6.11.13

ສານປະຊາຊົນແຂວງ ຫົວພັນ ຕັດສິນຄະດີຢາເສບຕິດ

ສື່ມວນຊົນປະຈຳ ແຂວງ ຫົວພັນ ລາຍງານວ່າ: ເມື່ອບໍ່ດົນ ຜ່ານ​ມານີ້, ສານປະຊາຊົນ ແຂວງ ຫົວພັນ ໄດ້ຕັດສິນລົງ ໂທດພວກຄ້າຂາຍ ແລະ ມີຢາເສບຕິດໄວ້ໃນຄອບຄອງ ຈຳນວນ 2 ຄົນ ຄື: ຜູ້ທີ 1 ທ້າວຊົງທໍ່ ອາຍຸ 40 ປີ, ປະຊາຊົນເຜົ່າມົ້ງ, ບ້ານຫົວຄັງ, ເມືອງ ຊຳເຫນືອ, ແຂວງ ຫົວພັນຖືກກັກຕົວວັນທີ 18 ກໍລະກົດ 2012 ຂໍ້ຫາ ຊື້ - ຂາຍ ແລະ ມີຢາເສບຕິດໄວ້ໃນຄອບຄອງ (ຢາບ້າ).
   ຜ່ານການສືບສວນ-ສອບສວນ ທ້າວ ຊົງທໍ່ ໄດ້ສາລະພາບວ່າ:ຜູ້ກ່ຽວເຄີຍເສບຢາບ້າ ແຕ່ປີ 2010ຜູ້ກ່ຽວໄດ້ຂີ່ລົດຈັກເຟເກິນສີຟ້າ,ບໍ່ມີປ້າຍທະບຽນຈາກບ້ານ ຫົວຄັງ
ຂຶ້ນມາເມືອງຊຳເຫນືອ, ຈຸດປະສົງແມ່ນຈະມາຊື້ຢານຳ ທ້າວ ຕົງ ໄຊຫວ່າງ ຢູ່ບ້ານ ນາຫນອງບົວ ເມືອງ ຊຳເຫນືອເມື່ອມາຮອດຜູ້ກ່ຽວຈຶ່ງໄດ້ຊື້ຢາບ້າຈຳນວນ 30 ເມັດ,
ຊື້ໃນລາຄາ 1 ເມັດຕໍ່ 13.500 ກີບ ເປັນເງິນ 400.000 ກີບ. ຮອດເວລາ 17 ໂມງແລງ,
ຂະນະທີ່ຜູ້ກ່ຽວກຳລັງເສບຢາບ້າຢູ່ນັ້ນຈຶ່ງຖືກເຈົ້າຫນ້າທີ່ກວດກາພົບເຫັນຂອງກາງ, ຢາ ບ້າຈຳນວນ 30 ເມັດ, ລົດຈັກ 1 ຄັນ ແລະໂທລະສັບມືຖື 1 ຫນ່ວຍ, ເຈົ້າຫນ້າ ທີ່ຈຶ່ງໄດ້ກັກຕົວຜູ້ກ່ຽວພ້ອມຂອງກາງມາດຳເນີນຕາມຂັ້ນຕອນຂອງ ກົດຫມາຍ. ຜູ້ທີ່ 2 ທ້າວ ພົງທໍ່ ອາຍຸ 35 ປີ, ປະຊາຊົນເຜົ່າມົ້ງ, ບ້ານ ແທນລອດ, ເມືອງຄຳ, ແຂວງ ຊຽງຂວາງ, ກັກຕົວໃນວັນທີ 11 ທັນວາ 2012 ຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງ, ຜູ້ກ່ຽວໄດ້ສາລະພາບວ່າ: ໄລຍະຜ່ານມາໄດ້ເຄື່ອນໄຫວຊອກຊື້ຢາເສບຕິດປະເພດ ຢາຝິ່ນ ດິບແທ້, ມາຮອດວັນທີ​ 11 ທັນວາ 2012ຜູ້ກ່ຽວໄດ້ອອກເດີນທາງຈາກບ້ານ ແທນລອດ, ເມືອງຄຳ, ແຂວງ ຊຽງຂວາງ ຂຶ້ນມາ ບ້ານ ຜານາງ, ເມືອງ ຫົວເມືອງ, ແຂວງຫົວພັນ. ຈຸດປະສົງຈະມາຊື້ຢານຳ ທ້າວ ຊໍ ເມື່ອມາຮອດຜູ້ກ່ຽວຈຶ່ງໄດ້ຊື້ຢາຝິ່ນຈຳນວນ 4 ເບ້ຍ ເປັນເງິນ 800.000 ກີບ, ຈາກນັ້ນຜູ້ກ່ຽວຈຶ່ງໄດ້ເດີນທາງກັບບ້ານ, ພໍຮອດບ້ານສົບເລົ້າ, ເມືອງຫົວເມືອງ, ແຂວງ ຫົວພັນ ຈຶ່ງຖືກເຈົ້າຫນ້າທີ່ກວດກາພົບເຫັນຂອງກາງປະເພດຢາ ຝິ່ນ ຈຳນວນ 4 ເບ້ຍ, ລົດຈັກຮົງຊິງສີແດງ 1 ຄັນ, ບໍ່ມີປ້າຍທະບຽນ ແລະ ໂທລະ ສັບ 1 ຫນ່ວຍ, ທີ່ຜູ້ກ່ຽວໃຊ້ເຄື່ອນໄຫວກະທຳຜິດ, ເຈົ້າຫນ້າທີ່ຈຶ່ງໄດ້ກັກຕົວຜູ້ກ່ຽວພ້ອມຂອງ ກາງມາດຳເນີນຄະດີຕາມຂັ້ນຕອນຂອງ ກົດຫມາຍ.
    ການກະທຳຂອງຜູ້ກ່ຽວທັງສອງ,ມັນໄດ້ແຕະຕ້ອງເຖິງຄວາມບໍ່ເປັນລະບຽບຮຽບຮ້ອຍ
ຂອງສັງຄົມ, ເຮັດໃຫ້ບ້ານເມືອງບໍ່ມີຄວາມສະ ຫງົບ, ຜິດຕໍ່ກົດຫມາຍອາຍາມາດຕາ 146 ຂອງ ສປປ ລາວ. ດັ່ງນັ້ນ, ວັນທີ 11 ຕຸລາ 2013​ ສານປະຊາຊົນແຂວງຫົວພັນ ຈຶ່ງໄດ້
ຕັດສິນລົງໂທດທັງສອງຄົນຄື: ຕັດສິນອິດສະລະພາບ ທ້າວ ຊົງທໍ່ ຈຳຄຸກ 5 ປີ, ປັບໄຫມ 10 ລ້ານກີບ ແລະ ຕັດອິດສະລະພາບ ທ້າວ ພົງທໍ່ ຈຳຄຸກ 2 ປີ, ປັບໄຫມ 1 ລ້ານກີບ,​ ລົດຈັກທັງສອງຄັນ ແລະ ໂທລະສັບມືຖື 2 ຫນ່ວຍ, ຢຶດຂອງກາງ ແລະ ຢາເສບ ຕິດຈຳນວນດັ່ງກ່າວມາທຳລາຍຖິ້ມ.
ແຫລ່ງຂ່າວຈາກ: ຫນັງສືພີມປະຊາຊົນ 06/11/2013