23.10.13

ເປີດນຳໃຊ້ ພະແນກແຜນການ ແລະ ການລົງທຶນ ແຂວງ ຫົວພັນ ຫຼັງໃໝ່

ໂຄງການກໍ່ສ້າງຫ້ອງການພະແນກແຜນການ ແລະ ການລົງທຶນແຂວງ ຫົວພັນ. ໄດ້ເລີ່ມລົງມືກໍ່ສ້າງມາແຕ່ ເດືອນ ກັນຍາ ປີ 2011 ເຖິງເດືອນ ສິງຫາ ປີ 2013 ໄດ້ສຳເລັດການກໍ່ສ້າງ 100 ເປີເຊັນ.
ໂຄງສ້າງໂຄງການດັ່ງກ່າວເປັນອາຄານສາມຊັ້ນດ້ວຍເບຕົງ ເສີມເຫຼັກມີເນື້ອທີ່ປຸກສ້າງທັງໝົດ 4.800 ຕາແມັດ, ມຸງສີແພກຂະໜາດ 32,5 x 20 ແມັດ, ມີຫ້ອງເຮັດວຽກ 14 ຫ້ອງ, ຫ້ອງຮັບແຂກ 1 ຫ້ອງ, ຫ້ອງປະຊຸມນ້ອຍ 1 ຫ້ອງ ແລະ ມີອາຄານ ສຳລັບປະຊຸມໃຫຍ່ 1 ຫຼັງມີຂະໜາດ 25 x 25,5 ແມັດ ສາມາດບັນຈຸໄດ້
350 ທີ່ນັ່ງ, ນອກນັ້ນປະກອບມີລະບົບຫ້ອງນ້ຳ, ໂຕະຕັ່ງ, ໄຟຟ້າ, ນ້ຳປະປາ, ກໍ່ຮົ້ວອ້ອມຮອບ, ເດີ່ນປູດ້ວຍເບຕົງເສີມເຫຼັກໂດຍບໍລິສັດ ແສງທອງ ກໍ່ສ້າງພັດທະນາ ຄົບວົງຈອນ ເປັນຜູ້ຮັບເໝົາກໍ່ສ້າງລວມມູນຄ່າກໍ່ສ້າງທັງໝົດ 17 ຕື້ 985 ລ້ານກີບ ເຊິ່ງໄດ້ນຳໃຊ້ທຶນລັດຖະບານລາວເຮົາ 100 ເປີເຊັນ.

    ດັ່ງນັ້ນ ມາຮອດວັນທີ 14 ເດືອນ ຕຸລາ ປີ 2013 ນີ້
ເຈົ້າຂອງໂຄງການ ແລະ ບໍລີສັດຮັບເໝົາກໍ່ສ້າງຈຶ່ງໄດ້ຈັດພິທີມອບ - ຮັບ ແລະ ເປີດການນຳໃຊ້ອາຄານດັ່ງກ່າວ ຢ່າງເປັນທາງການ. ໂດຍການເຂົ້າຮ່ວມ ແລະ ພ້ອມກັນເປີດປ້າຍນຳໃຊ້ ມີທ່ານ ສົມດີ ດວງດີ - ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ, ທ່ານ ຄຳຮຸ່ງ ເຮືອງ ວົງສີ ເຈົ້າ ແຂວງໆ ຫົວພັນ , ພ້ອມດ້ວຍເຈົ້າຂອງໂຄງການ ແລະ ບໍລິສັດຮັບເໝົາກໍ່ສ້າງ ແລະ ມີຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ ຊຽງຂວາງ, ອຸດົມໄຊ, ຜູ້ຕ່າງຫນ້າພະແນກການ, ອົງການທຽບເທົ່າການນຳເມືອງ ຜູ້ຕ່າງໜ້າຫ້ອງການແຜນການ ແລະ ການລົງທຶນ 9 ເມືອງທົ່ວແຂວງ, ແຂກຖືກເຊີນຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານນຳ.

ແຫລ່ງຂ່າວຈາກ: Houaphannews