30.9.13

ກະຊວງ​ສຶກສາກຳນົດຮັບ​ນັກ​ສຶກສາລະດັບ ວິທະຍາໄລໃນ​ສົກຮຽນໃໝ່​​ 50 ພັນກວ່າ​​ຄົນ

ຂປລ. ກະຊວງ​ສຶກສາ​ທິການ ​ແລະ ກິລາ​​ໄດ້​ວາງ​ເປົ​້າໝາຍ​ໃນ​ການ​ພັດທະນາ​ຊັບພະຍາ ກອນ​ມະນຸດ​ເພື່ອ​ຮັບ​ໃຊ້​ຕາມ​ຂະ​ແໜງ​ການ​ຕ່າງໆ​​ ສອດ​ຄ່ອງ​ກັບ​ແຜນ​ພັດທະນາ​ເສດຖະກິດ- ສັງຄົມ​​, ສົ່ງ​ເສີມ​ບົດບາດ​ຍິງ-ຊາຍ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ແມ່ຍິງ ໃນ​ສົກຮຽນ 2013- 2014 ຜູ້​ທີ່​ເຂົ້າ​ຮຽນ​​ໃນ​ລະດັບວິທະຍາ​ໄລ ​ແລະ ມະຫາວິທະຍາ​ໄລ​ທັງ​ພາກ​ລັດ, ພາ​ກ​ເອກະ​ຊົນ ມີ​ທັງ​ໝົດ 50 ພັນ​ກວ່າ​ຄົນ.

ທ່ານ ຮສຈ.ດຣ ກອງສີ ​ແສງ​ມະນີ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​​ ສຳນັກຂ່າວສານປະເທດລາວ ເມື່ອ​ບໍ່​ດົນ​ມານີ້ ວ່າ:
ໃນ​ສົກຮຽນ 2013-2014 ຜູ້​ທີ່​ເຂົ້າ​ຮຽນສະ​ເພາະ​ຢູ່ສະ​ຖາ​ບັນ​ອາຊີວະ​ສຶກສາ 8 ​ແຫ່ງປະມານ 15 ພັນ​ກວ່າ​ຄົນ, ລະດັບ​ອະນຸ​ປະລິນຍາ​ 17 ພັນກວ່າ​ຄົນ, ລະດັບ​ປະລິນຍາ​ຕີ 17 ພັນກວ່າ​ຄົນ ​ແລະ ນັກ​ສຶກສາ​ໄປ​ຮຽນ​ຕໍ່​ຕ່າງ​ປະ​ເທດ ປະມານ 500 ກວ່າ​ຄົນ ນອກ​ນີ້​ນັກ​ສຶກສາ​ຊັ້ນ​ສູງ ​ແລະ ມະຫາວິທະຍາ​ໄລ​ຍັງ​ຈະ​ໄດ້​ຮັບ​ທຶນ​ການ​ສຶກສາ​ຂອງ​ລັດ 20%,  ​ໂດຍ​ຈະ​ບັນຈຸ​ເຂົ້າ​ໃນ​ວິທະຍາ​ໄລ​ໃນ​ລະດັບ​ຕ່າງໆ.
ໃ​ນສົກຮຽນ 2012 -2013 ທີ່​ຜ່ານ​ມາ ການ​ສຶກສາ​ໃນ​ຊັ້ນ​ມັດທະຍົມ​ສຶກສາ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ​ໄດ້​ມີ​ນັກຮຽນ​ຊັ້ນ​ມັດທະຍົມ​ສຶກສາ​ທັງ​ໝົດ 543.289 ຄົນ, ຍິງ 251.142 ຄົນ​ໃນ​​ໂຮງຮຽນ​ທັງ​ໝົດ 1.494 ​ແຫ່ງ ສຳລັບ ມ 7 ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ທີ່​​ເສັງຈົບ​ໃນ​ສົກ​ປີ 2012-2013 ມີ​ຈຳນວນ 46.340 ພັນ​ຄົນ​ໃນ​ທົ່ວປະ​ເທດ. ພ້ອມ​ນີ້ກະຊວງ​ສຶກສາ​ທິການ ​ແລະ ກິລາ​ໄດ້​ສຶບຕໍ່​ສົ່ງ​ເສີມ​ການ​ຂະຫຍາຍ​ໂອກາດ​ເຂົ້າ​ຮຽນ​ໂດຍ​ໄດ້​ເລັ່ງ​ໃສ່​ ກຸ່ມ​ຜູ້​ດ້ອຍ​ໂອກາດ,ຜູ້​ທຸກ​ຍາກ, ​ແມ່ຍິງ, ຊົນ​ເຜົ່າ​ທີ່​ຢູ່​ຫ່າງ​ໄກ​ສອກ​ຫລີກ​ໄດ້​ເຂົ້າ​ເຖິງ​ການ​ສຶກສາ​ຊັ້ນ​ສູງ ​ແລະ ກຳນົດ​ນະ​ໂຍບາຍ​ຄື:​ ໄດ້​ໃຫ້​ທຶນ​ການ​ສຶກສາ 35% ໃນ​ຈຳນວນ​ນັກ​ສຶກສາ​ຊັ້ນ​ສູງ​ທັງ​ໝ​ົດ ຊຶ່ງ​ຈຳນວນ​ດັ່ງກ່າວ​ແມ່ນ​ມອບ​ໃຫ້​ແກ່​ຜູ້​ດ້ອຍ​ໂອກາດ​ລວມທັງ​ຜູ້​ທຸກ​ຍາກ,​ ແມ່ຍິງ​ທີ່​ຢູ່​ຫ່າງ​ໄກ​ສອກຫລີກ ​ແລະ ນັກຮຽນ​ເກັ່ງ​ທີ່​ເສັງ​ຈົ​ບ ມ 7 ນອກ​ນັ້ນ​ໄດ້​ກຳນົດ​ນະ​ໂຍບາຍ​ໃຫ້​ສັງຄົມ​ມີ​ສ່ວນ​ຮ່ວມ​ໃນ​ການ​ພັດທະນາ​ການ​ ສຶກສາ​ຊັ້ນ​ສູງ​ໂດຍ​ໃຫ້​ສັງຄົມ, ພໍ່​ແມ່​ຜູ້​ປົກຄອງ​ນັກ​ສຶກສາ​ຈ່າຍ​ຄ່າ​ຮຽນ 65% ​ເພື​່ອ​ໃຫ້​ມີ​ງົບປະມານ​ຮັບ​ໃຊ້​ການ​ບໍລິການ​ຄຸ້ມ​ຄອງ, ປັບປຸງ​ດ້ານ​ວັດຖຸ​ອຸປະ​ກອນ​ການ​ຮຽນ -ການ​ສອນ, ສົ່ງ​ເສີມ​ການ​ຄົ້ນຄວ້າ​ວິທະຍາສາດ ​ແລະ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ບັນດາ​ມະຫາ​ວິທະຍາ​ໄລ​ເປັນ​ຢ່າງ​ດີ​ໂດຍ​ ສົມທົບ​ກັບ​ງົບປະມານ​ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ລັດຖະບານ ​ແລະ ສາກົນ. ພ້ອມນີ້ ​ເພື່ອ​ປັບປຸງ​ຄືນ​ໃໝ່​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ວຽກ​ງານ​ກິລາ-ກາ​ຍະ​ກຳ​ ແຫ່ງ​ຊາດ​ແຕ່​ນີ້​ຫາ​ປີ 2020 ​ໂດຍ​ເນັ້ນ​ເຮັດ​ໃຫ້​ວຽກ​ງານ​ກິລາ- ກາຍະ​ກຳຕິດ​ແໜ້ນ​ກັບ​ການ​ພັດທະນາຊັບພະຍາກອນ​ມະນຸດຕາມ 5 ຫລັກ​ມູນ​ການ​ສຶກສາ ​ໂດຍ​​ໄດ້​​ເລັ່ງພັດທະນານັກ​ກິລາ​ລາວ​ປະ​ເພດ​ຕ່າງໆ​ຕາມ​ເງື່ອນ​ໄຂ ​ແລະ ທ່າ​ແຮງ​ປະ​ເທດ​ເຮົາ ​ເພື່ອ​ກຽມ​ຄວາມ​ພ້ອມ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ລະດັບ​ອະນຸ​ພາກ​ພື້ນ ​ແລະ ສາກົນ. ພິ​ເສດ​ໃນ​ສົກຮຽນ 2013- 2014 ນີ້ ກະຊວງ​ສຶກສາ​ທິການ ​ແລະ ກິລາ ຍັງ​ໄດ້​ສ້າງ​ຕັ້ງ​ໂຮງຮຽນ​ພອນ​ສະຫວັນ​ດ້ານ​ການ​ກິລາ​ຂຶ້ນ 1 ​ແຫ່ງ ຢູ່​ສູນເຝິກ​ສີ​ເກີດ ​ຊຶ່ງ​ໄດ້​ເລີ່​ມ​ເປີດ​ການ​ຮຽນ- ການ​ສອນແລ້ວ./.
ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ