ​ທິດ​ສົ່ງເສີມ​ການ​ລົງ­ທຶນ ໂດຍ​ສະ­ເພາະ​ແມ່ນ​ການອຳ­ນວຍ​ຄວາມ​ສະ­ດວກ​ດ້ານ​ຕ່າງໆ​ເຊັ່ນ: ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ກັບ​ຜູ້​ສົນ­ໃຈ​ເຂົ້າມາ​ລົງ­ທຶນ​ບໍ່​ວ່າ​ຈະ​ເປັນ​ໂອ­ກາດ​ໃນ​ການລົງ­ທຶນ ແລະ ບັນ­ດາ​ນິ­ຕິ​ກຳ​ທີ່​ກ່ຽວ­ຂ້ອງກັບ​ການ​ລົງ­ທຶນ​ບວກ​ກັບ​ທ່າ­ແຮງ​ບົ່ມຊ້ອນ​ພາຍ​ໃນ​ແຂວງ ຊຶ່ງ​ທັງ​ໝົດ​ນີ້ ຈິ່ງ​ເຮັດໃຫ້​ແຂວງ​ສາ­ມາດ​ລະ­ດົມ​ທຶນ​ໄດ້ 6 ໂຄງການ ລວມ​ເປັນ​ມູນ​ຄ່າ 21,92 ລ້ານ​ໂດລາ ຫຼື ປະ­ມານ 175,36 ຕື້​ກີບ ແລະ ເປັນ​ທຶນ​ຈົດ​ທະ­ບຽນ​ທັງ​ໝົດ​ແມ່ນ 10,49 ລ້ານ​ໂດ​ລາ ຫຼື ປະ­ມານ 83,92 ຕື້​ກີບ.
   ໂຄງ­ການ​ລົງ­ທຶນ​ທັງ​ໝົດ​ນັ້ນ​ແມ່ນ​ຂັ້ນສູນ​ກາງ​ອະ­ນຸ­ຍາດ 2 ໂຄງ­ການ ເປັນ​ຮູບແບບ​ຂອງ​ການ​ຮ່ວມ​ທຶນ​ຄິດ​ເປັນ​ມູນ​ຄ່າ 17,06 ລ້ານ​ໂດ​ລາ ແລະ ອີກ 4 ໂຄງການ​ແມ່ນ​ຂັ້ນ​ແຂວງ​ເປັນ​ຜູ້​ອະ­ນຸ­ມັດ ລວມ​ມູນ​ຄ່າ 6,50 ລ້ານ​ໂດ​ລາ, ໃນ​ນັ້ນ ລົງ­ທຶນ​ໃສ່​ຂະ­ແໜງ​ອຸດ­ສາ­ຫະ­ກຳ-ຫັດຖະ​ກຳ 3 ໂຄງ­ການ, ຂະ­  ແໜງ​ບໍ່​ແຮ່ 2 ໂຄງ­ການ ແລະ ຂະ­ແໜງ​ກະ­ສິ­ກຳ 1 ໂຄງການ, ພ້ອມ​ກັນ​ນັ້ນ ກໍ​ຍັງ​ມີ​ບໍ­ລິ­ສັດມາ​ເຊັນບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ ເພື່ອ​ສຶກ​ສາ ແລະ ສຳ​ຫຼວດ​ຄວາມ​ເປັນ ໄປ​ໄດ້​ໃນ​ການ​ກໍ່­ສ້າງເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ​ຂະ­ໜາດ​ນ້ອຍ​ນ້ຳ ຢອງ 1 ໂຄງ­ການ.
   ຄຽງ​ຄູ່​ກັບ​ຜົນ­ສຳ­ເລັດ​ທີ່​ແຂວງ​ຍາດມາ​ໄດ້​ໃນ​ໄລ­ຍະ​ຜ່ານ​ມາ ແລະ ເພື່ອ​ເຮັດໃຫ້­ການ​ປະ­ຕິ­ບັດ​ໃນ​ໄຕ​ມາດ​ທີ 4 ນັ້ນ​ກໍ​ຄື 3 ເດືອນ​ທ້າຍ​ສົກ​ປີ​ນີ້ ບັນ­ລຸ​ຕາມ​ຄາດໝາຍ​ລວມ​ພະ​ແນກ​ແຜນ­ການ ແລະ ການ ລົງ­ທຶນ​ແຂວງ​ຫົວ­ພັນ​ລະ­ບຸ​ວ່າ: ຕ້ອງ​ເອົາໃຈ​ໃສ່​ຊຸກ­ຍູ້​ສົ່ງ­ເສີມ​ການ​ລົງ­ທຶນ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ຢ່າງ​ຫ້າວ­ຫັນ ໂດຍຜ່ານ​ເຜີຍ­ແຜ່​ກົດ­ໝາຍ​ສົ່ງ­ເສີມ​ການ​ລົງທຶນ​ສະ­ບັບ​ປັບ­ປຸງ​ໃໝ່​ໃຫ້​ບັນ­ດາ​ເມືອງ ແລະ ຫົວ­ໜ່ວຍ​ທຸ­ລະ​ກິດ​ໄດ້​ຮັບ​ຮູ້, ເຂົ້າໃຈ​ກ່ຽວ​ກັບ​ແນວທາງ​ໃນ​ການ​ດຶງ​ດູດ​ນັກລົງ­ທຶນ​ໃຫ້​ເຂົ້າ​ມາ​ລົງ­ທຶນ​ຫຼາຍ​ຂຶ້ນ​ໃນ​ໄລຍະ 3 ເດືອນ​ຂອງ​ທ້າຍ​ສົກ​ປີຈະ​ລະ­ດົມທຶນ​ໃຫ້​ໄດ້​ຕື່ມ​ອີກ 2 ໂຄງ­ການ ລວມ​ເປັນ ມູນ​ຄ່າ 3 ລ້ານ​ໂດ​ລາ​ສະ­ຫະ­ລັດ.
   ຢາກ​ເຮັດ​ໄດ້​ຄື​ດັ່ງ​ທີ່​ກ່າວ​ມາ​ນັ້ນແຂວງ​ຫົວ­ພັນ ຍັງ​ຕ້ອງ​ຕັ້ງ­ໜ້າ​ຈັດ​ຕັ້ງ​ປະຕິ​ບັດ​ການ​ບໍ­ລິ­ການ​ຜ່ານ​ປະ­ຕູ​ດຽວ​ໃຫ້​ມີປະ​ສິດ­ທິ​ຜົນ​ແນ­ໃສ່​ເຮັດ​ໃຫ້­ການ​ອະ­ນຸ­ມັດການ​ລົງ­ທຶນ​ມີ​ຄວາມ​ກະ­ທັດ​ຮັດ, ວ່ອງ­ໄວ ແລະ ໂປ່ງ​ໃສ​ຍິ່ງ​ຂຶ້ນ, ນອກ­ຈາກ​ນັ້ນກໍ​ຍັງ​ຮຽກ­ຮ້ອງ​ໃຫ້​ທຸກ​ພະ­ແນກ­ການ, ຫ້ອງ­ການ​ທຽບ​ເທົ່າ​ອ້ອມ​ຂ້າງ​ແຂວງ ແລະ ບັນ­ດາ​ເມືອງ​ຕ້ອງ​ເພີ່ມ​ທະ­ວີ​ຄວາມ​ຮັບ­ຜິດ­ຊອບ​ຮ່ວມ​ກັນ​ວຽກ​ງານ​ໃນ​ແຜນການ​ຈິ່ງ​ຈະ​ບັນ­ລຸ​ຜົນ­ສຳ­ເລັດ.
ແຫລ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ