30.10.13

ສຳເລັດການກໍ່ສ້າງໂຮງຮຽນ ມ້ດທະຍົມຕົ້ນ ເມືອງ ວຽງໄຊ ແຂວງ ຫົວພັນ

ໂຄງການກໍ່ສ້າງໂຮງຮຽນມ້ດທະຍົມຕົ້ນ ເມືອງ ວຽງໄຊ ແຂວງ ຫົວພັນ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ ຕົ້ນເດືອນເມສາ ປີ 2013 ເຖີງ ທ້າຍເດືອນຕຸລາປີດຽວກັນນີ້ ກໍ່ໄດ້ກໍ່ສ້າງສຳ ເລັດ.ໂຄງການດັາງກ່າວເປັນອາ ຄານຖາວອນຊັ້ນດຽວມີ ຂະໜາດ 46 x 8 ແມັດ ມີ 4 ຫ້ອງຮຽນ ສະມາດບັນຈຸ ນັກຮຽນ“ໄດ້ 100 ກ່ວາຄົນ,ມີຫ້ອງການຄູ 1 ຫ້ອງ ແລະ ຫ້ອງກິດຈະກຳຂອງໂຮງຮຽນ 1 ຫ້ອງປະກອບເພີນີເຈີໂຕະຕັ່ງ ແລະ ໄຟ້າຄົບຊຸດ.ລວມມູນຄ່າການກໍ່ສ້າງ ທັງໝົດ 935 ລ້ານກີບ ໂດຍໄດ້ຮັບທືນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ,ຊື່ງແມ່ນບໍລິສັດ ວຽງພອນໄຊ ກໍ່ສ້າງເປັນຜູ້ຮັບເໝົ່າ. ດັ່ງນັ້ນມາໃນວັນທີ່ 28 ຕຸລານີ້ເຈົ້າຂອງໂຄງການສົມ ທົບກັບຜູ້ຮັບເໝົ່າກໍ່ສ້າງ. ຈິ່ງໄດ້ຈັດພິທີມອບ-ຮັບໂຄງການດັ່ງກ່າວນີ້ ເປີດການນຳໃຊ້ຢ່າງ ເປັນທາງການ.
ໂດຍການເຂົ້າຮ່ວມຂອງທ່ານ ມົນທອງ ຫ່ຼຽນຕິຄຸນ ຮອງຫົວໜ້າພະແນກສຶກສາທິການ ແລະກິລາ ແຂວງຫົວພັນ,ມີຜູ້ຕາງໜ້າບໍລິສັດຮັບເໝົ່າກໍ່ສ້າງ ມີບັນດາທ່ານແຂກຖືກເຊີນ ຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ພ້ອມດ້ວຍອຳນາດການປົກຄອງບ້ານ ,ຄູອາຈານແລະພໍ່ແມ່ປະຊາຊົນເຂົ້າຮ່ວມເປັນສັກຂິພິຍານນຳ.
ແຫລ່ງຂ່າວຈາກ: Houaphannews