15.10.13

ເອກອັກຄະລັດຖະທູດແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຫົວພັນ

 ລະຫວ່າງວັນທີ 8 ຫາວັນທີ 9 ຕຸລາ 2013 ນີ້, ທ່ານ ຫງວຽນແມັງຮຸ່ງ ເອກອັກຄະລັດຖະທູດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ປະຈຳສາທາລະນະລັດປະຊາທິປະໄຕປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ.
ໂອກາດຢູ່ຢ້ຽມຢາມ ແລະ ເຮັດວຽຂອງທ່ານທູດພ້ອມຄະນະຄັ້ງນີ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ຄຳຮຸ່ງ ເຮືອງວົງສີ ກຳມະການສູນກາງພັກ - ເລຂາພັກແຂວງເຈົ້າແຂວງຫົວພັນ ພ້ອມດ້ວຍການນຳຂັ້ນແຂວງ. ໂອກາດນີ້ທ່ານເຈົ້າ ແຂວງ ຫົວພັນໄດ້ລາຍງານ

ສະພາບການພັດທະນາເສດຖະກິດ - ສັງຄົມໃນໄລຍະຜ່ານມາ ແລະ ແຜນການສູ້ຊົນໃນຕໍ່ໜ້າໃຫ້ຄະນະຜູ້ແທນໄດ້ຮັບຊາບ. ພ້ອມກັນນີ້ທັງສອງຝ່າຍຍັງໄດ້ພ້ອມກັນຕີລາຄາສູງເຖິງຜົນສຳເລັດການຮ່ວມມືຮອບດ້ານເປັນຕົ້ນແມ່ນ: ການຈັດຕັ້ງປະຕິບັດບັນດາກິດຈະກຳກໍ່ສ້າງ ໂຄງການ - ການລົງທຶນ ແລະ ຊ່ວຍເຫຼືອລ້າຈາກລັດຖະບານຫວຽດນາມຢູ່ແຂວງ ຫົວພັນໃນໄລຍະຜ່ານມານັບທັງໂຄງການກໍ່ສ້າງສຳເລັດ ແລະ ບັນດາໂຄງການພວມຈັດຕັ້ງປະຕິບັດເຊັນ: ໂຄງການກໍ່ສ້າງໂຮງຮຽນກິນນອນຊົນເຜົ່າ, ໂຮງຮຽນການເມືອງ - ການປົກຄອງແຂວງຢູ່ເທສະບານເມືອງວຽງໄຊ, ສຳນັກງານຫ້ອງວ່າການປົກຄອງແຂວງ, ສວນອຸທິຍານ ຫົວພັນ - ກວາງນິງ, ໂຮງຮຽນມັດທະຍົມສົມບູນນໍ້າໂສຍ, ໂຮງຮຽມັດທະຍົມຕົວແບບເທສະບານແຂວງ, ໂຮງຮຽມັດທະຍົມສົມບູນເຂດຊ່ອນ, ເທດສະບານເມືອງຫົວເມືອງ, ເຂດມອງ, ສູນບຳບັດຢາເສບຕິດ, ໂຄງ ການຊ່ວຍເຫຼືອສູນອົງຄະນາແທ່ນ, ການປະຕິສັງຂອນຖ*ປະຫວັດສາດ, ສະໜາມບິນໜອງຄ້າງ, ໂຄງການກໍ່ສ້າງຫໍພິພິທະພັນປະຕິວັດ ແລະ ໂຄງການອື່ນໆ.
ໂອກາດນີ້ທ່ານເຈົ້າແຂວງຫົວພັນໄດ້ສະແດງຄວາມຂອບອົກ - ຂອບໃຈມາຍັງພັກ - ລັດຖະບານຫວຽດນາມທີ່ຍາມໃດກໍ່ໃຫ້ຄວາມຮ່ວມມື ແລະ ຊ່ວຍເຫຼືອສາທາລະນະລັດປະຊາທິປະໄຕ ປະຊາຊົນລາວເວົ້າລວມ, ເວົ້າສະເພາະຢູ່ແຂວງຫົວພັນອັນໄດ້ເຮັດໃຫ້ພື້ນຖານໂຄງລ່າງນັບທັງຂັ້ນແຂວງລົງຮອດທ້ອງຖິ່ນນັບມື້ໄດ້ຮັບການພັດທະນາຂຶ້ນເທື່ອລະກ້າວ.


ແຫລ່ງຂ່າວຈາກ: Houaphannews Houaphan