31.10.13

ວິທະຍາໄລ ສະໄໝຮຸ່ງເຮືອງ ຊະນະເລີດທີມຊາຍ ເຮືອຊ່ວງປະເພນີ ປະຈຳປີ ພສ 2556 ຂອງເມືອງ ຊຳເໜືອ ແຂວງ ຫົວພັນ

ໃນການແຂ່ງຂັນເຮືອຊ່ວງປະເພນີ ປະຈຳປີ ພສ 2556 ຂອງເມືອງ ຊຳເໜືອ ແຂວງ ຫົວພັນຈັດຂຶ້ນໃນລະຫວ່າງ ວັນທີ 25-27 ຕຸລາ 2013 ຜ່ານມາ, ຢູ່ທີ່ອ່າງນ້ຳ ຫ້ວຍແໝນ, ເຂົ້າຮ່ວມມີ ທ່ານ ຕຳລາ ອຳຄາທອງຄຳ ຮອງ ເລຂາພັກ, ປະທານແນວລາວສ້າງຊາດແຂວງ, ມີການນຳຂັ້ນແຂວງ, ຂັ້ນເມືອງ, ນັກທຸລະກິດ ແລະ ປະຊາຊົນບັນດາເຜົ່າເຂົ້າຮ່ວມຊົມ ແລະ ເຊຍເປັນຈຳນວນຫລວງຫລາຍ.
   ໃນປີນີ້ມີທິມເຂົ້າແຂ່ງຂັນທັງໝົດ 22 ທິມທີ່ມາຈາກຫ້ອງການ, ບ້ານອ້ອມຂ້າງເມືອງ, ໃນນີ້ມີເຮືອຊ່ວງປະເພດຍິງ 7 ທິມ, ເຮືອແຂ່ງຂັນລະດັບ 12 ສີພາຍ. ຜ່ານການແຂ່ງຂັນ ຜົນປະກົດວ່າ:
ເຮືອເພດຊາຍທີ່ສາມາດຊະນະເລີດໄດ້ແກ່ທິມວິທະຍາໄລ ສະໄໝຮຸ່ງເຮືອງ ໄດ້ຮັບຂັນເງິນໜຶ່ງໜ່ວຍພ້ອມເງິນສົດ 4 ລ້ານກີບ, ຮອງຊະນະເລີດ ໄດ້ແກ່ທິມ ປກສ ແຂວງ ໄດ້ຮັບເງິນສົດ 3 ລ້ານ ກີບ, ທີ 3 ໄດ້ແກ່ພະແນກການເງິນ ແຂວງ ໄດ້ຮັບເງິນສົດ 2 ລ້ານກີບ ແລະ ທີ 4 ໄດ້ແກ່ຊາວ ໜຸ່ມບ້ານນາສະກາງ ໄດ້ຮັບ ເງິນສົດ 1 ລ້ານກີບ. ສະເພາະເຮືອເພດຍິງຊະນະເລີດ ໄດ້ແກ່ທິມບ້ານພັນໄຊ ໄດ້ຮັບຂັນ ເງິນໜຶ່ງໜ່ວຍ ພ້ອມເງິນສົດ 4 ລ້ານກີບ, ຮອງຊະນະເລີດໄດ້ແກ່ທິມບ້ານທາດເມືອງໄດ້ ຮັບເງິນສົດ 3 ລ້ານ ກີບ, ທີ 3 ໄດ້ ແກ່ທິມພະແນກສາທາລະນະສຸກແຂວງ ໄດ້ຮັບ ເງິນສົດ 2 ລ້ານກີບ ແລະ ທີ 4 ໄດ້ແກ່ທິມບ້ານນາສະກາງໄດ້ຮັບເງິນສົດ 1 ລ້ານກີບ.
ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ