5.11.13

ຄະນະຜູ້ແທນຂັ້ນສູງແຂວງ ຮ້ວາບີ້ງ ແຫ່ງ ສສ ຫວຽດນາມ ຢ້ຽມຢາມເຄື່ອນໄຫວ ເຮັດວຽກຢູ່ແຂວງ ຫົວພັນ

ໂດຍປະຕິບັດຕາມຄຳເຊີນຂອງຄະນະພັກ, ອຳນາດການ ປົກຄອງ ແຂວງຫົວພັນ ວັນທີ 3 ພະຈິກນີ້ຄະນະຜູ້ແທນ ຂັ້ນສູງແຂວງ ຮ້ວາບີ້ງ ແຫ່ງ ສສ ຫວຽດນາມ ຊຶ່ງນຳໂດຍ ທ່ານ ຮວາງຫວຽດເກືອງເລຂາພັກແຂວງພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມເຄື່ອນໄຫວເຮັດວຽກຢູ່ ແຂວງ ຫົວພັນ ໂດຍ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ຄຳຮຸ່ງ ເຮືອງວົງສີ ກຳມະການສູນກາງ ພັກ,ເລຂາພັກແຂວງ ເຈົ້າແຂວງ ຫົວພັນ ພ້ອມດ້ວຍການນຳຂັ້ນແຂວງ, ພະນັກງງານລັດ ຖະກອນທີ່ກ່ຽວຂ້ອງອອກຕ້ອນຮັບ ຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກຂອງ ຄະນະຜູ້ຂັ້ນດັ່ງກ່າວເພື່ອເປັນການສືບຕໍ່ພົວພັນຮ່ວມມືຮອບດ້ານລະຫວ່າງແຂວງ ຫົວພັນ
ສປປລາວ ກັບ ແຂວງຮວາບິ້ງ ແຫ່ງ ສສ ຫວຽດນາມໃຫ້ມີຄວາມຍືນຍົງຕະຫຼອດໄປ. ໂອກາດນີ້ສອງຝ່າຍໄດ້ພັດປ່ຽນກັນລາຍງານສະພາບຈຸດພິເສດ ແຂວງຂອງຕົນ, ການຈັດ ຕັ້ງປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມເຊິ່ງກັນ ແລະ ກັນຊາບສະແດງ ອອກ ຍອດຜະລິດຕະພັນພາຍໃນຂອງແຂວງຫົວພັນສະເລ່ຍໃສ່ພົນລະເມືອງ 5 ລ້ານ ກວ່າກີບຕໍ່ຄົນຕໍ່ປີ, ຍອດຜະລິດຕະພັນກະສິກຳເພີ່ມຂຶ້ນ 17,28%, ຂະແໜງ ອຸດສາ ຫະກຳເພີ່ມຂຶ້ນ 13,45%, ຂະແໜງບໍລິການເພີ່ມຂຶ້ນ 11,76%, ການລົງທຶນຂອງລັດມີ 112 ໂຄງການ, ການລົງທຶນເອກະຊົນທຽບໃສາແຜນການຫຼຸດ 7,4%, ດ້ານການປູກຝັງ ລ້ຽງສັດທຽບໃສ່ແຜນການແມ່ນຫຼຸດຄາດໝາຍ, ດ້ານການທ່ອງທ່ຽວມີນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດເຂົ້າມາມີ 31.863 ຄົນ ແລະ ວຽງານປ້ອງກັນຊາດ - ປ້ອງກັນ ຄວາມສະຫງົບ ສ່ວນແຂວງ ຮ້ວາບິ້ງ ຕະຫຼອດໄລຍະ 3 ປີສາມາດຈັດຕັ້ງປະຕິບັດບັນລຸ ໄດ້ 14,45%. ສ້າງລາຍຮັບເຂົ້າງົບປະມານແຫ່ງລັດສະເລ່ຍເພີ່ມຂຶ້ນ 13,3%, ດຶງດູດ ການລົງທຶນທັງໝົດ 394 ໂຄງການ, ດ້ານວັດທະນະທຳສັງຄົມໄດ້ເອົາໃຈໃສ່ພັດທະນາ ທາງດ້ານຄຸນນະພາບ, ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະ ຫງົບໄດ້ຮັບການເພີ່ມ ທະວີຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນພ້ອມນີ້ທັງສອງແຂວງຍັງໄດ້ເປັນເອກະ ພາບກັນຮ່ວມມືຮ່ວມມືສືບ ຕໍ່ດ້ານຂໍ້ມູນຂ່າວສານໃນການຮ່ວມມືຕໍສູ້ກູ້ຊາດ, ດ້ານການ ພັດທະນາເສດຖະກິດ - ສັງຄົມ, ການເຊື່ອມໂຍງດ້ານການທ່ອງທ່ຽວລະຫວ່າສອງແຂວງ ແລະແລກປ່ຽນບົດຮຽນລະຫວ່າງອົງການຈັດຕັ້ງຕ່າງໆໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແໜ້ນແຟ້ນຕະຫຼອດໄປໂອກາດດຽວກັນນີ້ຄະນະຜູ້ແທນຂັ້ນສູງ ແຂວງ ຮວ້າບິ້ງ ຍັງໄດ້ ມອບຄອມຟິວເຕີຈຳນວນ50 ຊຸດລວມມູາຄ່າ 550.000.000 ລ້ານດົງໃຫ້ແກ່ແຂວງ ຫົວພັນຕື່ມອີກ. 
ແຫລ່ງຂ່າວຈາກ:  Houaphannews