23.10.13

ຜົນງານທີ່ພົ້ນເດັ່ນຂອງໂຮງຮຽນ ເອັສໂອເອັສ ແຂວງ ຫົວພັນ

ໂຮງຮຽນບ້ານຊ່ວຍເຫລືອເດັກນ້ອຍເອັສໂອເອັສ (SOS) ແລະ ໂຮງຮຽນ SOS ແຮກມານໄມເນີ ແຂວງ ຫົວພັນ ເປັນສອງໂຮງຮຽນທີ່ນອນຢູ່ໃນບ້ານເດັກ SOS ແຂວງ ຫົວພັນ ເຊິ່ງໄດ້ເປີດຢ່າງເປັນທາງການມາແຕ່ປີ 2005 ໂດຍກິດຈະກຳຫລັກແມ່ນຊ່ວຍເຫລືອ ເດັກນ້ອຍກຳພ້າ ກຳພອນທີ່ດ້ອຍໂອກາດ,ຊ່ວຍເຫລືອແກ່ເດັກຂາດສານອາຫານໃນຄອບ ຄົວທີ່ທຸກຍາກ, ສູນບໍລິການແພດຂັ້ນພື້ນຖານ, ສູນລ້ຽງເດັກນ້ອຍກາງເວັນທີ່ມາຈາກຄອບຄົວທຸກຍາກ ພາຍໃນແຂວງ ຫົວພັນ ທ່ານ ດາວເຮືອງ ເພັດປະເສີດ ອຳນວຍການບ້ານເດັກເອັສໂອເອັສ (SOS) ແຂວງ ຫົວພັນໄດ້ລາຍງານ
ຕໍ່ກອງປະຊຸມຖອດຖອນ ບົດຮຽນການຈັດ ຕັ້ງປະຕິບັດ ບັນດານະ ໂຍບາຍຂອງໂຮງຮຽນດັ່ງກ່າວ ເຊິ່ງຈັດຂຶ້ນຫວ່າງເດືອນກັນຍາ 2013 ຜ່ານມານີ້ວ່າ: ນັບແຕ່ມື້ ເປີດໃຫ້ບໍລິການເປັນທາງການວຽກງານຊ່ວຍເຫລືອເດັກບ້ານເດັກ SOS ມີທັງຫມົດ 10 ຄອບຄົວ, ມີເດັກທີ່ໄດ້ຮັບການເບິ່ງແຍງດູແລຈຳນວນ 130 ຄົນ,   ຍິງ 52 ຄົນ ອາໄສຢູ່ບ້ານເຍົາວະຊົນ 20 ຄົນ, ກຳລັງສຶກສາຢູ່ວິຊາຊີບ, ວິທະຍາໄລ ແລະ ມະຫາວິທະຍາໄລ 10 ຄົນ, ຍິງ 2 ຄົນ ໃນນີ້ສຶກສາຢູ່ ສ.ສ ຫວຽດນາມ 1 ຄົນ. ສຳລັບການຊ່ວຍຫລືອເດັກຂາດສານອາຫານແມ່ນຊ່ວຍໃນໄລຍະ 4-6 ເດືອນ ເມື່ອຟື້ນ ຟູສຸຂະພາບເດັກແລ້ວໄດ້ສົ່ງໃຫ້ຜູ້ປົກຄອງເດັກ. ນອກນັ້ນຍັງຊ່ວຍເຫລືອເບ້ຍລ້ຽງທຸກ 3 ເດືອນ ໃນ 1 ປີ ພ້ອມທັງໃຫ້ ຄຳປຶກສາການລ້ຽງດູເດັກ, ການພັດທະນາຄອບຄົວ ເຊິ່ງ ຮອດປະຈຸບັນລ້ຽງເດັກທັງຫມົດ 872 ຄົນ, ຍິງ 439 ຄົນ, ສົ່ງກັບໃຫ້ຜູ້ປົກ ຄອງ 832 ຄົນ, ຍິງ 421 ຄົນ, ກຳລັງລ້ຽງຢູ່ 40 ຄົນ, ຍິງ 18 ຄົນ. ການດູແລເບິ່ງແຍງ ແລະ ພັດທະນາເດັກຕາມ 10 ມາດ ຖານ ແລະ 4 ຫລັກການຄື: ແມ່, ອ້າຍເອື້ອຍນ້ອງ, ບ້ານ ແລະ ຊຸມຊົນບົນພື້ນຖານການສ້າງຄອບຄົວໃຫ້ເປັນຄືກັບຄອບຄົວທຳມະ ຊາດ, ສ້າງໃຫ້ມີຄວາມຮັກຄວາມອົບອຸ່ນ, ຄວາມເຄົາລົບນັບຖື, ການສຶກສາທີ່ດີໃນສະພາບ ແວດລ້ອມທີ່ດີເພື່ອເຮັດໃຫ້ມີຄວາມເຂັ້ມແຂງ ສາມາດກຸ້ມຕົນເອງ ເພິ່ງຕົນເອງໄດ້ໃນອະ ນາຄົດ, ມີຄວາມຮູ້-ຄວາມສາມາດ, ມີໄຫວພິກກາຍເປັນພົນລະເມືອງດີ ແລະ ເປັນຜູ້ສືບ ທອດທີ່ດີໃນອະນາຄົດ. ພ້ອມນີ້ຍັງໄດ້ສົ່ງເສີມໃຫ້ເດັກຮຽນວິຊາຊີບໃນໄລຍະພັກແລ້ງ ເຊັ່ນ: ປຸ່ງແຕ່ງ, ແກະສະລັກຫມາກໄມ້, ຕັດຫຍິບ, ໄຟຟ້າ ແລະ ສ້ອມແປງ. ຄຽງຄູ່ກັນ ນີ້ຍັງໄດ້ນຳພາເດັກເຄື່ອນໄຫວເຮັດກິດຈະກຳຕ່າງໆຢູ່ພາຍໃນໂຮງຮຽນ ແລະ ລົງຊຸມຊົນ ເພື່ອສ້າງ ຄວາມເຂັ້ມແຂງກ້າຫານ ແລະ ສະແດງອອກ.ປະຈຸບັນນີ້, ໂຮງຮຽນ ແຮກມານ ໄມເນີ ເລີ່ມຕົ້ນແຕ່ອະນຸບານຮອດມັດທະຍົມສົມບູນມີນັກຮຽນອະນຸບານ 572 ຄົນ, ຍິງ 273 ຄົນ, ເດັກ SOS 38 ຄົນ, ຍິງ 16 ຄົນ, ເດັກນະໂຍ ບາຍ 96 ຄົນ, ຍິງ 50 ຄົນ ແລະ ເດັກຂ້າງນອກ 438 ຄົນ, ຍິງ 207 ແລະ ໂຮງຮຽນ SOS ມີນັກ ຮຽນທັງ ຫມົດ 424 ຄົນ, ຍິງ 182 ຄົນ, ເດັກ SOS 130 ຄົນ, ຍິງ 54 ຄົນ ເດັກມາຈາກຂ້າງ ນອກ 294 ຄົນ, ຍິງ 153 ຄົນ, ເດັກນະໂຍບາຍ 95 ຄົນ, ຍິງ 41​ ຄົນ.

ແຫລ່ງຂ່າວຈາກ: ຫນັງສືພີມປະຊາຊົນ