1.11.13

ກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງ ຫົວພັນ ຄັ້ງທີ 7 ສະໄຫມທີ 8

ກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງ ຫົວພັນ ຄັ້ງທີ 7 ສະໄຫມທີ 8 ໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງ ແຂວງດັ່ງກ່າວໃນ ລະຫວ່າງ ວັນທີ 28-29 ຕຸລາ 2013 ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳຮຸ່ງ ເຮືອງວົງສີ ກຳມະການສູນກາງພັກ, ເລຂາພັກແຂວງເຈົ້າ ແຂວງໆ ຫົວພັນ ແລະມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ເລຂາພັກ ເມືອງ9ເມືອງ,ຫົວຫນ້າພະແນກການ,ຜູ້ຕາງຫນ້າລັດວິສາຫະກິດອ້ອມຂ້າງແຂວງເຂົ້າ ຮ່ວມທັງຫມົດ 60 ກວ່າສະຫາຍ.
ກອງປະຊຸມຄັ້ງນີ້ໄດ້ສັງເກດຕີລາຄາການເຄື່ອນໄຫວການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ - ສັງຄົມສົກປີ 2012 - 2013,
ແຜນພັດທະນາປີ 2013 - 2014, ວຽກ ງານຕິດຕາມກວດກາພັກ, ກວດກາລັດ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນ ດາເຜົ່າ, ການຈັດຕັ້ງປະຕິບັດລາຍຮັບ - ລາຍຈ່າຍງົບປະມານ, ການປະຕິບັດເປົ້າຫມາຍ ສະຫັດສະວັດດ້ານການສຶກສາ, ສາທາ ລະນະສຸກ, ວຽກງານປະຕິບັດນະໂຍບາຍຕໍ່ຜູ້ທີ່ ມີຜົນງານໃນສະໄຫມຕໍ່ສູ້ກູ້ຊາດ, ວຽກງານສາມສ້າງ ແລະ ການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ມະຕິ 6 ສະໄຫມທີ 9 ຂອງສູນກາງພັກ. ຈາກດ້ານດີທີ່ເຮັດໄດ້ແຂວງ ຫົວພັນຈະໄດ້ສືບ ຕໍ່ເຂົ້າໃນຂົງເຂດພັດທະນາພື້ນຖານໂຄງ ລ່າງ, ການແກ້ໄຂຄວາມທຸກຍາກຂອງປະຊາ ຊົນບັນດາເຜົ່າດ້ວຍການສົ່ງເສີມການປູກ, ການລ້ຽງ ເພື່ອພັດທະນາຊີວິດການເປັນຢູ່ໄປ ພ້ອມກັບການແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ, ຕອນທ້າຍຂອງກອງປະຊຸມ ສະຫາຍ ຄຳຮຸ່ງ ເຮືອງວົງສີ ໄດ້ເນັ້ນໃຫ້ຄະນະພັກອຳນາດການປົກຄອງທຸກຂັ້ນສືບຕໍ່ ເຮັດ ໃຫ້ທົ່ວ ແຂວງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ໂດຍ ພື້ນຖານ, ສ້າງເງື່ອນໄຂໃຫ້ປະຊາຊົນໄດ້ທຳມາຫາກິນ, ມີຄວາມສາມັກຄີບັນດາເຜົ່າ, ຍຶດ ຫມັ້ນໄປຕາມແນວທາງປ່ຽນແປງໃຫມ່ຂອງພັກ ຕ້ານ 3 ກະແສແນວຄິດຄື: ແນວຄິດ ເອື່ອຍອີງ, ຂີ້ຄ້ານມັງງ່າຍໃຫ້ຫລຸດລົງ,ປັບປຸງແບບແຜນ ວິທີເຮັດວຽກໃຫ້ສອດຄ່ອງກັບ ສະພາບຄວາມເປັນຈິງ ແລະ ລະບຽບການຢ່າງເຂັ້ມງວດສືບ ຕໍ່ເຄື່ອນໄຫວຈັດຕັ້ງປະຕິ ບັດວຽກງານ 3 ສ້າງຢູ່ເມືອງ, ບ້ານເປົ້າຫມາຍໃຫ້ປະກົດຜົນ, ເຮັດໃຫ້ແຂວງມີບາດກ້າວ ຂະຫຍາຍຕົວໃນ ທຸກດ້ານ, ກຽມພ້ອມຈັດກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກ ໃຫ້ສຳເລັດຕາມແຜນການ ແລະ ປະສິດທິຜົນ.
ແຫລ່ງຂ່າວຈາກ : ຫນັງສືພີມປະຊາຊົນ