7.11.13

ຜົນການປະຕິບັດວຽກງານ 3 ສ້າງຢູ່ແຂວງ ຫົວພັນ

ຂປລ. ແຫລ່ງຂ່າວຈາກແຂວງ ຫົວພັນລາຍງານວ່າ: ການ ປະຕິບັດແຜນການທົດລອງ 3 ສ້າງ ຄື: ສ້າງແຂວງເປັນ ຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມ ແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາແຂວງ ຫົວພັນ ສາມາດຍາດໄດ້ຜົນງານຫລາຍດ້ານ.
ພາຍຫລັງມະຕິຂອງກົມການເມືອງສູນກາງພັກສະບັບເລກທີ 03 /ກມສພ ລົງວັນທີ 15 ກຸມພາ 2012 ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວ ໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ, ແຂວງ ຫົວພັນໄດ້ເປັນ
ເອກະພາບແຕ່ງຕັ້ງເອົາສະຫາຍເລຂາພັກແຂວງ ຄຳຮຸ່ງ ເຮືອງວົງສີ ເປັນຫົວໜ້າຄະນະຮັບ ຜິດຊອບຂັ້ນແຂວງ ແລະ ແຕ່ງຕັ້ງເອົາບັນດາສະຫາຍການນຳເມືອງ, ຄະນະພັກອຳນາດ ການປົກຄອງບ້ານເປົ້າໝາຍ, ແຕ່ງຕັ້ງຫົວໜ້າພະແນກການ, ຂະແໜງການກ່ຽວຂ້ອງ ອ້ອມຂ້າງແຂວງ ເປັນຜູ້ເຄື່ອນໄຫວ ຈັດຕັ້ງປະຕິບັດໄປຕາມແຕ່ລະບາດກ້າວ ແລະ ໄດ້ກຳນົດເອົາບ້ານ ສົບເລົ້າ, ບ້ານ ລານຊຽງ ເມືອງ ຫົວເມືອງ; ບ້ານ ສົບຮາວ, ບ້ານ ປ່າຮ່າງ ເມືອງ ສົບເບົາ; ບ້ານ ລ້ອງກູ້ ແລະ ບ້ານ ເມືອງປົວ ເມືອງ ວຽງໄຊ ເປັນບ້ານເປົ້າໝາຍທົດ ລອງ 3 ສ້າງ, ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດ ໃນໄລຍະ 1 ປີຜ່ານມາໜ້າວຽກໄດ້ມີຜົນສຳເລັດຫລາຍດ້ານເຊັນ: ໄດ້ຈັດຕັ້ງເຊື່ອມຊຶມບັນດານິຕິກຳ ຕ່າງໆ ກ່ຽວກັບ ວຽກງານ 3 ສ້າງຢູ່ຂັ້ນແຂວງ, ເມືອງ ແລະ ຂັ້ນບ້ານ, ປັບປຸງກົງຈັກ ການຈັດຕັ້ງນັບແຕ່ຂັ້ນຕ່າງໆ, ແບ່ງຂັ້ນຄຸ້ມຄອງ, ຈັດສົ່ງພະນັກງານວິຊາການລົງປະຈຳ ຢູ່ບ້ານເປົ້າໝາຍ. ມອບໝາຍໂກຕາພະນັກງານປະກອບໃຫ້ຂັ້ນເມືອງ ໆ ລະ 5 ຄົນ, ສຳ ເລັດການເກັບກຳຂໍ້ມູນສະຖິຕິການພັດທະນາ ແລະ ຂຶ້ນແຜນການພັດທະນາ, ວຽກງານ ແບ່ງດິນ-ແບ່ງປ່າ, ອອກໃບຕາດິນຖາວອນໃຫ້ຄອບຄົວບ້ານເປົ້າໝາຍຈຳນວນ 5 ບ້ານ ຄື: ບ້ານ ສົບເລົ້າ, ບ້ານ ລານຊຽງ, ບ້ານ ລ້ອງກູ້, ບ້ານ ເມືອງປົວ ແລະ ບ້ານ ສົບຮາວ; ຍັງບໍ່ທັນປະຕິບັດແມ່ນ ບ້ານ ປ່າຮ່າງ. ໃນປະຈຸບັນ ປະກາດເປັນບ້ານພັດທະນາໄດ້ແລ້ວ 4 ບ້ານ, ຍັງບໍ່ທັນໄດ້ປະກາດ 2 ບ້ານ. 1 ປີຜ່ານມາທະນາຄານນະໂຍບາຍສາຂາ ແຂວງ ຫົວພັນ ໄດ້ປ່ອຍສິນເຊື່ອໃຫ້ບ້ານເປົ້າໝາຍ ນຳໃຊ້ເຂົ້າໃນການພັດທະນາ 2 ຕື້ ກວ່າກີບ. ຈາກການເຄື່ອນໄຫວຈັດຕັ້ງປະຕິບັດຕົວຈິງ ເຫັນວ່າ ການນຳຂັ້ນເມືອງໄດ້ເປັນເຈົ້າຕົນເອງ ໃນການບໍລິ ຫານວຽກງານພາຍໃນເມືອງຕົນ, ອຳນາດການປົກຄອງບ້ານເປົ້າໝາຍກໍໄດ້ ຮັບການປັບປຸງເຂັ້ມແຂງກວ່າເກົ່າ, ປະຊາຊົນໄດ້ໃຫ້ຄວາມຮ່ວມມືນຳພາກລັດເປັນຢ່າງດີ, ລາຍຮັບພາຍໃນບ້ານໄດ້ເພີ່ມຂຶ້ນ, ພະນັກງານຂັ້ນບ້ານໄດ້ ຮັບນະໂຍບາຍ ແລະ ເງິນອູດ ໜູນຕາມລະບຽບການ./.
ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ