1.10.13

ເດັກດ້ອຍໂອກາດ 35 ບ້ານເຂດ ເມືອງ ແອດ ແຂວງ ຫົວພັນ ໄດ້ຮັບເຄື່ອງຊ່ວຍເຫລືອ

ເມື່ອບໍ່ດົນມານີ້ ທ່ານ ດຣ. ເຄນທອງຄຳ ເກດແສງເມືອງ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດ ເມືອງ ແອດ, ແຂວງຫົວພັນ ໄດ້ຕາງໜ້າອຳນາດ ການປົກຄອງ ເມືອງໄດ້ນຳເອົາເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນ ຈຳນວນໜຶ່ງໄປຊ່ວຍ ເຫລືອເດັກກຳພ້າ-ກຳພອຍເດັກຜູ້ ດ້ອຍໂອກາດຢູ່ໃນ 35 ບ້ານທີ່ຂຶ້ນກັບເມືອງ ແອດ.

    ເຄື່ອງທີ່ນຳໄປມອບໃນຄັ້ງນີ້ມີເຄື່ອງນຸ່ງນັກ ຮຽນ 125 ຊຸດ, ປື້ມຂຽນ 1.600 ຫົວ, ບິກ 1.140 ກ້ານ ລວມມູນຄ່າ 9 ລ້ານກວ່າກີບ ຕາງໜ້າຮັບໂດຍແມ່ນ
ນາຍບ້ານ ແຕ່ລະບ້ານ ແລະ ຈະໄດ້ນຳໄປແຈກຢາຍໃຫ້ເດັກຜູ້ດ້ອຍໂອກາດ 125 ນ້ອງ ເພື່ອເປັນການຊ່ວຍ ເຫລືອເດັກນ້ອຍເຫລົ່ານັ້ນ ໃຫ້ມີກຳລັງໃຈ ແລະ ມີໂອກາດດຳລົງຊີວິດ ແລະ ສຶກສາ ຮ່ຳຮຽນເໝືອນເດັກນ້ອຍທົ່ວໄປ.
ແຫລ່ງຂ່າວຈາກ: ຫນັງສືພີມປະຊາຊົນ