14.12.15

ເມືອງວຽງໄຊຕ້ອນຮັບຂະບວນຄາລະວານຫວນຄືນຖິ່ນກໍາເນີດຂອງ ສປປ ລາວຢ່າງຍິ່ງໃຫຍ່

ຂປລ. ພິທີຕ້ອນຮັບຂະບວນຄາລະວານຕາມຮອຍປະທານ ໄກສອນ ພົມວິຫານ, ຫວນກັບຢ້ຽມຢາມຖິ່ນກໍາເນີດຂອງ ສປປ ລາວ ແລະ ງານຊຸມນຸມລະນຶກວັນຄ້າຍວັນເກີດ ທ່ານ ໄກສອນ ພົມວິຫານຄົບຮອບ 95 ປີໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ທີ່ເມືອງວຽງໄຊ ແຂວງຫົວພັນໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ພ້ອມບັນດາລັດຖະມົນຖະມົນຕີ, ລັດຖະມົນຕີຊ່ວຍວ່າການ, ເຈົ້າແຂວງ, ຜູ້ອາວຸໂສ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ.
ໃນໂອກາດດັ່ງກ່າວນີ້, ທ່ານ ວັນໄຊ ແພງຊຸມມາ, ເລຂາພັກແຂວງໆຫົວພັນໄດ້ກ່າວ: ການຈັດຂະບວນຄາລະວານຄັ້ງນີ້ແມ່ນມີຄວາມໝາຍ ແລະ ຄວາມສໍາຄັນຢ່າງຍິ່ງທີ່ທົ່ວພັກ ແລະ ປວງຊົນລາວທັງຊາດໄດ້ສະເຫລີມສະຫລອງວັນສະຖາປະນາ ສປປ ລາວຄົບຮອບ 40 ປີ
ໃນບາງແຂວງກໍສໍາເລັດ ແລະ ບາງແຂວງຍັງສືບຕໍ່ດໍາເນີນໄປດ້ວຍບັນຍາກາດຟົດຟື້ນໂດຍສະເພາະຊາວແຂວງຫົວພັນພວກເຮົາຫາກໍດໍາເນີນການສະເຫລີມສະຫລອງວັນສະຖາປະນາ ສປປ ລາວຄົບຮອບ 40 ປີຢ່າງຄຶກຄື້ນມ່ວນຊື່ນ ແຕ່ພິເສດພວກເຮົາພ້ອມຊາວເມືອງວຽງໄຊສຸດທີ່ເປັນກຽດ ແລະ ປິຕິຊົມຊື່ນທີ່ໄດ້ຄໍານັບຮັບຕອ້ນຂະບວນຕາມຮອຍປະທານ ໄກສອນ ພົມວິຫານ ແລະ ຫວນກັບຢ້ຽມຢາມຖິ່ນກໍາເນີດຂອງ ສປປ ລາວ.
ທ່ານ ເລຂາພັກແຂວງຫົວພັນຍັງໄດ້ຍົກໃຫ້ເຫັນເນື້ອໃນບາງຕອນສໍາຄັນວ່າ: ດີນແດນທົ່ງນາໄກ່ ເມືອງວຽງໄຊເປັນດີນແດນທີ່ສັກກະລະບູຊາໃນປະຫວັດສາດຂອງຊາວລາວ ອັນເນື່ອງມາຈາກເປັນບ່ອນຢູ່ອາໃສ ແລະ ເຄື່ອນໄຫວຊີ້ນໍາໆພາການປະຕິວັດປົດປ່ອຍຊາດຂອງບັນດາທ່ານຜູ້ນໍາປະຕິວັດ, ເປັນບ່ອນເຕົ້າໂຮມຫລໍ່ຫລອມກໍາລັງປະຕິວັດໃຫ້ເຕີບໃຫຍ່ຂະຫຍາຍຕົວສາມາດເຮັດສໍາເລັດພາລະກໍາປົດປ່ອຍຊາດ ຍາດເອົາເອກະລາດ-ປະກາດສ້າງຕັ້ງ ສປປ ລາວຂຶ້ນໃນວັນທີ 2 ທັນວາ 1975 ມາເປັນໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດລາວທີ່ຫລຸດພົ້ນອອກຈາກແອກປົກຄອງກົດຂີ່ຂົ່ມເຫັງຂອງຈັກກະພັດຕ່າງດ້າວ ແລະ ກ້າວເຂົ້າສູ່ສັງກາດໃໝ່-ສັງກາດທີ່ປະຊາຊົນລາວໄດ້ເປັນເຈົ້າຂອງປະເທດຊາດ, ເປັນເຈົ້າຕົນເອງສ້າງສາພັດທະນາປະເທດຊາດໃນເງື່ອນໄຂປະເທດມີສັນຕິພາບ, ເອກະລາດ, ປະຊາທິປະໄຕ,ເອກະພາບກ້າວຂຶ້ນສູ່ຄວາມວັດທະນາຖາວອນໂດຍມີທີ່ຕັ້ງຄົບຖ້ວນ ແລະ ມີຖານະທຽບເທົ່າກັບນາໆຊາດໃນວົງຄະນະຍາດສາກົນສົມກັບຄໍາຂະໜານາມວ່າວຽງໄຊເປັນຖິ່ນກໍາເນີດຂອງ ສປປ ລາວ. 
ແນວໃດກໍດີ ທ່ານ ວັນໄຊ ແພງຊຸມມາຢືນຢັນວ່າ: ພວກເຮົາການນໍາແຂວງ-ການນໍາເມືອງຈະສືບຕໍ່ນໍາພາພັດທະນາເມືອງວຽງໄຊໃຫ້ກາຍເປັນແຫລ່ງທ່ອງທ່ຽວທາງປະຫວັດສາດ, ທໍາມະຊາດ ແລະ ວັດທະນະທໍາທີ່ເຕັມໄປດ້ວຍເຊື່ອໝັ້ນ ແລະ ອຸດົມການຂອງພັກເພື່ອດຶງດູດເອົາຊາວລາວທັງຊາດ ແລະ ແຂກຕ່າງປະເທດເຂົ້າມາທ່ຽວຊົມໃຫ້ນັບມື້ນັບຫລາຍຂຶ້ນໂດຍເນັ້ນໃສ່ໃຫ້ເຂົາເຈົ້າເຫັນເຖິງພາບຟົດການດໍາລົງຊີວິດທີ່ທຸກຍາກລໍາບາກຂອງ ທ່ານ ໄກສອນ ພົມວິຫານ, ທ່ານ ສຸພາ ນຸວົງ ແລະ ທ່ານຜູ້ນໍາອື່ນໆທີ່ຢູ່ຕາມຮອມຜາ, ຮູ ແລະ ຖໍ້າຕ່າງໆເພື່ອຊີ້ນໍາໆພາການປະຕິວັດ, ອຸດົມການຂອງພັກ, ອຸດົມການຂອງສັງຄົມນິຍົມ, ເພື່ອຊີວິດການເປັນຢູ່ທີ່ດີຂອງປະຊາຊົນນັບມື້ນັບດີຂຶ້ນ ພ້ອມຈະເຜີຍແຜ່ ແລະ ປູກຈິດສໍານຶກໃຫ້ທຸກຊັ້ນຄົນຮໍ່າຮຽນເອົາບົດຮຽນຍອດຍິ່ງຂອງເພີ່ນ ແລະ ຄຸນສົມບັດສິນທໍາປະຕິວັດຂອງເພີ່ນຢ່າງແທ້ຈິງ.
ແຫລ່ງຂ່າວ: ສຳນັກຂ່າວປະເທດລາວ