28.10.13

ລັດວາງຄາດຫມາຍເສດຖະກິດເຕີບໃຫຍ່ 8,3% ໃນສົກປີ 2013-2014

   ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໃຫ້​ຮູ້​ວ່າ: ​ໃນ​ສົກ​ປີ 2013-2014, ລັດຖະບານ​ໄດ້​ວາງ​ຄາດໝາຍ​ໃຫ້​ເສດຖະ ກິດ​ມະຫາ​ພາກ​ຂອງ​ປະ​ເທດ​ຂະຫຍາຍຕົວ​ໃນ​ລະດັບ 8,3% ຂອງ GDP ​ແລະ ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ໄດ້​ປະມານ 90.650 ຕື້ ກີບ, ສະ​ເລ່ຍລາຍ​ຮັບພົນ ລະ​ເມືອງ​ຜູ້​ໜຶ່ງ​ໃຫ້​ໄດ້ 3,38 ລ້ານ​ກີບ​ຕໍ່​ປີ, ​ໃນ​ນັ້ນ ຂະ​ແໜງ​ກະສິກຳ​ເພີ່ມ​ຂຶ້ນ 3,3% ກວມ​ປະມານ 24,6%, ຂະ​ແໜງ​ອຸດສາຫະກຳ​ເພີ່ມ​ຂຶ້ນ 12% ກວມ​ປະມານ 30,3% ​ແລະ ຂະ​ແໜງ​ບໍລິການ​ເພີ່ມ​ຂຶ້ນ 9,5% ກວມ​ປະ ມານ 39,2% ຂອງ GDP.

         ສຳລັບ​ຄາດໝາຍ​​ການ​ເກັບ​ລາຍ​ຮັບ​ໃຫ້​ໄດ້​ທັງ​ໝົດ 25.216 ຕື້ ກວ່າ​ກີບ ​ເທົ່າ​ກັບ 27,82%, ​ໃນ​ນັ້ນລາຍ​ຮັບ​ພາຍ​ໃນ​ໃຫ້​ໄດ້ 20.186 ຕື້ກວ່າ​ກີບ ​ເທົ່າ​ກັບ 22,27% ຂອງ GDP, ສ່ວນ​ລາຍ​ຈ່າຍ​ງົບປະມານ​ໃຫ້​ຢູ່​ໃນ​ລະດັບ 29.745 ຕື້ກວ່າ​ກີບ ​ເທົ່າ​ກັບ 32,8%, ຂາດ​ດຸ​ນງົບປະ ມານ 4.528 ຕື້ກວ່າ​ກີບ ​ເທົ່າ​ກັບ 5% ຂອງ GDP.
          ອັດຕາ​ເງິນ​ເຟີ້ບໍ່​ໃຫ້​ເກີນ​ອັດ ຕາ​ການ​ຂະຫຍາຍຕົວ​ຂອງ​ເສດ ຖະກິດ ​ແລະ ​ໃຫ້​ປະລິມານ​ເງິນ​ອອກ​ສູ່​ຂອດ​ຈໍລະ​ຈອນ
(M2) ​ເພີ່ມ​ຂຶ້ນ​ໃນ​ລະດັບ​ທີ່​ເໝາະ​ສົມ ທຽບ​ໃສ່​ປີຜ່ານມາ ​ແລະ ສືບຕໍ່​ປະຕິບັດ​ນະ​​ໂຍບາຍ​ອັດຕາ​ແລກປ່ຽນ​ຕາມ​ກົນ​ໄກ​ຕະ ຫລາດ​ທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ​ ​ແລະ ​ໃຫ້​​ມີ​ຄວາມ​ສະຫງົບ​ປົກກະຕິ, ​ເງິນ​ກີບ​ແຂງ​ຄ່າ ຫລື ອ່ອນ​ຄ່າ​ຢູ່​ລະຫວ່າງ ບວກ ຫລື ລົບ 5% ທຽບ​ໃສ່​ເງິນຕາ​ຕ່າງປະ​ເທດ​ສະກຸນ​ຫລັກ, ​ໃນ​ການ​ສົ່ງ​ອອກ​ໃຫ້​ບັນລຸ 2.178 ລ້ານ​ໂດ​ລາ​ສະຫະລັດ ​ແລະ ມູນ​ຄ່າ​ນຳ​ເຂົ້າ 2.730 ລ້ານ​ໂດ​ລາ ​ແລະ ການ​ຂາດ​ດຸນ​ການ​ຄ້າ​ໃຫ້​ຢູ່​ໃນ​ລະດັບ 4,87% ຫລື ​ເທົ່າ​ກັບ 552 ລ້ານ​ໂດ​ລາ ຂອງ GDP.
            ສູ້​ຊົນ​ຜະລິດ​ເຂົ້າ​ໃຫ້​ໄດ້ 4 ລ້ານ​ໂຕນ, ​ເພີ່ມ​ການ​ຜະລິດ​ພືດ​ສະບຽງ​, ພືດ​ອຸດສາຫະກຳ, ພືດ​ເປັນ​ສິນຄ້າ ​ແລະ ການ​ລ້ຽງສັດ. ພ້ອມ​ກັນນີ້ ສູ້​ຊົນ​ໃຫ້ການ​ຜະລິດ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ຫັດ ຖະກຳ​ຂະຫຍາຍຕົວ​ປະມານ 12% ທຽບ​ໃສ່​ສົກ​ປີ 2012-2013 ກວມ​ປະມານ 10% ຂອງ GDP, ສູ້​ຊົນ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າມາ​ປະ​ເທດ​ໃຫ້​ໄດ້ 3,5-4 ລ້ານ​ຄົນ ​ແລະ ສາມາດ​ນຳ​ເງິນຕາ​ຕ່າງປະ​ເທດ​ເຂົ້າ ສປປ ລາວ ປະມານ 518 ລ້ານ​ໂດ​ລາ​ສະຫະລັດ. ນອກຈາກ​ນີ້ ​ເຮັດ​ໃຫ້​ອັດຕາ​ຄົນ​ທຸກ​ຍາກ​ຫລຸດ​ລົງ​ໜ້ອຍ​ກວ່າ 17% ຂອງ​ຈຳ ນວນ​ປະຊາກອນ​ທັງ​ໝົດ ​ແລະ ອັດຕາ​ຄອບຄົວ​ທຸກ​ຍາກ​ໃຫ້​ໜ້ອຍ​ກວ່າ 12% ຂອງ​ຄອບ ຄົວ​ທົ່ວ​ປະ​ເທດ, ຢຸດ​ການ​ເຄື່ອນ​ຍ້າຍ​ຊະຊາຍ​ຂອງ​ປະຊາຊົນ ​ໂດຍ​ມີ​ການຈັດ​ສັນພູ​ມລຳ​ເນົາ ​ແລະ ບ່ອນ​ທຳ​ມາ​ຫາ​ກິນ​ຖາວອນ​ທີ່​ເໝາະ​ສົມ​ໃຫ້​ເຂົາ​ເຈົ້າ, ສົ່ງ​ເສີມ​ໃຫ້​ເດັກນ້ອຍ​ເກນ​ອາຍຸ​ເຂົ້າຮຽນ​ກຽມ​ປະຖົມ​ບັນລຸ 44%, ອັດຕາ​ເຂົ້າຮຽນ​ສຸດທິ​ຊັ້ນປະຖົມ​ສຶກສາ​ໃຫ້​ບັນລຸ 98%, ສະໜອງ​ນ້ຳສະອາດ​ໃຫ້​ປະຊາຊົນ​ໃຫ້​ໄດ້ 82,9%, ​ເພີ່ມ​ອັດຕາ​ນຳ​ໃຊ້​ວິດຖ່າຍ​ຂອງ​ປະຊາຊົນ​ໃຫ້​ໄດ້ 59,6%, ອັດຕາ​ສັກ​ຢາ ​ແລະ ຢອດ​ຢາ​ກັນ​ພະຍາດ​ໃຫ້​ແມ່ ​ແລະ ​ເດັກ ນ້ອຍ​ບັນລຸ 85%, ສ້າງ​ບ້ານ​ວັດ ທະນະທຳ​ໃຫ້​ໄດ້ 340 ບ້ານ ​ແລະ ຄອບຄົວ​ວັດ​ທະນະ​ທຳ​ໃຫ້​ໄດ້ 40 ພັນ​ຄອບຄົວຕື່ມ​ອີກ.
ແຫລ່ງຂ່າວຈາກ: laophatthananews