4.11.13

ໃນສົກງົບປະມານ 2012 - 2013 ທົ່ວແຂວງ ຫົວພັນສາມາດເກັບລາຍຮັບ ເຂົ້າງົບປະມານໄດ້ລື່ນຄາດໝາຍ

ໃນສົກງົບປະມານ 2012 - 2013 ທົ່ວ ແຂວງ ຫົວພັນສາມາດເກັບທ້ອນລາຍຮັບ ເຂົ້າງົບປະມານໄດ້ 42.662.463.516,66 ກີບ ຖ້າທຽບ ໃສ່ແຜນການປະຕິບັດໄດ້ລື່ນຄາດໝາຍ 4,18%. ໃນນັ້ນຮັບຈາກສວຍສາອາກອນ ແລະ ທີດິນ 36.746.229.613 ກີບ, ຮັບຈາກຊັບສິນ 4.098.396.043 ກີບ, ຮັບຈາກພາສີແຂວງ ແລະ ເມືອງ 3 ສ້າງ 1.817.837.860 ກີບ. ຈາກລາຍຮັບສາມາດ ປະຕິບັດລາຍຈ່າຍໄດ້ທັງໝົດ 282.038.580.000 ກີບ ທຽບໃສ່ແຜນການປະຕິ ບັດໄດ້ພຽງ 72,40% ຂອງແຜນການເຊັນ: ຈາກເງິນເດືອນ, ເງິນນະໂຍບາຍຕ່າງໆ.
ເວົ້າລວມແລ້ວເຖິ່ງວ່າສະພາບການເງິນພົບຄວາມຫຍຸ້ງຍາກຫຼາຍດ້ານກໍ່ຕາມແຕ່ກໍ່ສາ ມາດຄຸ້ມຄອງລາຍຮັບໄດ້ເກີນແຜນ ແລະ ຄຸ້ມຄອງລາຍຈ່າຍດ້ວຍຄວາມຍຸດຕິທຳໃນສົກ ງົບປະມານ 2013 - 2014 ແຂວງຫົວພັນຈະສູ້ຊົນສ້າງລາຍຮັບໃຫ້ໄດ້ 44.620.000.000 ກີບ, ພ້ອມທັງຄຸ້ມຄອງປະຕິບັດລາຍຈ່າຍຄາດຄະເນໃຫ້ໄດ້ 473.005.910.000 ກີບໃຫ້ເພີ່ມຂຶ້ນ 21,3% ນັບທັງລາຍຮັບພາສີຮ່ວງສູນກາງ ແລະ ແຂວງ. ໃນນັ້ນສະເພາະເງິນເດືອນຂອງພະນັກງານລັດຖະກອນຄາດວ່າມີລາຍຈ່າຍ 279.563.820.000 ກີບ, ຫຼຸດຫລົງ 6,7%, ເພີ່ມດັດສະນີ 6.700 ກີບ ແລະ ບໍ່ມີເງິນອູດໜູນ 760.000 ກີບ.
ແຫລ່ງຂ່າວຈາກ: Houaphannews