7.11.13

ແຂວງ ຫົວພັນ ວາງແຜນພັດທະນາເສດຖະກິດ-ສັງຄົມ

ຂປລ. ແຫລ່ງຂ່າວຈາກແຂວງ ຫົວພັນລາຍງານວ່າ: ກອງ ປະຊຸມແຜນການ-ການລົງທຶນແຂວງ ຫົວພັນ ປະຈຳສົກປີ 2013-2014 ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 6-7 ພະຈິກ 2013 ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ວັນໄຊ ແພງຊຸມມາຮອງເຈົ້າແຂວງ ຫົວພັນ, ຜູ້ຊີ້ນຳຂົງເຂດວັດ ທະນະທຳ-ສັງຄົມ ຂັ້ນແຂວງ ແລະ ມີຜູ້ແທນມາ ຈາກກົມ ກອງອ້ອມຂ້າງແຂວງ, 9 ເມືອງທົ່ວແຂວງ ເຂົ້າຮ່ວມ 200 ກວ່າຄົນ, ກອງປະຊຸມຄັ້ງນີ້ ໄດ້ສະຫຼຸບສັງເກດຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມສົກປີ2012-2013 ແລະ ວາງ ແຜນພັດທະນາສົກປີ 2013-2014, ຕີລາຄາການຈັດຕັ້ງປະຕິບັດເສດຖະກິດ-ສັງຄົມ
ກາງສະໄໝ 2011-2013 ແລະ ວາງແຜນພັດທະນາ 2013-2015. ຜ່ານບົດແນະນຳຂອງ
ທ່ານເຈົ້າແຂວງ ວ່າດ້ວຍການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດ ສົກປີ 2013-2014. ຈາກນັ້ນບັນດາຜູ້ແທນທີ່ເຂົ້າຮ່ວມກອງປະ ຊຸມ ໄດ້ພ້ອມກັນປະກອບຄຳຄິດຄຳເຫັນເຂົ້າໃນບົດສະຫລຸບ-ທິດທາງແຜນການ ແລະ ຂະແໜງການກ່ຽວຂ້ອງ ທີ່ນອນຢູ່ໃນພະແນກແຜນການ-ການລົງທຶນ ແລະ ໄດ້ແນະ ນຳດ້ານວິຊາການ ແນ່ໃສ່ເຮັດໃຫ້ ວຽກງານພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງ ຫົວພັນໃນສະເພາະໜ້າມີບາດກ້າວຂະຫຍາຍຕົວໃນທຸກດ້ານ./.
ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ