22.6.15

ແຂວງຫົວພັນ ມີຄອບຄົວທີໄດ້ຊົມໃຊ້ໄຟຟ້າກວມເກືອບ 70%

   ຕາມ​ການ​ໃຫ້​ຮູ້​ຂອງ​ທ່ານ ບຸນ​ຮຽງ ດວງ​ບຸດ​ທອງ ຫົວ­ໜ້າ​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ​ສາ­ຂາ​ແຂວງ​ຫົວ­ພັນເມື່ອ​ບໍ່​ດົນນີ້​ວ່າ: ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ແຂວງ​ຫົວພັນ ນອກ­ຈາກ​ຈະ​ເຮັດ​ພາ­ລະ​ບົດ­ບາດ​ໃນການ​ບໍ­ລິ­ຫານ, ຄຸ້ມ​ຄອງ, ຈຳ­ໜ່າຍ, ບໍ​ລິການ, ບຳ­ລຸງ​ຮັກ­ສາ​ສ້ອມ­ແປງ, ເກັບ​ກູ້​ໜີ້ສິນ​ກະ­ແສ​ໄຟ­ຟ້າ, ຄຸ້ມ​ຄອງ​ພະ­ລັງ­ງານ​ໄຟຟ້າ​ຕົກເຮ່ຍ​ໃຫ້​ໄດ້​ໜ້ອຍ​ທີ່​ສຸດ, ໝາຍຄວາມ​ວ່າ​ດຳ­ເນີນ​ທຸ­ລະ​ກິດ​ໃຫ້​ມີ​ປະ­ສິດທິ​ຜົນ​ແລ້ວ​ຍັງ​ເຮັດ​ໜ້າ­ທີ່​ຮັບ​ໃຊ້​ແຜນ​ພັດທະ​ນາ​ເສດ­ຖະ­ກິດŒສັງ­ຄົມ​ຂອງ​ອົງ­ຄະນະ​ພັກ​ແຂວງ, ອົງ­ຄະ​ນະ​ພັກ​ເມືອງ, ກຸ່ມບ້ານ, ບ້ານ ແລະ ​ທຸກ​ຄອບ­ຄົວ​ໃຫ້​ໄດ້​ມີ​ໄຟຟ້າ​ໃຊ້​ຢ່າງ​ພ້ອມ­ພຽງ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂ​ຄວາມ­ທຸກ​ຍາກ​ຂອງ​ປະຊາ​ຊົນ​ບັນ­ດາເຜົ່າ​ໃນ​ທົ່ວ​ແຂວງ​ຫົວ­ພັນ, ກໍ​ຄື​ການ​ຍົກ​ລະ­ດັບ​ຄຸນ​ນະ​ພາບ​ຊີ­ວິດ​ການເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ໃຫ້​ດີ​ຂຶ້ນ​ເທື່ອ​ລະກ້າວ.
   ຄວາມ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ໜ້າ­ທີ່ໆ​ໄດ້ຮັບ​ມອບ​ໝາຍ​ດ້ວຍ​ຄວາມ​ຮັບ­ຜິດ­ຊອບຈິ່ງ​ເຮັດ​ໃຫ້​ປະ­ຊາ­ຊົນ​ໃນ 10 ເມືອງ, ມີ 4-21 ບ້ານ ກວມ​ເອົາ 58,8% ຂອງ​ຈຳນວນ​ບ້ານ​ໃນ​ທົ່ວ​ແຂວງ, ມີ 31,419 ຄອບ­ຄົວ​ໄດ້​ຊົມ­ໃຊ້​ໄຟ­ຟ້າ​ກວມ​ເອົາ 67,15% ຂອງ​ຈຳ­ນວນ​ຄົວ​ເຮືອນ​ໃນທົ່ວ​ແຂວງ ເມື່ອ​ທຽບ­ໃສ່ 5 ປີ­ຜ່ານ­ມາ​ອັດຕາ​ການ​ຊົມ­ໃຊ້​ເພີ່ມ​ຂຶ້ນ 29,15%.

   ຊຶ່ງ​ທ່ານ​ກ່າວ​ວ່າ: ອັດ­ຕາ​ການ​ຊົມ­ໃຊ້ ໄຟ­ຟ້າ​ຂອງ​ປະ­ຊາ­ຊົນ​ມີ​ລັກ­ສະ­ນະ​ເພີ່ມຂຶ້ນ​ໃນ​ທົ່ວ​ແຂວງ​ກໍ່​ຍ້ອນ​ພັກŒລັດກໍ​ຄື​ກະຊວງ​ພະ­ລັງ­ງານ​ບໍ່​ແຮ່​ທີ​ໄດ້​ມີ​ຄວາມ​ພະຍາ​ຍາມ​ສຸມ​ທຶນ­ຮອນ​ເຂົ້າ​ໃນ​ການ​ຂະຫຍາຍ​ຕາ​ຂ່າຍ​ໄຟ­ຟ້າ​ນັບ​ທັງ​ສາຍ​ສົ່ງ ແລະ​ ສະ­ຖາ­ນີ​ໄຟ­ຟ້າ​ຢ່າງ​ຕໍ່​ເນື່ອງຊຶ່ງ​ນຳເຂົ້າ​ຈາກ 2 ແຫຼ່ງ​ຄື: ຈາກ ສສ ຫວຽດນາມ ດ້ວຍ​ລະ­ບົບ 35 ກິ​ໂລ​ວັດມົກ​ເຈົາŒຊຳ​ເໜືອ, ປະ­ຈຸ​ບັນ​ແຫຼ່ງ​ດັ່ງ­ກ່າວ​ແມ່ນ​ຮັບໃຊ້​ເຂດ 3 ເມືອງ​ຄື: ເມືອງ​ແອດ, ຊຽງ​ຄໍ້ ແລະ​ ສົບ​ເບົາ; ແຫຼ່ງ​ທີ​ສອງ​ແມ່ນ​ຜ່ານ​ລະບົບ​ສາຍ​ສົ່ງ​ສະ­ຖາ­ນີ​ໄຟ­ຟ້າ 115 ກິ​ໂລ ໂວນຈາກ​ໂພນ​ສະ­ຫວັນຫາ​ຊຳ​ເໜືອ (ຈາກ​ເຂື່ອນ​ໄຟ­ຟ້າ​ນ້ຳ​ເລິກ) ແຫຼ່ງ​ນີ້ແມ່ນ​ສະ­ໜອງ​ໄຟ­ຟ້າ​ຮັບ​ໃຊ້​ເຂດ​ເມືອງຊຳ​ເໜືອ, ວຽງ​ໄຊ, ຊຳ​ໃຕ້, ເມືອງ​ກວັນ, ຫົວ​ເມືອງ, ເມືອງ​ຮ້ຽມ ແລະ​ ເມືອງ​ຊ່ອນແຕ່​ການ​ສະ­ໜອງ​ໄຟ­ຟ້າ​ໃນ​ສອງ​ແຫຼ່ງ​ນີ້ໃນ​ໄລ­ຍະ​ຜ່ານ​ມາຖ້າ​ທຽບ­ໃສ່​ຄວາມຮຽກ­ຮ້ອງ​ຕ້ອງ­ການ​ໃນ​ການ​ບໍ­ລິ­ການຊົມ­ໃຊ້​ຂອງ​ປະ­ຊາ­ຊົນ​ໃນ​ສັງ­ຄົມ​ຍັງ​ມີ​ຂໍ້ຈຳ­ກັດ​ຫຼາຍ, ເນື່ອງ​ຈາກ​ລະ­ບົບ​ສາຍ​ສົ່ງ ໄຟ­ຟ້າ 115 ກິ​ໂລ​ໂວນຍາວ​ໄກ, ມັກ​ເກີດໄຟ​ຕົກ​ມອດ ໂດຍ​ສະ­ເພາະ​ແມ່ນ​ໄລ­ຍະ​ລະດູ​ແລ້ງ​ໃນ​ແຕ່​ລະ​ປີ​ຍ້ອນ​ປະ­ລິ­ມານ​ນ້ຳໃນ​ອ່າງ​ເຂື່ອນ​ບໍ່​ຫຼາຍ.
   ນອກ­ຈາກ​ນີ້​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າແຂວງ​ຫົວ­ພັນ​ຍັງ​ໄດ້​ມີ​ນະ­ໂຍ­ບາຍ​ດ້ວຍການ​ສ້າງ​ເງື່ອນ­ໄຂ ແລະ​ ອຳ­ນວຍ​ຄວາມສະ­ດວກ​ໃຫ້​ຈຳ­ນວນ​ຄອບ­ຄົວ​ທີ່​ທຸກ​ຍາກໄດ້​ມີ​ໂອ­ກາດ​ໃຊ້​ໄຟ­ຟ້າຊຶ່ງ​ນະ­ໂຍ­ບາຍດັ່ງ­ກ່າວ​ໄຟ­ຟ້າ​ລາວ​ສາ­ຂາ​ຫົວ­ພັນ​ໄດ້​ບໍ​ລິການ​ມີ 320 ບ້ານ, ມີ 2.786 ຄົວ​ເຮືອນ. ຊຶ່ງ​ຈຳ­ນວນ​ຄອບ­ຄົວ​ທຸກ​ຍາກ​ດັ່ງ­ກ່າວທາງ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ​ໄດ້​ຊ່ວຍເຫຼືອ​ລ້າ​ລະ­ບົບ​ກົງ​ເຕີ ແລະ​ ພາກ​ອຸ­ປະກອນ​ຫົວ​ເສົາ​ຄິດ​ເປັນ​ມູນ​ຄ່າ​ທັງ​ໝົດ 1,4 ຕື້​ກວ່າ​ກີບ. ນອກ­ຈາກ​ນັ້ນ​ຍັງ​ໄດ້​ລົງ­ທຶນກ່ອນ​ໃນ​ພາກ​ຕິດ​ຕັ້ງ​ໄຟ­ຟ້າ​ໃນ​ເຮືອນຊຶ່ງ​ປະ­ກອບ​ມີ​ດອກ­ໄຟ​ຟ້າ 1 ດອກ, ປັກສຽບ 1 ອັນ ພ້ອມ​ດ້ວຍ​ອຸ­ປະ­ກອນ​ໄຟ­ຟ້າໃນ​ເຮືອນຮອດ​ປະ­ຈຸ​ບັນ​ຄິດ​ເປັນ​ມູນ​ຄ່າ ການ​ລົງ­ທຶນ​ກ່ອນ 1,8 ຕື້​ກວ່າ​ກີບ. ສ່ວນການ​ສຳ​ລະ​ແມ່ນ​ຈະ​ເກັບ​ນຳ​ຄອບ­ຄົວ​ທີ່​ໄດ້​ຮັບ​ນະ­ໂຍ­ບາຍ​ດັ່ງ­ກ່າວ​ເດືອນ​ລະ 20 ພັນ​ກີບ ລວມ​ທັງ​ຄ່າ​ກະ­ແສ​ໄຟ­ຟ້າ​ທີ​ຕົນເອງ​ຊົມ­ໃຊ້.
   ຈາກ​ການ​ຜະ​ຕິ​ບັດ​ນະ­ໂຍ­ບາຍ​ດັ່ງກ່າວ​ເຫັນ​ໄດ້​ວ່າ​ສາ­ມາດ​ປະ­ກອບ­ສ່ວນ​ການ​ແກ້​ໄຂ​ຄວາມ­ທຸກ​ຍາກ​ຂອງ​ປະ­ຊາຊົນ​ໄດ້ ຊຶ່ງ​ສະ­ແດງ​ອອກ​ຄອບ­ຄົວ​ໃດ, ບ້ານ​ໃດ​ໄດ້​ມີ​ໄຟ­ຟ້າ​ຊົມ­ໃຊ້​ເຮັດ​ໃຫ້​ຊີ­ວິດການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ມີ​ການ​ພັດ­ທະ­ນາ​ດີ​ຂຶ້ນ.
ນອກ­ຈາກ​ນີ້​ໃນ­ຕໍ່­ໜ້າ ເພື່ອ​ເຮັດ​ໃຫ້ອັດ­ຕາ​ການ​ຊົມ­ໃຊ້​ໄຟ­ຟ້າ​ໃນ​ຄົວ​ເຮືອນ​ຢູ່ແຂວງ​ຫົວ­ພັນ​ເພີ່ມ​ຂຶ້ນ​ທາງ​ລັດ​ວິ​ສາ​ຫະກິດ​ໄຟ­ຟ້າ​ລາວ​ສາ​ແຂວງ​ຫົວ­ພັນ​ພວມຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຂະ­ຫຍາຍ​ຕາຂ່າຍ​ໄຟ­ຟ້າ​ເຂົ້າ​ສູ່ 7 ບ້ານເຂດ​ກຸ່ມ​ແຈຝາຍ ເມືອງ​ແອດຄາດ​ວ່າ​ຈະ​ໃຫ້​ສຳ­ເລັດໃນ​ເດືອນ​ມີ​ຖຸ​ນາ​ນີ້ເມື່ອ​ສຳ­ເລັດ​ຈະ​ມີ​ຄອບຄົວ​ໄດ້​ໃຊ້​ໄຟ­ຟ້າ 300 ກວ່າ​ຄົວ​ເຮືອນ, ມູນ​ຄ່າ 3,6 ຕື້​ກີບ ແລະ​ ໃນ 6 ເດືອນ​ທ້າຍ ປີ 2015 ຈະ​ດຳ­ເນີນ​ໂຄງ­ການ​ເອົາ​ໄຟ­ຟ້າເຂົ້າ​ບ້ານ​ປ່າ​ຍຸງ ເມືອງ​ຊຳ​ເໜືອ ແລະ​ ບ້ານພັນ​ລໍ​ເມືອງ​ຮ້ຽມ ຖ້າ​ໂຄງ­ການ​ດັ່ງ­ກ່າວສຳ­ເລັດ​ຈະ​ເຮັດ​ໃຫ້​ປະ­ຊາ­ຊົນ​ສອງ​ບ້ານມີ 100 ກວ່າ​ຄອບ­ຄົວ​ໄດ້​ຊົມ­ໃຊ້​ໄຟ­ຟ້າ.
ແຫລ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ