24.10.13

ແຂວງ ຫົວພັນ ໄດ້ສັງເກດຕີລາຄາ ການຈັດຕັ້ງປະຕິບັດວຽກງານເຮັດ ທົດລອງ 3 ສ້າງ

ວັນທີ 22 ຕຸລາ 2013 ນີ້, ແຂວງ ຫົວພັນ ໄດ້ສັງເກດ ຕີລາຄາການຈັດຕັ້ງປະຕິບັດວຽກງານເຮັດທົດລອງ 3 ສ້າງ ຢູ່ຫ້ອງວ່າການປົກຄອງແຂວງໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ເຈືອງ ສົມບູນຂັນ ຫົວໜ້າໂຄສະນາອົບຮົມ ສູນກາງພັກ - ທັງເປັນຄະນະຊີ້ນໍາວຽກງານ 3 ສ້າງ ຂັ້ນສູນກາງ, ມີບັນດາທ່ານການນຳຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງອ້ອມ ຂ້າງແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
     ການຈັດຕັ້ງປະຕິບັດເຮັດທົດລອງວຽກງານ 3 ສ້າງ ຢູ່ແຂວງ ຫົວພັນ ໃນໄລຍະ 1 ປີ ຜ່ານມາໄດ້ກຳນົດເອົາ

ເມືອງ ສົບເບົາ, ວຽງໄຊ ແລະ ເມືອງ ຫົວເມືອງ ເຊິ່ງມີ 6 ບ້ານເປົ້າ ໝາຍຄື: ບ້ານ ສົບເລົ້າ, ບ້ານ ລານຊຽງ ເມືອງ ຫົວເມືອງ; ບ້ານ ລ້ອງກູ້, ບ້ານ ເມືອງປົວ ເມືອງ ວຽງໄຊ; ບ້ານ ສົບຮາວ ແລະ ບ້ານ ປ່າຮ່າງ ເມືອງ ສົບເບົາ.
ຜ່ານການຈັດຕັ້ງປະຕິບັດໄດ້ອີງໃສ່ 4 ເນື້ອໃນ 4 ຄາດໝາຍ ໂດຍໄດ້ສຸມໃສຂະບວນການ ສ້າງໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ, ຊາວໜຸ່ມ, ແມ່ຍິງ, ແນວລາວສ້າງຊາດ, ກຳລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາພື້ນຖານໂຄງລ່າງ. ຢູ່ເມືອງ ສົບເບົາ ມີ 23 ໂຄງການ, ສຳເລັດແລ້ວ 4 ໂຄງການ; ເມືອງ ວຽງໄຊ 21 ໂຄງການ, ສຳ ເລັດ 7 ໂຄງການ ແລະ ເມືອງ ຫົວເມືອງມີ 25 ໂຄງການ ໃນນັ້ນກຳລັງຈັດຕັ້ງປະຕິບັດ 2 ໂຄງການ. ຊຶ່ງແຕ່ລະວຽກງານໃນກອງປະຊຸມ ໄດ້ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງ ຍາກໃນການຈັດຕັ້ງປະຕິບັດ ແລະ ພ້ອມທັງວາງແຜນສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ.
ໂອກາດນີ້ ທ່ານ ເຈືອງ ສົມບູນຂັນ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ, ອຳນາດການປົກຄອງ ແລະ ຄະນະຮັບຜິດຊອບຂັ້ນແຂວງ, ເມືອງ, ບ້ານ ສືບຕໍ່ສົງເສີມຊີ້ນຳວຽກງານທຸກດ້ານ ເຊັນ: ດ້ານການເມືອງ-ແນວຄິດ, ວຽກງານປັບປຸງພັກ, ອຳນດາກນປົກຄອງ ແລະ ອົງ ການຈັດຕັ້ງຕ່າງໆ ຢູ່ຂັ້ນເມືອງ ແລະ ບ້ານເປົ້າໝາຍໃຫ້ເຂັ້ມແຂງ ໄປພ້ອມກັບການພັດ ທະນາເສດຖະກິດ ແກ້ໄຂຊີວິດການເປັນຢູ່, ວຽກງານປັບປຸງ-ກໍ່ສ້າງໂຄງລ່າງ ແນ່ໃສ່ສ້າງ ແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາໃຫ້ໄດ້ຕາມຄາດໝາຍ.

 ແຫລ່ງຂ່າວຈາກ : Houaphannews