6.7.15

ຫົວ­ພັນ ມີ​ມູນ​ຄ່າ​ການ​ນຳ​ເຂົ້າ ແລະ ​ສົ່ງ​ອອກສິນ­ຄ້າ 200 ຕື້​ກວ່າ​ກີບ

 ໃນ​ໄລ­ຍະ 9 ເດືອນ ແຂວງ​ຫົວ­ພັນໄດ້​ມີ​ມູນ​ຄ່າການ​ນຳ​ເຂົ້າ ແລະ​ສົ່ງ​ອອກລວມ​ທັງ​ໝົດ 29 ລ້ານກວ່າ​ໂດ​ລາ ຫຼື ປະ­ມານ 237,92 ຕື້​ກວ່າ​ກີບ ໃນ​ນີ້ ມີ​ມູນ​ຄ່າ​ຂອງ​ການ​ນຳ​ເຂົ້າ 88 ຕື້​ກີບ ແລະ​ສົ່ງ​ອອກ 149,92 ຕື້​ກວ່າ​ກີບ.
   ອີງ​ຕາມ​ຂໍ້​ມູນ​ຈາກ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ແຂວງ​ຫົວ­ພັນໃຫ້​ຮູ້​ວ່າ: ວຽກ​ງານ​ການ​ນຳເຂົ້າ ແລະ​ສົ່ງ​ອອກ​ສິນ­ຄ້າ​ຂອງ​ແຂວງ​ຫົວ­ພັນໃນ 9 ເດືອນ​ຂອງ​ສົກ​ປີ 2014-2015 ສາ­ມາດ​ປະ­ຕິ­ບັດ​ໄດ້ທັງ​ໝົດ 29,74 ລ້ານ​ໂດ​ລາ ຫຼື ປະ­ມານ 237,92 ຕື້​ກວ່າ​ກີບ ທຽບ­ໃສ່​ແຜນ­ການ​ປະ­ຕິ­ບັດ​ໄດ້ 104% ແລະ​ທຽບ­ໃສ່​ແຜນ­ການ​ປີ​ປະ­ຕິ­ບັດ​ໄດ້ 78% ສຳ­ລັບການ​ສົ່ງ​ອອກ​ມີ​ມູນ​ຄ່າ​ປະ­ມານ 18,74 ລ້ານ​ໂດ​ລາ ຫຼື ປະ­ມານ 149,92 ຕື້​ກວ່າ​ກີບ ທຽບ­ໃສ່​ແຜນ­ການປະ­ຕິ­ບັດ​ໄດ້ 99% ທຽບ­ໃສ່​ແຜນ­ການ​ປີ​ປະ­ຕິ­ບັດ​ໄດ້ 74% ໝວດ​ສິນ­ຄ້າ​ສົ່ງ​ອອກ​ຕົ້ນ­ຕໍ​ແມ່ນ:
ໄມ້ ແລະ​ຜະລິດ​ຕະ​ພັນ​ໄມ້, ແຮ່​ທາດ (ແຮ່​ເຫຼັກ, ຖ່ານ​ຫີນ ແລະ ແຮ່​ມັງ­ກອນ), ຜົນ​ຜະ­ລິດ ແລະ​ເຄື່ອງ​ປ່າ​ຂອງ​ດົງ ສ່ວນ­ວ່າ​ການ​ນຳ​ເຂົ້າ ມີ​ມູນ​ຄ່າ​ປະ­ມານ 11 ລ້ານ​ໂດ​ລາ ຫຼື ປະ­ມານ 88 ຕື້​ກີບ ທຽບ­ໃສ່​ແຜນ­ການ​ປະ­ຕິ­ບັດ​ໄດ້ 114% ທຽບ­ໃສ່​ແຜນ­ການ​ປີ​ໄດ້ 85% ໃນ​ນັ້ນ ໝວດສິນ­ຄ້າ​ນຳ​ເຂົ້າ​ຕົ້ນ­ຕໍ​ແມ່ນ: ນ້ຳ­ມັນ​ເຊື້ອ​ໄຟ, ວັດ​ສະ​ດຸກໍ່­ສ້າງ, ເຄື່ອງ­ຮັບ​ໃຊ້​ການ​ຜະ­ລິດ, ໝວດ​ສະ­ບຽງ​ອາຫານ, ເຄື່ອງ­ໃຊ້​ສອຍ​ປະ­ຈຳ​ວັນ, ເຄື່ອງ​ໄຟ­ຟ້າ ແລະ ອຸ­ປະ­ກອນ​ຕ່າງໆ.
   ຂໍ້​ມູນ​ແຂວງ​ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ສຳ­ລັບ​ວຽກ​ງານທະ​ບຽບ ແລະ​ຄຸ້ມ​ຄອງ​ວິ​ສາ​ຫະ​ກິດ​ໃນ​ໄລ­ຍະ​ດຽວ​ກັນແມ່ນ​ໄດ້​ເອົາ­ໃຈ­ໃສ່​ປັບ­ປຸງ​ການ​ຂຶ້ນ​ທະ­ບຽນ​ວິ​ສາ​ຫະກິດ​ໃຫ້​ວ່ອງ­ໄວ​ດີ​ຂຶ້ນ ໂດຍ​ນຳ​ໃຊ​ລະ­ບົບ​ໂປ​ແກຣມ​ໃນການ​ຄຸ້ມ​ຄອງ​ທະ­ບຽນນັບ​ແຕ່​ຂັ້ນ​ພະ​ແນກ​ລົງ​ຮອດຂັ້ນ​ເມືອງ, ແກ້​ໄຂ​ການ​ຄຸ້ມ​ຄອງ​ທຸ­ລະ​ກິດ​ຄົນ​ຕ່າງ­ປະ­ເທດ​ທີ່​ມາ​ຄ້າ-ຂາຍ​ບໍ່​ຖືກ­ຕ້ອງ​ຕາມ​ລະ­ບຽບ​ກົດ­ໝາຍ​ຢູ່​ທົ່ວ​ແຂວງ​ໃຫ້​ສຳ­ເລັດ, ລົງ​ຊີ້​ນຳ ແລະ​ໃຫ້​ບົດ­ຮຽນ​ໃນ​ການ​ຄຸ້ມ​ຄອງ​ຫົວ­ໜ່ວຍ​ທຸ­ລະ​ກິດ​ຢູ່​ຫ້ອງ­ການ​ອຸດສາ​ຫະ​ກຳ ແລະ​ການ​ຄ້າເມືອງ​ຊຳ​ເໝືອໄດ້​ອອກ​ບົດ ແນະ­ນຳ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ກ່ຽວ​ກັບ​ວຽກ​ງານ ແລະ ຄຸ້ມ​ຄອງ​ວິ​ສາ​ຫະ​ກິດ​ລະ­ຫວ່າງ​ເມືອງ​ກັບ​ພະ​ແນກ ແລະ 9 ເດືອນ ແຂວງ​ສາ­ມາດ​ອອກ​ທະ­ບຽນ​ວິ​ສາ​ຫະກິດ​ໄດ້​ທັງ​ໝົດ 100 ຫົວ­ໜ່ວຍທຶນ​ຈົດ​ທະ­ບຽນ 44,42 ຕື້​ກີບ ໃນ​ນັ້ນ ອອກ​ທະ­ບຽນ​ໃໝ່​ໄດ້ 83 ຫົວ­ໜ່ວຍ ແລະ ດັດ­ແກ້​ທະ​ບຽບ​ເກົາ​ໄດ້ 17 ຫົວ­ໜ່ວຍ.

ແຫລ່ງຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ